ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ຮສ ດຣ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການການລະບາດຂອງພະຍາດ COVID-19 ປະຈຳວັນທີ 16 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນກ່າວວ່າ: ວັນທີ 15 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ 1.427 ຕົວຢ່າງ ໃນນັ້ນ ນະຄອນຫຼວງ 941 ຕົວຢ່າງ ແລະ ຕ່າງແຂວງ 486 ຕົວຢ່າງ ພົບຜູ້ຕິດເຊື້ອໃໝ່ 21 ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດ 1.591 ຄົນ ເສຍຊິວິດສະສົມທັງໝົດ 2 ຄົນ ກ່ຽວກັບກໍລະນີຕິດເຊື້ອໃໝ່ 21 ຄົນ (ກໍລະນີຢັ້ງຢືນທີ 1.571 – 1.591) ໃນນັ້ນ ຄົນເຈັບຕິດເຊື້ອໃໝ່ຈາກນະຄອນຫຼວງ 11 ຄົນນັ້ນ ແມ່ນການຕິດເຊື້ອໃນຊຸມຊົນ ຈໍາປາສັກ 7 ຄົນ ແລະ ສະຫວັນນະເຂດ 3 ຄົນ ກໍລະນີກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ.

ສໍາລັບກໍລະນີຕິດເຊື້ອໃໝ່ 11 ຄົນໃນນະຄອນຫຼວງວຽງຈັນ ແມ່ນຕິດມາຈາກຄົນເຈັບທີ່ເສຍຊິວິດຜູ້ທີ 2 ກຸ່ມບໍລິສັດສັນຕິພາບສັງກະສີລາວ ກຸ່ມພະນັກງານສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ກຸ່ມໃກ້ຊິດກັບພະນັກງານ T-Plus (Lao telecom company) ທີ່ອາໄສຢູ່ຫ້ອງແຖວບ້ານຫວ້ຍຫົງ ກຸ່ມພະນັກງານອາສາສະໝັກ UNDP ແລະ ກຸ່ມພະນັກງານບຳນານກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ປັດຈຸບັນ ມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດ 1.015 ຄົນ ໃນນັ້ນ ໄດ້ຮັບການປິ່ນປົວດີທັງໝົດ 574 ຄົນ (ໃໝ່ 19 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນ (ສໍາລັບຜູ້ທີ່ບໍ່ມີເງື່ອນໄຂ) ຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັງຄັດ.
ສະພາບການລະບາດຂອງພະຍາດ COVID-19 ຢູ່ໃນໂລກ ປັດຈຸບັນ ທົ່ວໂລກມີການລາຍງານການຕົວເລກຜູ້ຕິດເຊື້ອສະສົມທັງໝົດ 163.158.860 ຄົນ ເສຍຊິວິດສະສົມ 3.382.910 ຄົນ ແລະ ປີ່ນປົວຫາຍດີ 142.563.799 ຄົນ ປະເທດທີ່ຍັງມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ແມ່ນ ສະຫະລັດອາເມຣິກາ ອິນເດຍ ບຣາຊິນ ແລະ ຝຣັ່ງ.
.
# ຂ່າວ & ພາບ : ອົ່ນ ໄຟສົມທອງ