ມອບ-ຮັບໜ້າທີ່ປະທານອົງການກາແດງລາວຜູ້ໃໝ່

    ພິທິມອບ-ຮັບໜ້າທີ່ປະທານອົງການກາແດງລາວ ຄົນເກົ່າ ແລະຄົນໃໝ່ ຈັດຂຶ້ນວັນທີ 14 ພຶດສະພາ 2021 ທີ່ອົງການກາແດງລາວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍການເຂົ້າຮ່ວມ ແລະເປັນປະທານຂອງທ່ານນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

    ໃນພິທີຄັ້ງນີ້ ໂດຍປະຕິບັດຕາມດໍາລັດຂອງນາຍົກລັດຖະມົນຕີ ທີ່ໄດ້ອະນຸມັດໃຫ້ທ່ານຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວຄົນເກົ່າ ອອກພັກການ ຮັບອູດໜູນບໍານານ ແລະ ແຕ່ງຕັ້ງຍົກຍ້າຍທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປັນປະທານອົງການກາແດງລາວຄົນໃໝ່.

.

# ຂ່າວ & ພາບ :  ໄຊບັນດິດ

error: Content is protected !!