ນະຄອນຫຼວງມີແຜນພັດທະນາ ສ ສີຂຽວ ສຸມໃສ່ 3 ເສັ້ນທາງຫຼັກ

    ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 26 ພຶດສະພາ 2021 ວ່າ: ການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຢູ່ນະຄອນຫຼວງວຽງຈັນ ຈະສຸມໃສ່ປະຕິບັດຄາດໝາຍ ແລະ ວຽກຈຸດສຸມຄື: ສຶບຕໍ່ປະຕິບັດນະໂຍບາຍ ສ ສີຂຽວ ຂອງນະຄອນຫຼວງວຽງຈັນ ແລະ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດໃຫ້ມີປະສິດທີ່ຜົນສູງ ຕາມຄໍາຂັວນ: ປຸກຂະບວນການສີຂຽວເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2021 ສູ້ຊົນຕາມແຜນການສ້າງ ສ ສີຂຽວ ແນໃສ່ສ້າງເສັ້ນທາງສີຂຽວ ສຳນັກງານຫ້ອງການ ຟື້ນຟູປ່າທໍາມະຊາດໃຫ້ເປັນຮູບປະທຳ ແລະ ສົ່ງເສີມການປູກໄມ້ເພື່ອເປັນສິນຄ້າໃຫ້ບັນລຸ 300 ເຮັກຕາ.

    ສໍາລັບແຜນພັດທະນາ ສ ສີຂຽວ ປະຈຳປີ 2021 ສຸມໃສ່ເສັ້ນທາງ 450 ປີ ເສັ້ນທາງເລກທີ 10, 11, 13 ເໜືອ-ໃຕ້ ແລະ ເສັ້ນທາງດອນກອຍ ໃນນີ້ເສັ້ນທາງ 450 ປີ ແຜນການຈະປູກໄມ້ອຸດສາຫະກໍາ ແລະ ໄມ້ປະດັບສ້ອມຄືນຈໍານວນ 850 ຕົ້ນ ຢູ່ 3 ເມືອງຄື: ຫາດຊາຍຟອງ 300 ຕົ້ນ ໄຊເສດຖາ 400 ຕົ້ນ ໄຊທານີ 150 ຕົ້ນ ສີໂຄດຕະບອງ 200 ຕົ້ນ ແລະ ສີສັດຕະນາກ 200 ຕົ້ນ ລວມຄວາມຍາວເສັ້ນທາງ 10,6 ກິໂລແມັດ ມີ 1.250 ຕົ້ນ ນອກນີ້ ເມືອງໄຊທານີຈະປູກຕົ້ນໄມ້ 1.500 ຕົ້ນ ໃນນີ້ ມີໄມ້ອຸດສາຫະກໍາ 500 ຕົ້ນ ຈະໄດ້ປູກຢູ່ທີ່ໂຮງຮຽນປະຖົມສາມສະອາດ ໃນເນື້ອທີ່ 1 ເຮັກຕາ ເມືອງປາກງື່ມ ປູກຈໍານວນ 2.000 ຕົ້ນ ເນື້ອທີ່ 2 ເຮັກຕາ ປູກໃສ່ເຂດໂຮງຮຽນປະຖົມສົມບູນບ້ານໂນນ ປະເພດໄມ້ອຸດສາຫະກຳ 1000 ເຮັກຕາ ແລະ ໄມ້ປະດັບ ມີເບັ້ຍໄມ້ 3.500 ຕົ້ນ. ພິເສດ ເມືອງສັງທອງຈະປູກໃສ່ເຂດປ່າປ້ອງກັນເນື້ອທີ່ 5 ເຮັກຕາ ເຂດພູຫຍ້າໄຊ ບ້ານເພຍລາດ ຈໍານວນ 5 ເຮັກຕາ ຈຳນວນເບ້ຍໄມ້ 5.000 ເບ້ຍ ສ່ວນການພັດທະນາໂຮງຈັກໂຮງງານສີຂຽວ ເມືອງປາກງື່ມ ບໍລິສັດ BKN ຖ່ານຂາວສົ່ງອອກ ປູກຕົ້ນໄມ້ຕິ້ວໃສ່ເຂດຫ້ວນຊັນ ເພື່ອປ້ອນໂຮງງານຜະລິດຖ່ານຂາວສົ່ງອອກຕ່າງປະເທດ ຈໍານວນ 4.000 ຕົ້ນ ໃນເນື້ອທີ່ 5 ເຮັກຕາ ການເປີດຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2021 ໃຫ້ເປັນຂະບວນການຟົດຟື້ນ ການຈັດພິທີປູກໄມ້ທົ່ວນະຄອນຫຼວງວຽງຈັນ ໃນວັນທີ 1 ມິຖຸນາ 2021 ໂດຍມີໜ້າວຽກທີ່ສໍາຄັນຄື: ຕິດປ້າຍໂຄສະນາ ເພື່ອປູກຈິດສໍານຶກ ໃຫ້ປະຊາຊົນ ນັກຮຽນຮູ້ປັນຍາຊົນ ແລະ ນັກສຶກສາ ຮູ້ເຖິງຂະບວນປູກໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ ມີຢູ່ບັນດາສຳນັກງານອົງການ ໂຮງຮຽນ ແລະ ສະຖານທີ່ສາທາລະນະ ມອບໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ 9 ຕົວເມືອງເປັນເຈົ້າການປະສານສົມທົບກັບບ້ານພາກສ່ວນກ່ຽວຂ້ອງ ຈັດຕັ້ງນຳພາປູກໄມ້ໃຫ້ສຳເລັດຕາມແຜນການປະຈຳປີ 2021 ຂອງຕົນ ໂດຍປະຕິບັດມາດຕະການເຂັ້ມງວດ ປະຕິບັດຄຳສັງເລກທີ 15/ນຍ ແຈ້ງການເລກທີ 0035/ກປ ລົງວັນທີ 13 ພືດສະພາ 2021 ແລະ ມາດຕະການອື່ນໆຂອງຄະນະສະເພາະກິດຄວບຄຸມ ແລະ ປ້ອງກັນໂຄວິດ-19 ວາງອອກແຕ່ລະໄລຍະ ສະເພາະການຈັດຕະຫຼາດວາງສະແດງ ແລະ ຂາຍເບັ້ຍໄມ້ ແມ່ນເລື່ອນໄປກ່ອນຈົນກວ່າມີມາດຕະການຜ່ອນຜັນຈາກຄະນະສະເພາະປ້ອງກັນໂຄວິດ-19 ອະນຸຍາດ ຈຶ່ງຈັດຕັ້ງປະຕິບັດ ເພື່ອອຳນວຍຄວາມສະດວກ ມອບໃຫ້ຂະແໜງປ່າໄມ້ ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແຈ້ງຂໍ້ມູນຮ້ານ ຕະຫຼາດຈໍາໜ່າຍເບັ້ຍໄມ້ໃຫ້ຊາວນະຄອນຫຼວງວຽງຈັນ ຜູ້ປະກອບການ ແລະ ການຈັດຕັ້ງທີ່ຕ້ອງການປູກໄມ້ ສາມາດເຂົ້າເຖິງໄດ້ ສືບຕໍ່ຈັດຝຶກອົບຮົມການຂຶ້ນທະບຽນສ່ວນປູກໄດ້ ໃຫ້ປ່າໄມ້ຂັ້ນບ້ານນໍາພາປະຕິບັດຢູ່ຂັ້ນບ້ານໃຫ້ເປັນຮູບປະທຳ ແລະ ກະກຽມຈັດສຳມະນາຮ່ວມກັບພາກສ່ວນຕ່າງໆ ແລະ ອົງການປົກຄອງເມືອງ ກ່ຽວກັບການຄຸ້ມຄອງປ່າໄມ້ແບບຢືນຍົງຢູ່ນະຄອນຫຼວງວຽງຈັນ..

.# ຂ່າວ & ພາບ : ຂັນທະວີ

error: Content is protected !!