ກຣິດຕະພົງ ກຣຸບ ມອບອຸປະກອນການແພດປ້ອງກັນໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ

    ວັນທີ 26 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ບໍລິສັດ ກຣິດຕະພົງ ກຣຸບ ຈໍາກັດ ແລະ ໂຮງແຮມແລນມາກແມ່ຂອງລີເວີໄຊ ໄດ້ມອບອຸປະກອນການແພດໃຫ້ນະຄອນຫຼວງວຽງຈັນ ໂດຍການມອບຂອງທ່ານ ນາງ ອໍລະໄທ ສັນຕິຄົງຄາ ຕາງໜ້າບໍລິສັດ ກຣິດຕະພົງ ກຣຸບ ຈໍາກັດ ແລະ ໂຮງແຮມແລນມາກແມ່ຂອງລີເວີໄຊ ແລະ ຕາງໜ້າຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ອຸປະກອນການແພດທີ່ມາມອບຄັ້ງນີ້ ປະກອບມີເຈວລ້າງມື 50 ກ່ອງ ແລະ ຜ້າອັດປາກ-ອັດດັງ ຈໍານວນ 120.000 ແຜ່ນ ມູນຄ່າ 53.750.000 ກີບ ເພື່ອໃຫ້ນະຄອນຫຼວງວຽງຈັນນໍາໃຊ້ເຂົ້າໃນວຽກຕ້ານການແຜ່ລະບາດເຊື້ອພະຍາດໂຄວິດ-19 ນອກນີ້ ນະຄອນຫຼວງວຽງຈັນຈະນໍາໄປແຈກຢາຍໃຫ້ເມືອງອ້ອມຂ້າງນະຄອນຫຼວງວຽງຈັນ ນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19ເຊັ່ນກັນ.

.                               # ຂ່າວ & ພາບ : ຂັນທະວີ

error: Content is protected !!