ຫາລືອຸດສາຫະກໍາ 5G ອາຊີ-ປາຊີຟິກ ເຜີຍແຜ່ຄຸນຄ່າລະບົບນິເວດສໍາລັບອຸດສາຫະກໍາ 4.0

    ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ໄດ້ຮ່ວມເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືອຸດສາຫະກໍາ 5G ອາຊີ-ປາຊີຟິກ ຂຶ້ນວັນທີ 20 ພຶດສະພາ 2021 ດ້ວຍຮູບແບບອອນລາຍ ພາຍໃຕ້ຫົວຂໍ້ “5G ສ້າງແຮງຈູງໃຈມູນຄ່າໃໝ່ ເລັ່ງອຸດສາຫະກຳ 4.0” ໂດຍຮຽກຮ້ອງໃຫ້ມີການຮ່ວມມືດ້ານລະບົບນິເວດ ແລະ ນະວັດຕະກໍາຮ່ວມກັນ ເພື່ອສະໜັບສະໜູນການຫັນປ່ຽນອຸດສາຫະກໍາສູ່ດີຈີຕອນ ເຊິ່ງມີຕົວແທນຂອງລັດຖະບານ ຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ສະຖາບັນການສຶກສາ ນັກວິຊາການໄອຊີທີ ແລະ ຜູ້ປະກອບການອຸດສາຫະກຳອື່ນໆທົ່ວພາກພື້ນອາຊີ-ປາຊີຟິກ ເຂົ້າຮ່ວມ 800 ກວ່າຄົນ.

    ການປຶກສາຫາລືຄັ້ງນີ້ ໄດ້ເຊີນບັນດາພັນທະມິດດ້ານເຕັກໂນໂລຊີ ແລະ ຜູ້ປະກອບການອຸດສາຫະກຳ ໃຫ້ຮ່ວມແລກປ່ຽນ ແລະ ຄົ້ນຄວ້າກ່ຽວກັບວິທີການພັດທະນາລະບົບນິເວດ 5G ແບບຍືນຍົງ ເພື່ອປະກອບສ່ວນສ້າງຄຸນຄ່າ ແລະ ທຸລະກິດທີ່ສູງຂຶ້ນໃນພາກພື້ນອາຊີ-ປາຊີຟິກ ໂດຍຜູ້ຮ່ວມປຶກສາຫາລືມາຈາກອຸດສາຫະກຳ ແລະ ປະເທດທີ່ແຕກຕ່າງກັນ ເຊັ່ນ: ຈີນ ອິນໂດເນເຊຍ ມາເລເຊຍ ສິງກະໂປ ແລະ ໄທ.

    ທ່ານ Dennis Xiao ປະທານກໍາມະການພະແນກເຄືອຂ່າຍທຸລະກິດຜູ້ໃຫ້ບໍລິການພາກພື້ນອາຊີ-ປາຊີຟິກ ບໍລິສັດຫົວເຫວີຍ ກ່າວວ່າ: ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງເອົາຊະນະ 5G ບໍ່ພຽງແຕ່ຕ້ອງການມີນັກປະດິດສ້າງເທົ່ານັ້ນ ແຕ່ຍັງຕ້ອງການຜູ້ປະຕິບັດງານທີ່ກ້າຫານ ເພື່ອການຂັບເຄື່ອນ ແລະ ພັດທະນາ ສາມາດເອົາໂຮງໝໍສິລິລາດ ຢູ່ປະເທດໄທ ມາຍົກເປັນຕົວຢ່າງ ເຊິ່ງພວກເຂົາກຳລັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການຫັນປ່ຽນຂະບວນການແບບເກົ່າ ແຕ່ສຸດທ້າຍ ໂຮງໝໍກໍໄດ້ເລີ່ມນໍາໃຊ້ບໍລິການ 5G ສຳລັບການກວດຄົນເຈັບທີ່ອາໄສຢູ່ເຂດຫ່າງໄກ ລົດສຸກເສີນທີ່ມີການເຊື່ອມຕໍ່ ແລະ ພາຫະນະການແພດທີ່ບໍ່ມີຄົນຂັບ ເພື່ອການໃຫ້ບໍລິການຢາທີ່ມີຄຸນນະພາບສູງຂຶ້ນແກ່ຄົນເຈັບຂອງພວກເຂົາ.

    ທ່ານ Dustin Kehoe ຜູ້ອຳນວຍການ Global Data ໜ່ວຍບໍລິການ APAC & ME ກ່າວວ່າ: ມີຫຼາຍກວ່າ 15.000 ບໍລິສັດໃນອາຊຽນ ກຳລັງໃຊ້ຈ່າຍເງິນຫຼາຍກວ່າ 246 ຕື້ໂດລາສະຫະລັດ ສຳລັບການຫັນເປັນໄອຊີທີໃນປັດຈຸບັນ ອຸດສາຫະກຳກຳລັງເລີ່ມນຳໃຊ້ 5G ໃນການຜະລິດນໍ້າມັນ ແລະ ແກັສ ສາທາລະນະສຸກ ແລະ ອື່ນໆ ໂດຍອີງໃສ່ຂົງເຂດນັ້ນໆ ປະເທດສະມາຊິກອາຊຽນມີຄວາມມຸ່ງໝັ້ນທີ່ຈະຂະຫຍາຍກຳລັງຄົນໃນຂະແໜງອຸດສາຫະກຳ ຜ່ານການເຝິກທັກສະ ແລະ ເຕັກນິກໂລຊີທີ່ຫຼວງຫຼາຍ.

    ທ່ານ Daisy Zhu ຮອງປະທານບໍລິສັດ ຝ່າຍການຕະຫຼາດໄຮ້ສາຍ ກ່າວວ່າ: 5GtoB ຈະສ້າງປະ ໂຫຍດອັນໃຫຍ່ຫຼວງໃຫ້ເສດຖະກິດໂລກ ແລະ ຫົວເຫວີຍໄດ້ນໍາສະເໜີເຄືອຂ່າຍເປົ້າໝາຍ 1+N 5G ເພື່ອຕອບສະໜອງຄວາມຕ້ອງການ ການເບິ່ງເຫັນ ການຄວບຄຸມໄລຍະໄກ ແລະ ການກໍານົດຕໍາແໜ່ງຂອງເຄື່ອງຈັກ ພ້ອມທັງໄດ້ແບ່ງປັນຕົວຢ່າງກ່ຽວກັບລະບົບອັດຕະໂນມັດໃນການຜະລິດ ສະໜາມບິນ ແລະ ທ່າເຮືອຂົນສົ່ງ ເຊິ່ງສະແດງໃຫ້ເຫັນບົດບາດຂອງ 5G ໃນການຕອບສະໜອງທີ່ຫຼາຍຂຶ້ນກວ່າເກົ່າ.

    ກອງປະຊຸມຄັ້ງນີ້ ໄດ້ກວມເອົາ 2 ຄະນະ ເຊິ່ງຄະນະທີ 1 ປະກອບມີບັນດາຄະນະກຳມະການຈາກມະຫາວິທະຍາໄລທີ່ປຶກສາລັດຖະບານ ແລະ ຜູ້ປະກອບການດ້ານໂທລະຄົມມະນາຄົມ ໄດ້ມີຄໍາເຫັນເປັນເອກະພາບກັນກ່ຽວກັບມາດຕະຖານອຸດສາຫະກຳ ນະໂຍບາຍສາທາລະນະ ແລະ ລະບຽບການທີ່ມີຜົນປະໂຫຍດດ້ານເສດຖະກິດ ເພື່ອນຳໃຊ້ໃນການສ້າງການເຕີບໂຕ ປັບປຸງຄຸນນະພາບ ແລະ ເພີ່ມປະສິດທິຜົນສູງສຸດໃນສາຍຜະລິດຕະພັນ ຄະນະທີ 2 ໄດ້ປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ໂອກາດຂອງການຮ່ວມມືດ້ານລະບົບນິເວດ 5G ຫົວເຫວີຍ ແລະ ຜູ້ປະກອບການໄດ້ສ້າງຂອບການຮ່ວມມືພື້ນຖານໂຄງລ່າງຫຼາຍດ້ານໃນຫຼາຍປີຜ່ານມາ ເຊິ່ງສາມາດຊ່ວຍສ້າງລະບົບນິເວດໃນທ້ອງຖິ່ນທີ່ໄວກວ່າເກົ່າ ບາດກ້າວຕໍ່ໄປແມ່ນການຄົ້ນຄວ້າການນຳໃຊ້ທຸລະກິດທີ່ເປັນໄປໄດ້ຫຼາຍຂຶ້ນເພື່ອສ້າງມູນຄ່າການຄ້າໃໝ່ ຮ່ວມກັບຜູ້ປະດິດສ້າງ ແລະ ຜູ້ໃຫ້ບໍລິການ ເພື່ອນໍາສະເໜີວິທີການແກ້ໄຂອຸດສາຫະກຳແບບ 5G ເພື່ອເລັ່ງການຫັນເປັນດີຈີຕອນອຸດສາຫະກຳ.

    ການປັບໃຊ້ 5G ທົ່ວອາຊີ-ປາຊີຟິກ ໄດ້ປູທາງໄປສູ່ນະວັດຕະກໍາໃໝ່ໃນຂະແໜງອຸດສາຫະກຳແນວຕັ້ງ ການສືບຕໍ່ລົງທຶນ ແລະ ການຮ່ວມມືດ້ານໄອຊີທີ ຈະຊ່ວຍໃຫ້ທຸລະກິດໃນພາກພື້ນດີຂຶ້ນ ເລັ່ງການຫັນເປັນດີຈີຕອນອຸດສາຫະກຳ ແລະ ພັດທະນາລະບົບນິເວດໃນທ້ອງຖິ່ນທີ່ຈຳເປັນ ເພື່ອສ້າງແຮງບັນດານໃຈໃຫ້ຄຸນຄ່າໃໝ່ ແລະ ການເລັ່ງອຸດສາຫະກຳ 4.0.

.                               # ຂ່າວ & ພາບ : ສະບາໄພ

error: Content is protected !!