ສປປ ລາວ ວັນນີ້ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ພຽງ 5 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວປະຈໍາວັນກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ວັນທີ 26 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກວ່າ: 

    ວັນທີ 25 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.767 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 5 ກໍລະນີ ໃນນີ້ ນະຄອນຫຼວງວຽງຈັນ 3 ຄົນ ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ ຄື: 

  • ເພດຍິງ ອາຍຸ 33 ປີ ບ້ານຮ່ອງໄກແກ້ວ ເມືອງຈັນທະບູລີ
  • ເພດຊາຍ ອາຍຸ 45 ປີ ບ້ານຮ່ອງໄກແກ້ວ ເມືອງຈັນທະບູລີ 
  • ແລະ ເພດຍິງ ອາຍຸ 17 ປີ ບ້ານອາມອນ ເມືອງໄຊເສດຖາ 
  • ສ່ວນອີກ 2 ຄົນ ຢູ່ແຂວງສະຫວັນນະເຂດ ເປັນກໍລະນີນໍາເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ 

    ສ່ວນວຽກງານການປິ່ນປົວ ແມ່ນມີຜູ້ປິ່ນປົວຫາຍດີທັງໝົດ 1.261 ຄົນ ໃນນີ້ປິ່ນປົວດີໃໝ່ 81 ຄົນ ແລະ ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 620 ຄົນ. 

    ສໍາລັບສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປທີ່ໄດ້ຖະແຫຼງຂ່າວວັນທີ 25 ພຶດສະພາ 

  • ມີໂຮງຮຽນປະຖົມສົມບູນຫົວຊຽງ (ວັນທີ 21/5/21) 
  • ຕະຫຼາດຫົວຂົວ ຕະຫຼາດໂນນຄໍ້ ຕະຫຼາດໂອຊິນ ຕະຫຼາດໂພນຕ້ອງ ແຄັມສ້າງທາງລົດໄຟ ບ້ານດົງຫຼວງ ເມືອງນາຊາຍທອງ ຕະຫຼາດອົດຊີ (ວັນທີ 17/5/21) 
  • ບໍລິສັດຮຸ່ງອາລຸນ ສາຂາສີໄຄ (ວັນທີ 23/5/21) 
  • ຫ້ອງແຖວບ້ານໂພນສີນວນ (ຮ່ອມທະນາຄານລາວກໍ່ສ້າງ) ແລະ Lady clinic ບ້ານສີດຳດວນ (ວັນທີ 23/5/21)

.                # ຂ່າວ & ພາບ : ຂັນທະວີ 

error: Content is protected !!