ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງພົບປະຢ້ຽມຢາມ ແລະ ຊີ້ນໍາວຽກງານປ້ອງກັນສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃນວັນທີ 11 ພຶດສະພາ 2021 ຜ່ານມາ ໂດຍການຕ້ອນຮັບຂອງທ່ານ ພັນເອກ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ມີຄະນະພັກ-ຄະນະບັນຊາ ບັນດາຫ້ອງ ແລະ ກອງພັນປ້ອງກັນເຄື່ອນທີ່ເຂົ້າຮ່ວມ.

ທ່ານ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ ໄດ້ລາຍງານສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໂດຍໃຫ້ຮູ້ວ່າ: ໃນອາທິດຜ່ານມາ ມີປາກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 24 ເລື່ອງ ແກ້ໄຂໄດ້ 13 ເລື່ອງ ພົ້ນເດັ່ນກວ່າໝູ່ແມ່ນບັນຫາລັກຊັບເກີດຂຶ້ນ 9 ເລື່ອງ ອຸບັດເຫດ 4 ເລື່ອງ ແລະ ອັກຄີໄພ 3 ເລື່ອງ ກັກຕົວຜູ້ກະທໍາຜິດໄດ້ 22 ຄົນ.

ສໍາລັບການຈັດຕັ້ງປະຕິບັດວຽກງານປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ກອງບັນຊາການ ປກສ ນວ ແມ່ນຈະໄດ້ສືບຕໍ່ສຸມໃສ່ 12 ວຽກຄື:

1. ສຸມໃສ່ໂຄສະນາເຜີຍແຜ່ຄໍາສັ່ງ ຄໍາແນະນໍາ ແຈ້ງການຕ່າງໆ ແລະ ຜົນຮ້າຍການແຜ່ລະບາດຂອງພະຍາດໂຄວິດ-19
2. ກໍາແໜ້ນສະພາບການ ແລະ ແກ້ໄຂຕໍ່ກັບການສ້າງສະຖານະການທຸກຮູບແບບທາງສື່ອອນລາຍ-ເຟສບຸກ ທີ່ເປັນການໂຄສະນາໃສ່ຮ້າຍປ້າຍສີ ຂ່າວປອມ ແລະ ອື່ນໆ
3. ຄຸ້ມຄອງການເຂົ້າ-ອອກດ່ານ ແລະ ປ້ອງກັນການລັກລອບຂ້າມຕາມແຊນແດນ
4. ຕັ້ງດ່ານກວດກາປະຕູເຂົ້າ-ອອກ ນວ ເພື່ອຕັກເຕືອນ ແລະ ຈໍາກັດການໄປມາຂອງພົນລະເມືອງ
5. ກວດກາ ຕັກເຕືອນຈໍາກັດການໄປ-ມາຂອງພົນລະເມືອງ ຢູ່ພື້ນທີ່ບ້ານສີແດງ
6. ເຮັດວຽກງານໄລ່ຊອກ-ໄລ່ຫາຜູ້ຕິດເຊຶ້ອທີ່ບໍ່ເຂົ້າປິ່ນປົວ ເພື່ອເຂົ້າປິ່ນປົວ ແລະ ດໍາເນີນການສືບສວນ-ສອບສວນບັນດາຮ້ານທີ່ແຜ່ເຊື້ອ ແລະ ຜູ້ທີ່ແຜ່ເຊື້ອ
7. ຈັດຕັ້ງກໍາລັງສົມທົບ ແລະ ຊ່ວຍເຫຼືອບັນດາຂະແໜງການທີ່ກ່ຽວຂ້ອງ ກວດກາ ຄວບຄຸມບັນດາໜ່ວຍທຸລະກິດຕະຫຼາດ ແລະ ຮ້ານຂາຍເຄື່ອງຕ່າງໆ ບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ
8. ຈັດຕັ້ງກໍາລັງສົມທົບກັບຄະນະສະເພາະກິດ ຄຸ້ມຄອງປ້ອງກັນສະຖານທີ່ກັກກັນ ແລະ ສະຖານທີ່ຄັດຕອງ ກວດຫາເຊື້ອໂຄວິດ-19
9. ສະກັດກັ້ນ ແລະ ແກ້ໄຂສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.
10. ຮັກສາຄວາມປອດໄພຢູ່ຄ້າຍຄຸມຂັງ-ດັດສ້າງ ຄ້າຍຄຸມຂັງຊົ່ວຄາວ ແລະ ກຽມສະຖານທີ່ກັກຂັງແຍກປ່ຽວຜູ້ຖືກຫາເຂົ້າໃໝ່ ເພື່ອບໍ່ໃຫ້ມີການແຜ່ລະບາດໃນຄ້າຍຄຸມຂັງ
11. ຕິດຕາມ ຄຸ້ມຄອງກໍາລັງກຽມພ້ອມຊ່ວຍເຫຼືອຄົນເຈັບ ຜູ້ຕິດເຊື້ອ ແລະ ກຽມພ້ອມສະຖານທີ່ກັກກັນ ແລະ ສະໜອງອຸປະກອນທີ່ຈໍາເປັນໃຫ້ກໍາລັງ ປກສ ນວ
12. ສຸມໃສ່ຈັດຕັ້ງກໍາລັງເຂົ້າປະຈໍາການຕະຫຼອດ 24 ຊົ່ວໂມງ ແລະ ກຽມພາຫະນະຂົນສົ່ງ ແລະ ສ່ອງແສງລາຍງານໃຫ້ທັນເວລາ.
ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວເນັ້ນໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ນວ ຈົ່ງເພີ່ມທະວີເອົາໃຈໃສ່ຜັນຂະຫຍາຍຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີການສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານການແຜ່ລະບາດພະຍາດໂຄວິດ-19 ໃຫ້ນາຍ ແລະ ພົນຕໍາຫຼວດທີ່ກໍາລັງປະຕິບັດໜ້າທີ່ຢູ່ຈຸດປ້ອງກັນຕ່າງໆ ໃຫ້ກໍາໄດ້ເຖິງຄວາມໝາຍ ຄວາມສໍາຄັນຂອງຄໍາສັ່ງເລກທີ 15/ນຍ ແລ້ວນໍາໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເພື່ອຮັບປະກັນໃນການປະຕິບັດໜ້າທີ່ວຽກງານ ໂດຍສະເພາະການຕິດຕາມ ກວດກາການລັກລອບເຂົ້າ-ອອກທີ່ບໍ່ຖືກຕ້ອງຢູ່ ນວ ພ້ອມທັງສຸມໃສ່ກວດກາສະຖານທີ່ຕ່າງໆທີ່ມີການຊຸມນຸມ ເປີດເພງສຽງດັງ ເພາະອາດມີຄວາມສ່ຽງໃຫ້ເຊື້ອພະຍາດໂຄວິດ-19 ແຜ່ລະບາດອອກເປັນວົງກວ້າງ ຖ້າພົບເຫັນຜູ້ທີ່ລະເມີດ ໃຫ້ປະຕິບັດຕາມມາດຕະການຢ່າງເຂັ້ມງວດ ໂດຍບໍ່ມີຂໍ້ຍົກເວັ້ນ ນອກນີ້ ໃຫ້ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນບັນຫາຢາເສບຕິດ ປຸ້ນຈີ້ ຊິງຊັບ ລັກຊັບ ບັນຫາອັກຄີໄພ ແລະອື່ນໆ ເພື່ອເຮັດໃຫ້ ນວ ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
# ຂ່າວ & ພາບ: ຊີລິການດາ