ເອຈ໌ທີທີພູລ ລາວ (Httpool Laos) ບໍລິສັດໃນເຄືອຂອງ Aleph Holding ຄູ່ຮ່ວມມືລະດັບໂລກທີ່ໃຫຍ່ທີ່ສຸດຂອງບັນດາແພຼັດຟອມຫຼັກດ້ານສື່ ໄດ້ສະເຫຼີມສະຫຼອງຄົບຮອບ 1 ປີ ໃນເດືອນພຶດສະພາ 2021 ການສ້າງຕັ້ງຫ້ອງການທ່າມກາງການແຜ່ລະບາດຂອງພະຍາດ ແຕ່ໄດ້ສຳເລັດແຄັມເປນໂຄສະນາທາງເຟສບຸກ ຫຼາຍກວ່າ 8.600 ແຄັມເປນ ເຊິ່ງເປັນການລິເລີ່ມທີ່ໜ້າຕື່ນເຕັ້ນ ແລະ ທ້າທາຍຂອງບໍລິສັດ ປັດຈຸບັນ Httpool ກຳລັງເຮັດໜ້າທີ່ເປັນຄູ່ຮ່ວມຄ້າດ້ານການຂາຍເປັນທາງການຂອງເຟສບຸກ ເພື່ອຊ່ວຍເຫຼືອບໍລິສັດ ແລະ ຍີ່ຫໍ້ຕ່າງໆໃນການເຮັດໂຄສະນາຂອງເຂົາເຈົ້າຜ່ານແພຼັດຟອມລະດັບໂລກດັ່ງກ່າວ.

ໃນຖານະທີ່ເປັນແພຼັດຟອມດີຈີຕອນທີ່ສໍາຄັນທີ່ສຸດໃນ ສປປ ລາວ ເຟສບຸກໄດ້ຖືກນຳໃຊ້ປະມານ 3,4 ລ້ານຄົນ (ຂໍ້ມູນຈາກ https://datareportal.com/reports/digital-2021-laos?rq=laos) ເຊິ່ງເປັນຊ່ອງທາງທີ່ດີທີ່ສຸດໃຫ້ທຸລະກິດພາຍໃນປະເທດ ສຳລັບການເຂົ້າເຖິງຜູ້ບໍລິໂພກ ນໍາສະເໜີ ແບ່ງປັນຂໍ້ສະເໜີ ຕ່າງໆ ແຈ້ງໃຫ້ລູກຄ້າຊາບກ່ຽວກັບຜະລິດຕະພັນໃໝ່ ແລະ ຍົກສູງໃຫ້ຍີ່ຫໍ້ເປັນທີ່ຮູ້ຈັກຫຼາຍຂຶ້ນ.

ທີມງານຜູ້ຊ່ຽວຊານດ້ານແພຼັດຟອມເຟສບຸກຂອງ Httpool ໄດ້ສະໜອງຜົນປະໂຫຍດຂໍ້ໄດ້ປຽບດ້ານການເພີ່ມຄຸນຄ່າ ເຊັ່ນ: ການໃຫ້ຄໍາປຶກສາດ້ານການສ້າງແຄັມເປນໂຄສະນາ ການແກ້ໄຂບັນຫາ ແນວຄວາມຄິດສ້າງສັນ ແລະ ການປະເມີນຜົນທີ່ໄດ້ຮັບ ພ້ອມທັງຈັດສໍາມະນາດ້ານການສຶກສາທາງອອນລາຍໂດຍບໍ່ມີຄ່າໃຊ້ຈ່າຍ ເພື່ອໃຫ້ລູກຄ້າມີຄວາມເຂົ້າໃຈຫຼາຍທີ່ສຸດໃນນໍາໃຊ້ເຟສບຸກສຳລັບການເຮັດໂຄສະນາໃຫ້ມີປະສິດທິຜົນສູງສຸດ.

ທ່ານ Shuhel Pistawala ຫົວໜ້າຝ່າຍເຟສບຸກໃນຂົງເຂດອິນດູຈີນຂອງ Httpool ກ່າວວ່າ: ການເພີ່ມຂຶ້ນຂອງວຽກງານດ້ານດີຈີຕອນ ແລະ ການພັດທະນາດ້ານຜູ້ບໍລິໂພກຢູ່ໃນປະເທດລາວ ເປັນໂອກາດທີ່ດີສຳລັບຍີ່ຫໍ້ຕ່າງໆທີ່ຈະເຕີບໃຫຍ່ ໂດຍສະເພາະຜ່ານຂະແໜງດີຈີຕອນ ການເປັນຕົວແທນຕາງໜ້າໃຫ້ແພຼັດຟອມທີ່ສໍາຄັນ ຄືເຟສບຸກແມ່ນໂອກາດທີ່ດີ ແລະ ເປັນຄວາມຮັບຜິດຊອບທີ່ທ້າທາຍຂອງບໍລິສັດເຊັ່ນດຽວກັນ.

ທ່ານ ວັນນະເລດ ພິມພະຈັນ ຜູ້ບໍລິຫານການຮ່ວມມືກັບລູກຄ້າ Httpool Laos ກ່າວວ່າ: ຖືວ່າເປັນປີທຳອິດທີ່ສຸດຍອດຫຼາຍ ແລະ ພວກເຮົາໄດ້ຮັບການຮ່ວມມືທີ່ດີເລີດຈາກບັນດາບໍລິສັດ ແລະ ລູກຄ້າ ພ້ອມທັງໄດ້ຮຽນຮູ້ ແລກປ່ຽນເຊິ່ງກັນ ແລະ ກັນຫຼາຍຢ່າງໃນແຕ່ລະວັນ ເພື່ອນໍາມາປັບປຸງຜົນງານການເຮັດວຽກຂອງພວກເຮົາໃຫ້ດີຂຶ້ນເລື້ອຍໆ ແລະ ຍັງສືບຕໍ່ພັດທະນາປັບປຸງຢ່າງຕໍ່ເນື່ອງ ພວກເຮົາມີຄວາມຕື່ນເຕັ້ນທີ່ຈະໄດ້ສືບຕໍ່ນຳເອົາວິທີການເຮັດໂຄສະນາທາງເຟສບຸກມາສູ່ປະເທດລາວ ພ້ອມທັງມີຄວາມປິຕິຍິນດີຢ່າງຍິ່ງທີ່ຈະສະເໜີ ແບ່ງປັນ ແລະ ໃຫ້ຄໍາປຶກສາແກ່ບັນດາບໍລິສັດ ແລະ ລູກຄ້າ ເພື່ອໃຫ້ສາມາດສ້າງການເຂົ້າເຖິງຂອງໂຄສະນາເຫຼົ່ານັ້ນໄດ້ດີຂຶ້ນໃນແຕ່ລະວັນ ຄວາມມຸ່ງໝັ້ນຂອງພວກເຮົາຕໍ່ການນຳເອົາຄວາມຮູ້ດ້ານດີຈີຕອນມາສູ່ປະເທດລາວ ຈະຖືກສືບຕໍ່ຂະຫຍາຍຕົວໃນປີນີ້ຢ່າງແນ່ນອນ.
ທີມງານຂອງ Httpool ໃນ ສປປ ລາວ ປັດຈຸບັນໄດ້ໃຫ້ບໍລິການຫຼາຍກວ່າ 90 ຍີ່ຫໍ້ໃນອຸດສາຫະກຳຕ່າງໆ ເປັນຕົ້ນ ດ້ານສື່ ສິນຄ້າອຸປະໂພກ-ບໍລິໂພກ ສຸຂະພາບ ຄວາມບັນເທີງ ດ້ານການເງິນ e-commerce ການສຶກສາ ແລະ ອື່ນໆ ສປປ ລາວ ມີທີມງານຜູ້ຊ່ຽວຊານສະເພາະດ້ານດີຈີຕອນຫຼາຍກວ່າ 25 ທ່ານ ທັງໃນປະເທດ ແລະ ລະດັບພາກພື້ນ ຈາກປະເທດອິນເດຍ ມຽນມາ ແລະ ກຳປູເຈຍ.
. # ຂ່າວ & ພາບ : ສະບາໄພ