ທົ່ວປະເທດ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 206 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຕາງໜ້າຄະນະຖະແຫຼງຂ່າວປະຈຳວັນທີ 5 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ກ່ຽວກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ແລະ ທົ່ວໂລກ.

    ທ່ານ ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ໃນວັນທີ 4 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.392 ຕົວຢ່າງ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 206 ຄົນ ໃນນີ້ ຕິດເຊື້ອໃນຊຸມຊົນມີຈຳ ນວນ 19 ຄົນ ຢູ່ນະຄອນຫຼວງວຽງຈັນ 3 ຄົນ ແຂວງບໍ່ແກ້ວ 12 ຄົນ (ເມືອງຕົ້ນເຜິ້ງ) ແລະ ແຂວງຈຳປາ ສັກ 4 ຄົນ ສຳລັບຜູ້ຕິດເຊື້ອໃໝ່ 3 ຄົນ ຢູ່ນະຄອນຫຼວງວຽງຈັນ 1 ຄົນ ແມ່ນພະນັກງານຢູ່ສູນກັກກັນ ບໍລິເວນ 1 ຄົນ ແມ່ນຄົນສັນຊາດຫວຽດນາມ ກວດພົບເຊື້ອກ່ອນເດີນທາງກັບປະເທດ ເປັນເພດຊາຍ ອາ ຍຸ 30 ປີ ຜູ້ກ່ຽວແມ່ນເດີນທາງມາແຕ່ ສສ.ຫວຽດນາມ ໃນໄລຍະວັນທີ 7-8 ກໍລະກົດ 2021 ມາຮອດ ແຂວງບໍ່ແກ້ວ ວັນທີ 9-10 ກໍລະກົດ ແລະ ໄດ້ເຮັດວຽກຢູ່ແຂວງບໍ່ແກ້ວ (ບໍ່ຮູ້ວ່າຢູ່ບ່ອນໃດ) ວັນທີ 4 ສິງ ຫາ 2021  ເວລາ 10 ໂມງ ເດີນທາງມານະຄອນຫຼວງວຽງຈັນນຳກັນ 20 ຄົນ  ເມື່ອມາຮອດຄີວລົດສາຍເໜືອ ຜູ້ກ່ຽວໄດ້ໄປກວດວິເຄາະຢູ່ ສວລ ກ່ອນເດີນທາງກັບປະເທດ ແລະ ຜົນກວດແມ່ນພົບເຊື້ອ ສ່ວນອີກ 1 ຄົນ ອອກຈາກສູນກັກບໍລິເວນພາຍຫຼັງສິ້ນສຸດການຈຳກັດບໍລິເວນ 14 ວັນ ສ່ວນກໍລະນີນຳ ເຂົ້າມີ 187 ຄົນ ຈາກນະຄອນຫຼວງວຽງຈັນ 50 ຄົນ ແຂວງວຽງຈັນ 1 ຄົນ ບໍລິຄຳໄຊ 4 ຄົນ ສະຫວັນ ນະເຂດ 74 ຄົນ ສາລະວັນ 8 ຄົນ ແລະ ແຂວງຈຳປາສັກ 50 ຄົນ.

    ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 7.511 ຄົນ ເສຍຊີວິດຈຳນວນ 7 ຄົນ ແລະ ກໍາລັງປິ່ນປົວ 3.696 ຄົນ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 200.907.202 ຄົນ (ໃໜ່ 660.408 ຄົນ) ເສຍຊີວິດສະສົມ 4.268.701 ຄົນ (ໃໝ່ 9.787 ຄົນ) ແລະ ປີ່ນປົວຫາຍດີ 180.887.601 ຄົນ(ໃໝ່ 375.059 ຄົນ) ສຳລັບ 3 ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ແມ່ນສະຫະລັດອາເມຣິກາ ອິນເດຍ ແລະ ບຣາຊິນ.

# ຂ່າວ & ພາບ :  ສີພອນ

error: Content is protected !!