ຖືວ່າເປັນຂ່າວດີອີກຄັ້ງ ທີ່ໂຮງໝໍເຊດຖາທິຣາດ ກໍຄືທີມແພດໝໍ ໄດ້ເສຍສະຫຼະເຫື່ອແຮງ ພ້ອມທຸ່ມເທຄວາມຮູ້ຄວາມສາມາດທາງດ້ານວິຊາການປິ່ນປົວຄົນເຈັບພະຍາດໂຄວິດ-19 ສືບຕໍ່ຫາຍດີ ເຊິ່ງໃນວັນທີ 13 ພຶດສະພາ 2021 ຄົນເຈັບພະຍາດໂຄວິດ-19 ຈຳນວນ 11 ກໍລະນີ ແມ່ນໄດ້ຮັບການປິ່ນປົວດີຈາກພະຍາດດັ່ງກ່າວ ແລະ ໄດ້ອະນຸຍາດໃຫ້ໄປຈຳກັດບໍລິເວນຢູ່ເຮືອນຕາມທີ່ແພດໝໍກຳນົດໃຫ້ຢ່າງເຄັ່ງຄັດ ໃນຄົນເຈັບທີ່ປິ່ນປົວດີນັ້ນ ລວມມີຜູ້ສູງອາຍຸ 90 ປີ ແລະ ເດັກນ້ອຍ ອາຍຸ 7 ປີ ກໍໄດ້ປິ່ນປົວຫາຍດີຈາກພະຍາດດັ່ງກ່າວ ເຊີ່ງຖືເປັນຂ່າວດີທີ່ສຸດ.


.
# ຂ່າວ & ພາບ : ເພັດສະໝອນ