ຫາດຊາຍຟອງ ປະຕິບັດລະບຽບຫົວໜ່ວຍຮ້ານກິນດື່ມທີ່ຊຸມແຊວ
ຄະນະສະເພາະກິດ ເພື່ອຄວບຄຸມ ປ້ອງກັນ ຕ້ານ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ປະຕິບັດລະບຽບການ ມາດຕະການທາງດ້ານກົດໝາຍ ຕໍ່ຜູ້ທີ່ລະເມີດຂໍ້ຫ້າມຝືນຕໍ່ແຈ້ງການຂອງຂັ້ນເທີງວາງອອກ ກໍຄືແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດມົນຕີ ເລກທີ 595/ຫສນຍ ເຊິ່ງໄດ້ລະບຸຢ່າງຊັດເຈນກ່ຽວກັບຂໍ້ມຫ້າມຕ່າງໆ ໃນໄລຍະທີ່ພະຍາດໂຄວິດໄດ້ລະບາດຢ່າງແຮງ ໂດຍບໍ່ອະນຸຍາດໃຫ້ຫົວໜ່ວຍທຸລະກິດກິນດື່ມມີການຈຳໜ່າຍເຫຼົ້າເບຍ…
ຄະນະໂຄສະນາອົບຮົມ ນວ ສະຫຼຸບວຽກງານ 6 ເດືອນຜ່ານມາ
ກອງປະຊຸມສ່ອງແສງວຽກງານໂຄສະນາອົບຮົມທົ່ວນະຄອນຫຼວງວຽງຈັນ ປະຈຳ 6 ເດືອນຕົ້ນປີ 2021 ຈັດຂຶ້ນວັນທີ 15 ກໍລະກົດ 2021 ຢູ່ຫ້ອງວ່າການນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ຊົງເລົ່າ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ…
ກຸ່ມຜະລິດກະສິກຳ ໄດ້ຮັບເຄື່ອງປໍ້ານໍ້າເພື່ອນໍາໃຊ້ເຂົ້າໃນການຜະລິດ
ພະແນກກະສິກຳ ແລະ ປ່າໄມ້ ສົມທົບກັບອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຈັດພິທີມອບ-ຮັບປໍ້ານໍ້າໂຊລາເຊວ 10 ຊຸດ ມູນຄ່າ 100 ລ້ານກີບ ເພື່ອໃຫ້ຊາວກະສິກອນປູກພືດກະສິກຳອິນຊີໃນ 6 ເມືອງເປົ້າໝາຍ ນໍາໃຊ້ເຂົ້າໃນການຜະລິດໃຫ້ມີປະສິດທິຜົນ…
ວຽກງານກໍ່ສ້າງໂຮງງານຜະລິດນໍ້າປະປາດົງບັງຫຼັງໃໝ່ ສໍາເລັດ 60%
ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກການກ່ຽວຂ້ອງ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງຂະຫຍາຍໂຮງງານນໍ້າປະປາດົງບັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ເງິນກູ້ຍືມດອກເບ້ຍຕໍ່າຈາກລັດຖະບານຮົງກາຣີ ວັນທີ 15 ກໍລະກົດ…
ກະຊວງພາຍໃນ ເຊື່ອມຊຶມບັນດາເອກະສານສໍາຄັນ
ກະຊວງພາຍໃນ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ວັນສ້າງຕັ້ງພັກກອມມູນນິດຈີນ ຄົບຮອບ 100 ປີ (1.7.1921-1.7.2021) ມະຕິວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່ ແລະ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ IX ຂຶ້ນວັນທີ 15…
ສ້າງຕັ້ງກຸ່ມຊ່ຽວຊານປະເມີນຜົນວຽກພື້ນທີ່ບັນຊີສີຂຽວ ໃນ ສປປ ລາວ
ອົງການສາກົນ ເພື່ອການອະນຸຮັກທໍາມະຊາດ (IUCN) ຮ່ວມກັບກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ຈັດກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບມາດຕະຖານ ແລະ ກຸ່ມຊ່ຽວຊານປະເມີນພື້ນທີ່ບັນຊີສີຂຽວ ຂຶ້ນວັນທີ 12 ກໍລະກົດ 2021 ຢູ່ນະຄອນຫຼວງວຽງຈັນ. …
ເຊີນຊວນຮ່ວມບໍລິຈາກເລືອດ ເນື່ອງໃນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ
ສູນກາງສະຫະພັນແມ່ຍີງລາວ ຮ່ວມກັບອົງການກາແດງລາວ ໄດ້ຮ່ວມກັນຈັດຂະບວນການບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20/07/1955 – 20/07/2021) ຂື້ນ ພາຍໃຕ້ຄໍາຂວັນ “ 66 ປີ ມີໄຊ ຮ່ວມໃຈບໍລິຈາກເລືອດ…
ຜັນຂະຫຍາຍບົດບັນທຶກກອງປະຊຸມແລກປ່ຽນຄໍາຄິດເຫັນ ການດໍາເນີນຄະດີຕາມຂະບວນການຍຸຕິທໍາ
ກອງປະຊຸມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ຄັ້ງທີ VI ລະຫວ່າງສານປະຊາຊົນສູງສຸດ ກະຊວງປ້ອງກັນຄວາມສະຫງົບ ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ໄຂຂຶ້ນໃນວັນທີ 14-15 ກໍລະກົດ 2021 ຢູ່ສານປະຊາຊົນສູງສຸດ…
ມສ ວຽງຈັນ ກຽມພ້ອມຮອບດ້ານໃນການສອບເສັງຈົບຊັ້ນ
ປັດຈຸບັນ ຫຼາຍໂຮງຮຽນສາມັນໃນຂອບເຂດທົ່ວປະເທດ ພວມຫ້າງຫາກະກຽມໃຫ້ແກ່ການສອບເສັງຈົບຊັ້ນ ປ5 ມ4 ແລະ ມ7 ໂດຍສະເພາະ ນະຄອນຫຼວງວຽງຈັນ (ນວ) ຫຼາຍໂຮງຮຽນກໍກຽມໃຫ້ແກ່ບັ້ນສອບເສັງດັ່ງກ່າວ ໃນທ່າມກາງການຈັດຕັ້ງປະຕິບັດ ມາດຕະການປ້ອງກັນພະຍາດໂຄວິດ-19 ເພື່ອຮັບປະກັນໃຫ້ແກ່ການສອບເສັງໃນສົກຮຽນ 2020-2021 ມີຜົນສຳເລັດ.…