ໄຊເສດຖາ ສືບຕໍ່ຄຸມເຂັ້ມມາດຕະການສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ-19
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເອົາໃຈໃສ່ເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ອີງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ຄໍາແນະນໍາຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ…
ຮອງປະທານປະເທດ ຢ້ຽມຢາມໃຫ້ກຳລັງໃຈແພດໝໍ ແລະ ຄົນເຈັບໂຮງໝໍພາກສະໜາມລ້ານຊ້າງ
ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ເຄື່ອນໄຫວຢ້ຽມຢາມໃຫ້ກຳລັງໃຈແພດໝໍ ແລະ ຄົນເຈັບຢູ່ໂຮງໝໍພາກສະໜາມລ້ານຊ້າງ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ເສັ້ນທາງຕັດໃໝ່ດອນກອຍຫາຊຽງດາ) ວັນທີ 5 ພຶດສະພາ…
ກຸ່ມບໍລິສັດ IHC ເປັນໜຶ່ງໃນ 4 ບໍລິສັດທີ່ຮ່ວມສ້າງໂຮງໝໍພາກສະໜາມລ້ານຊ້າງ
ພາຍຫຼັງທີ່ໄດ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 2 ໃນ ສປປ ລາວ ເຮັດໃຫ້ທຸກພາກສ່ວນຕ້ອງໄດ້ສຸມໃສ່ໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເນື່ອງຈາກໃນເດືອນເມສາ 2021 ມີຜູ້ຕິດເຊື້ອເພີ່ມຂື້ນເປັນຈໍານວນຫຼາຍ ເຮັດໃຫ້ໂຮງໝໍ ແລະ ສະຖານທີ່ຮອງຮັບທີ່ທາງລັດຖະບານຈັດໄວ້ແມ່ນຍັງບໍ່ພຽງພໍ…
ຫາລືແຜນວຽກຈຸດສຸມ ຕ້ານພະຍາດໂຄວິດ-19
ວັນທີ 5 ພຶດສະພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມເພື່ອປຶກສາຫາລື ຜັນຂະຫຍາຍຈິດໃຈກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 04 ພຶດສະພາ…
ຫຼາຍພາກສ່ວນ ສືບຕໍ່ມອບວັດຖຸປັດໄຈໃຫ້ລັດຖະບານຕ້ານໂຄວິດ-19
ວັນທີ 5 ພຶດສະພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງ ແລະ ເງິນຊ່ວຍເຫຼືອ ຈາກພາກສ່ວນຕ່າງໆໃຫ້ແກ່ລັດຖະບານ ລວມມູນຄ່າເກືອບ 9 ຕື້ກວ່າກີບ ແລະ 88.000 ໂດລາສະຫະລັດ…
ຮ່ອງແກ ເພີ່ມທະວີປະຕິບັດຄໍາສັ່ງເລກທີ 15/ນຍ
ທ່ານ ສິງສຸພົມ ໂຄດປັນຍາ ນາຍບ້ານຮ່ອງແກ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 4ພຶດສະພາ 2021 ວ່າ: ນັບແຕ່ໄດ້ຮັບຄໍາສັ່ງເລກທີ 15/ນຍ ຄໍາແນະນໍາຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ…
ມອບ-ຮັບ ຫົວໜ້າພະແນກ ຮສສ ຜູ້ເກົ່າ ແລະ ໃໝ່
ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານນາງ ລໍາພອຍ ສີ ອັັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ທ່ານ ສາລະພິດ ສູນວໍລະວົງ ເປັນຫົວໜ້າພະແນກແຮງງານ ແລະ…
ກຸ່ມຄົນລະເມີດກົດໝາຍ ລັກລອບເຂົ້າ-ອອກຕາມຊາຍແດນ ສປປ ລາວ ຕ້ອງດຳເນີນຄະດີຕາມຂະບວນການຍຸຕິທຳ
ທ່ານ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ຖະແຫຼງຂ່າວໃຫ້ຮູ້ວັນທີ 5 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກວ່າ: ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່ານັບແຕ່ທ້າຍປີ 2019 ມາເຖິງທ້າຍເດືອນມີນາ 2021 ປະເທດເຮົາມີຜູ້ຕິດເຊື້ອໂຄວິດ-19…
ລັດຖະບານໃຫ້ທຸກພາກສ່ວນ ສືບຕໍ່ປະຕິບັດມາດຕະການຕ່າງໆໃຫ້ເຂັ້ມງວດ
ວັນທີ 5 ພຶດສະພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍທ່ານໄດ້ເນັ້ນໃຫ້ທຸກພາກສ່ວນສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາຈຳນວນໜຶ່ງ…