ຍີ່ປຸ່ນ ຊ່ວຍເຫຼືອວັກຊີນກັນພະຍາດໂຄວິດ​-19 ໃຫ້ ສປປ ລາວ

     ລັດຖະບານຍີ່ປຸ່ນ ໄດ້ສະໜອງວັກຊີນ Astra Zeneca 616.820 ໂດສ໌​ ຜ່ານໂຄງການ COVAX Facility ໃຫ້ແກ່ ລັດຖະບານລາວ ​ພາຍໃຕ້ການຮ່ວມມືລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ ທີ່ເປັນ​ພັນທະມິດວັກຊີນ ອົງການອະນາໄມໂລກ (WHO) ເພື່ອໃຫ້ ສປປ ລາວ ນໍາໃຊ້ເຂົ້າໃນການປະຕິບັດການສັກວັກຊີນປ້ອງກັນພະຍາດໂຄວິດ​-19 ແກ່ປະຊາຊົນໃຫ້ໄດ້ 300.000 ກ່ວາຄົນໃນປີ 2021ນີ້ ເພື່ອແນໃສ່ສ້າງຄວາມເຂັ້ມແຂງ ແລະ ປະກອບສ່ວນໃນການຕ້ານພະຍາດດັ່ງກ່າວຂອງ ສປປ ລາວ ມີຜົນສຳເລັດຍິ່ງຂຶ້ນ.      

​     ພິທີມອບ-ຮັບວັກຊິນດັ່ງກ່າວ ໄດ້ຈັດຂຶ້ນວັນທີ 5 ສິງຫາ 2021 ຢູ່ສະໜາມບິນສາກົນວັດໄຕ  ເປັນກຽດກ່າວຮັບໂດຍທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ  ແລະ ກ່າວມອບໂດຍທ່ານ ເຄໂຊ ທາເກວະກະ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາລາວ ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ​ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວວ່າ: ລັດຖະບານແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອວັກຊີນ Astra Zeneca ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການສະແດງເຖິງຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອຊ່ວຍລັດຖະບານ ແລະ ປະຊາຊົນລາວ ໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ ສປປ ລາວ ໃຫ້ກ້າວໄປຂ້າງໜ້າ ແລະ ເຮັດໃຫ້ພວກເຮົາຫຍັບເຂົ້າໃກ້ເປົ້າໝາຍ​ການສັກວັກຊີນກັນພະຍາດໂຄວິດ​-19 ​ໃຫ້ໄດ້ 50% ຂອງຈຳນວນປະຊາກອນໃນທ້າຍປີ 2021 ນີ້.

    ລັດຖະບານແຫ່ງ ສປປ ລາວ ຈະນໍາໃຊ້ວັກຊີນຈາກການບໍລິຈາກຄັ້ງນີ້ ເພື່ອສືບຕໍ່ສັກວັກຊີນ​ໃຫ້ແກ່ກຸ່ມບູລິມະສິດ ລວມທັງຜູ້ທີ່ມີ​ອາຍຸ 60 ປີຂຶ້ນໄປ ຜູ້ທີ່ມີ​ພະຍາດປະຈໍາຕົວ​​ ແລະ ພະນັກງານສາທາລະນະສຸກໃນຂອບເຂດທົ່ວປະເທດ ໂດຍສອດຄ່ອງກັບແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ ​ແລະ ເພື່ອສະໜັບສະໜູນ​ເປົ້າໝາຍຂອງລັດຖະບານແຫ່ງ ​ສປປ ລາວ ໃນການສັກວັກຊີນກັນພະຍາດ​ໃຫ້ໄດ້ 50% ​ຂອງປະຊາກອນພາຍໃນທ້າຍປີ 2021.

   ທ່ານ ເຄໂຊ ທາເກວະກະ ກ່າວຕື່ມວ່າ: “ລັດຖະບານຍີ່ປຸ່ນ ເປັນຜູ້ສະໜັບສະໜູນທີ່ໃກ້ຊິດຂອງ​ລັດຖະບານແຫ່ງ ສປປ ລາວ ໃນການຕອບໂຕ້ກັບພະຍາດໂຄວິດ-19 ເຊິ່ງນັບຕັ້ງແຕ່ການລະບາດຂອງເຊື້ອໂຄວິດ-19 ໃນເບື້ອງຕົ້ນ ໄດ້ສະໜັບສະໜູນ ສປປ ລາວ ດ້ວຍອຸປະກອນປ້ອງກັນສ່ວນຕົວສໍາລັບພະນັກງານແພດ​ໝໍຢູ່ແຖວໜ້າ ແລະ ອຸປະກອນ​ອົກຊີເພື່ອປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດ ໂຄວິດ-19 ແລະ ໄດ້ຊ່ວຍສ້າງຄວາມເຂັ້ມແຂງດ້ານລະບົບການແພດຕ່າງໆຂອງລາວ ຂ້າພະເຈົ້າ​ຫວັງຢ່າງຍິ່ງວ່າ ການບໍລິຈາກວັກຊີນຄັ້ງນີ້ ຈະຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝ​າຍການສັກວັກຊີນມີຜົນສຳເລັດຍິ່ງຂຶ້ນ.

# ຂ່າວ & ພາບ: ລັດເວລາ

error: Content is protected !!