ອາເມຣິກາ ມອບອຸປະກອນການແພດໃຫ້ສາທາລະນະສຸກ

    ວັນທີ 25 ພຶດສະພາ 2021 ທີ່ນະຄອນຫຼວງວຽງຈັນ ທ່ານ ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈໍາລາວ ໄດ້ມອບຊຸດອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກໃຫ້ແກ່ກະຊວງສາທາລະນະສຸກ ສປປ ລາວ ຮັບໂດຍທ່ານ ດຣ. ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ເຊິ່ງການມອບໃນຄັ້ງນີ້ ແມ່ນຖືເປັນສ່ວນໜຶ່ງໃນການປະກອບສ່ວນຂອງສະຫະລັດອາເມຣິກາ ເຂົ້າໃນການຊ່ວຍເຫຼືອວຽກງານຕ້ານພະຍາດໂຄວິດ-19 ຂອງ ສປປ ລາວ.

    ອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກດັ່ງກ່າວນັ້ນ ແມ່ນເປັນການມອບຄັ້ງທໍາອິດຈາກການມອບ-ຮັບສອງຄັ້ງ ໂດຍຜ່ານການຊ່ວຍເຫຼືອຂອງສູນບັນຊາການກອງທັບສະຫະລັດປະຈຳພາກພື້ນອິນໂດປາຊີຟິກ ກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ໃຫ້ແກ່ສູນກັກບໍລິເວນ 25 ແຫ່ງທົ່ວປະເທດຂອງ ສປປ ລາວ.

    ການມອບເຄື່ອງດັ່ງກ່າວ ແມ່ນເພື່ອຕອບສະໜອງຕາມຄວາມຕ້ອງການຂອງທາງບຸຄະລາກອນແພດໝໍ ຜູ້ທີ່ເຮັດວຽກປະຈຳຢູ່ສູນກັກບໍລິເວນ ແລະ ຜູ້ທີຖືກກັກບໍລິເວນໃນແຕ່ລະສູນ ທັງນີ້ກໍເພື່ອເປັນການສຶບຕໍ່ຊ່ວຍເຫຼືອວຽກງານຂອງອົງການອາຫານໂລກທີ່ດຳເນີນການຊ່ວຍເຫຼືອຢູ່ສູນດັ່ງກ່າວນັ້ນ ການຊ່ວຍເຫຼືອນີ້ ມີມູນຄ່າລວມ 203.000 ໂດລາສະຫະລັດ.

.                               # ຂ່າວ & ພາບ : ໄຊບັນດິດ

error: Content is protected !!