ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໄດ້ຖະແຫຼງຂ່າວປະຈຳວັນ ກ່ຽວກັບການແຜ່ບາດຂອງພະຍາດ COVID-19 ໃນວັນທີ 25 ພຶດສະພາ 2021 ຢູ່ສູນປະຕິບັດງານຄະນະສະເພາະກິດຄວບຄຸມ COVID-19 ນະຄອນຫຼວງວຽງຈັນ ໂດຍທ່ານໃຫ້ຮູ້ວ່າ:

ໃນວັນທີ 24 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.484 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 56 ກໍລະນີ (ກໍລະນີຢັ້ງຢືນທີ 1823-1878) ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 1.878 ຄົນ (ໃໝ່ 56) ເສຍຊິວິດສະສົມທັງໝົດ 2 ຄົນ (ໃໝ່ 00 ) ວຽກງານການປິ່ນປົວ ແມ່ນມີຜູ້ປິ່ນປົວດີທັງໝົດ 1.180 ຄົນ (ໃໝ່ 47 ຄົນ) ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 696 ຄົນ ຕິດຕາມອາການທີ່ໄດ້ດົມອົກຊີຈຳນວນ 8 ຄົນ ອາການໜັກໄດ້ໃສ່ເຄື່ອງຊ່ວຍຫາຍໃຈບໍ່ມີ ແລະ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 44 ສູນ ມີຜູ້ຈຳກັດບໍລິເວນທັງໝົດ 3.337 ຄົນ.

ກ່ຽວກັບກໍລະນີຕິດເຊື້ອໃໝ່ 56 ຄົນ (ກໍລະນີຢັ້ງຢືນທີ 1823-1878) ຄົນເຈັບຕິດເຊື້ອໃໝ່ຈາກນະຄອນຫຼວງວຽງຈັນ 16 ຄົນ (15 ຄົນ ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ ແລະ ອີກ 1 ຄົນແມ່ນເປັນກໍລະນີນຳເຂົ້າມາຈາກປະເທດເພື່ອນບ້ານ) ແຂວງສະຫວັນນະເຂດ 10 ຄົນ ແລະ ແຂວງຈໍາປາສັກ 3 ຄົນ ນັ້ນແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ ສຳລັບແຂວງອຸດົມໄຊ 7 ຄົນ ບໍ່ແກ້ວ 17 ຄົນ ແລະ ຜົ້ງສາລີ 3 ຄົນ ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ.
ສຳລັບສະພາບການລະບາດໃນ ສປປ ລາວ ເຫັນວ່າ ການລະບາດຍັງສືບຕໍ່ ມີລາຍງານກໍລະນີໃໝ່ທຸກມື້ ພ້ອມດຽວກັນນັ້ນ ໃນສັງຄົມຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ ໄດ້ກີນເຂົ້າຊຸມກັນ ຈຶ່ງເຮັດໃຫ້ມີສະພາບການລະບາດເປັນຈຸ້ມໃນຄອບຄົວ ຍາດຕິພີ່ນ້ອງ ແລະ ໝູ່ຄູ່ ກໍເນື່ອງຈາກຜູ້ຕິດເຊື້ອບາງຄົນບໍ່ສະແດງອາການ ຈຶ່ງສືບຕໍ່ໄປເຄື່ອນໄຫວເຮັດວຽກຕາມປົກກະຕິ ເຮັດໃຫ້ການລະບາດເຂົ້າສູ່ບັນດາຫ້ອງການ ສຳນັກງານ ອົງການ ບໍລິສັດ ໂຮງຈັກ-ໂຮງງານ ຖ້າມີຜູ້ຕິດເຊື້ອເຂົ້າໄປເຮັດວຽກໃນສະຖານທີ່ທີ່ມີຄົນຈຳນວນຫຼາຍ ອາດເຮັດໃຫ້ມີການຕິດເຊື້ອແຜ່ລະບາດເປັນວົງກ້ວາງ ແລະ ມີເຂດການຕິດເຊື້ອໃໝ່ເກີດຂື້ນ.
. # ຂ່າວ & ພາບ : ຊິລິການດາ