ຕະຫຼາດໂນນຄໍ້ ສີດຢາຂ້າເຊື້ອ ພ້ອມໃຫ້ເປີດບໍລິການປົກກະຕິວັນທີ 26 ພຶດສະພາ

    ທ່ານ ວຽງຄໍາ ລໍວັນໄຊ ຫົວໜ້າຈັດສັນຕະຫຼາດໂນນຄໍ້ ໃຫ້ສໍາພາດວັນທີ 25 ພຶດສະພາ 2021 ວ່າ: ວັນທີ 24-25 ພຶດສະພາ ຕະຫຼາດໂນນຄໍ້ໄດ້ປິດການໃຫ້ບໍລິການ ເນື່ອງຈາກວ່າໄດ້ສີດຢາຂ້າເຊື້ອພາຍໃນຕະຫຼາດ ຮັບປະກັນໃຫ້ຕະຫຼາດປອດເຊື້ອພະຍາດໂຄວິດ-19 ພ້ອມນັ້ນ ເພື່ອສ້າງຄວາມໝັ້ນໃຈໃຫ້ກັບຊາວຄ້າຂາຍ ແລະ ພໍ່ແມ່ປະຊາຊົນທີ່ມາຊື້ເຄື່ອງອຸປະໂພກ-ບໍລິໂພກໃນຕະຫຼາດ ມີຄວາມໝັ້ນໃຈວ່າຕະຫຼາດແຫ່ງນີ້ປອດຈາກເຊື້ອພະຍາດໂຄວິດ-19 ພາຍຫຼັງທີ່ສີດຢາຂ້າເຊື້ອແລ້ວ ວັນທີ 26 ພຶດສະພາ ຕະຫຼາດໂນນຄໍ້ຈະໄດ້ເປີດໃຫ້ບໍລິການປົກກະຕິ ເຊິ່ງແມ່ຄ້າຊາວຂາຍ ແລະ ລູກຄ້າທີ່ມາຊື້ອາຫານການກິນ ແລະ ເຄື່ອງໃຊ້ຕ່າງໆຕ້ອງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ເຊັ່ນ: ກ່ອນຈະເຂົ້າຕະຫຼາດ ຕ້ອງໄດ້ຮັບການກວດຄັດກອງວັດແທກອຸນຫະພູມ ໃສ່ຜ້າອັດປາກ-ອັດດັງ ແລະ ໝັ່ນລ້າງມືດ້ວຍເຈວຂ້າເຊື້ອ ຖ້າບໍ່ດັ່ງນັ້ນ ຄະນະຈັດສັນຈະບໍ່ອະນຸຍາດໃຫ້ເຂົ້າຕະຫຼາດ ຫຼື ແທກອຸນຫະພູມຮອດ 37 ຫຼື 38 ອົງສາ ແນະນໍາໃຫ້ກັບບ້ານແລ້ວຕິດຕາມອາການຕົນເອງ ພ້ອມນັ້ນ ໃນຕະຫຼາດຍັງໄດ້ໃຫ້ບໍລິການເຈວລ້າງມື 20 ຈຸດ ນອກນັ້ນ ຕະຫຼາດຍັງໄດ້ມີການຮັກສາອະນາໄມເປັນແຕ່ລະມື້ ແລະ ໄດ້ເຮັດເປັນປະຈໍາ ເພື່ອໃຫ້ຕະຫຼາດມີຄວາມສະອາດ ເປັນມິດຕໍ່ສິ່ງແວດລ້ອມຕື່ມອີກ.

    ໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດ-19 ຮອບໃໝ່ນີ້ ຕະຫຼາດໂນນຄໍ້ ຍັງໄດ້ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ສອງໂຮງຮຽນ ຄື: ໂຮງຮຽນສັບພະວິຊາ ແລະ ໂຮງຮຽນສີລະປະ ນອກນັ້ນຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ປະຊາຊົນອ້ອມຂ້າງຕະຫລາດ ພິເສດໂຮງຫມໍເມືອງໄຊເສດຖາແມ່ນໄດ້ໃຫ້ການຊ່ວຍເຫຼືອເປັນປະຈໍາ ຄົນຂັບລົດຕຸກໆພາຍໃນຕະຫລາດກໍ່ໄດ້ຊ່ວຍເຫຼືອເຂົ້າສານເຄິ່ງໝື່ນ ໄຂ່ໄກ່ ຈໍານວນໜຶ່ງ ນອກນັ້ນແມ່ຄ້າພາຍໃນຕະຫລາດທີ່ມີຄວາມຫຍຸ້ງຍາກກະໄດ້ໃຫ້ການຊ່ວຍເຫຼືອຕື່ມອີກດ້ວຍ.

    ທ່ານ ນາງ ແສງແກ້ວ ວົງພະຈັນ ອຳນວຍການຕະຫຼາດໂນນຄໍ້ໃຫ້ຮູ້ຕື່ມອີກວ່າ: ນັບແຕ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ຕະຫຼາດຂອງຂ້າພະເຈົ້າໄດ້ຈັດຕັ້ງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ແລະ ໄດ້ອະນາໄມຕະຫຼາດໃນແຕ່ລະມື້ ພາຍຫຼັງໄດ້ມີການປິດການຂາຍເຄື່ອງໃນຕອນແລງຂອງທຸກໆມື້ ແມ່ນໄດ້ມີການສີດຢາຂ້າເຊື້ອ ເພື່ອຮັບປະກັນຄວາມປອດໄພຂອງພະຍາດໂຄວິດ-19 ພ້ອມນັ້ນ ຍັງໄດ້ຮຽກຮ້ອງມາຍັງຊາວຄ້າຂາຍ ແລະ ຜູ້ມາໃຊ້ບໍລິການຕະຫຼາດ ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຕົນເອງເຊັ່ນກັນ ແລະ ຮຽກຮ້ອງມາຍັງບັນດາຕະຫຼາດພາຍໃນນະຄອນຫຼວງວຽງຈັນ ໂດຍສະເພາະ ຕະຫຼາດພາຍໃນເມືອງໄຊເສດຖາ ເຊິ່ງເປັນເມືອງໜຶ່ງທີ່ຜູ້ຕິດເຊື້ອໂຄວິດຫຼາຍກວ່າໝູ່ ໃຫ້ມີຄວາມສາມັກຄີ ຮ່ວມມືກັນເອົາໃຈໃສ່ອະນາໄມຕະຫຼາດຂອງຕົນເອງ ແລະ ສີດຢາຂ້າເຊື້ອໃນແຕ່ລະມື້ ໃຫ້ຕະຫຼາດມີຄວາມປອດໂປ່ງ ເພື່ອໃຫ້ເມືອງໄຊເສດຖາ ກໍຄືນະຄອນຫຼວງວຽງຈັນປອດຈາກເຊື້ອພະຍາດໂຄວິດ-19 ໂດຍໄວ.

.                               # ຂ່າວ & ພາບ : ບຸນມີ

error: Content is protected !!