ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 5 ສິງຫາ 2021 ວ່າ: ເລີ່ມແຕ່ເດືອນມັງກອນປີ 2021 ຈົນຮອດປັດຈຸບັນ ເຫັນວ່າສະພາບລາຄາສິນຄ້າມີການເໜັງຕີງປັບຂຶ້ນຕາມກົນໄກຂອງເສດຖະກິດຕະຫຼາດ ໂດຍສະເພາະແມ່ນສິນຄ້າທີ່ນຳເຂົ້າມາຈາກຕ່າງປະເທດ ສິນຄ້າທີ່ຜະລິດຢູ່ພາຍໃນປະເທດທີ່ນຳເຂົ້າວັດຖຸດິບ ແລະ ອຸປະກອນ ເປັນສ່ວນປະກອບເຂົ້າໃນຂະບວນການຜະລິດເປັນຕົ້ນ: ສະບຽງອາຫານ ເຄື່ອງອຸປະໂພກ-ບໍລິໂພກ ເຄື່ອງໃຊ້ສອຍປະຈຳວັນ ແລະ ອື່ນໆ ສ່ວນສິນຄ້າປະເພດ ພືດຜັກ ໝາກໄມ້ ແມ່ນມີການເໜັງຕີງປັບຂຶ້ນ-ລົງລາຄາໄປຕາມລະດູການຜະລິດ ເວົ້າລວມ ເວົ້າສະເພາະເລື່ອງບັນຫາລາຄາໄຂ່ໄກ່ພັນ ເຊິ່ງເປັນສິນຄ້ານອນຢູ່ໃນບັນຊີຕິດຕາມ ( ບັນຊີ ຂ ) ສະນັ້ນ ຈຶ່ງບໍ່ສາມາດກຳນົດລາຄາໄດ້ ແລະ ໄດ້ປ່ອຍໄປຕາມກົນໄກຕະຫຼາດ ເພື່ອໃຫ້ຜູ້ປະກອບການຢູ່ລອດ ໄລຍະຜ່ານມາ ການຄຸ້ມຄອງລາຄາສິນຄ້າໂດຍການກໍານົດໂຄງປະກອບລາຄາສິນຄ້າ ທີ່ຄະນະຄຸ້ມຄອງລາຄາສິນຄ້າຂັ້ນນະຄອນຫຼວງວຽງຈັນໄດ້ຄົ້ນຄວ້າ ແລະ ແຈ້ງອອກມີ 3 ລາຍການ ເຊັ່ນ: ເຂົ້າກິນ ປານິນກະຊັງ ແລະ ຊີ້ນໝູ.

ໄລຍະເດືອນມັງກອນ-ພຶດສະພາ 2021 ລາຄາໄຂ່ໄກ່ພັນຢູ່ໜ້າຟາມໄຂ່ລວມ 24.000-25.000 ກີບຕໍ່ແຕະ ມາຮອດປັດຈຸບັນ 29.000-30.000 ກີບຕໍ່ແຕະ ລາຄາປັບຂຶ້ນ 20% ຫຼັງຈາກພໍ່ຄ້າມືກາງຮັບມາຈາກຟາມຈົນຮອດຜູ້ຂາຍຍ່ອຍທົ່ວໄປ ແລະ ຕາມທ້ອງຕະຫຼາດມາແຍກຂາຍຕາມເບີລາຄາ 32.000-35.000 ກີບຕໍ່ແຕະ ມີລາຄາສ່ວນຕ່າງ 3.000-5.000 ກີບຕໍ່ແຕະ ຕໍ່ກັບສະພາບບັນຫາດັ່ງກ່າວ ທາງພາກລັດຂອງພວກເຮົາໄດ້ຕິດຕາມຄົ້ນຄວ້າກ່ຽວກັບສາເຫດທີ່ພາໃຫ້ລາຄາໄຂ່ໄກ່ພັນເໜັງຕີງ ຍ້ອນອັດຕາແລກປ່ຽນເພີ່ມຂຶ້ນ ເຊິ່ງມັນສົ່ງຜົນກະທົບເຮັດໃຫ້ລາຄາຫົວອາຫານເພີ່ມຂຶ້ນ ຫົວອາຫານເຮົາຜະລິດພາຍໃນ 80% ແຕ່ວັດຖຸດິບ ແລະ ສ່ວນປະກອບຂອງຫົວອາຫານບາງຢ່າງຕ້ອງໄດ້ນຳເຂົ້າ ໄກ່ພັນທີ່ນຳມາລ້ຽງກໍນຳເຂົ້າ 100% ເມື່ອຄ່າເງິນເພີ່ມຂຶ້ນແນ່ນອນມັນຈະເຮັດໃຫ້ຕົ້ນທືນການຜະລິດເພີ່ມຂຶ້ນ ສຳລັບລາຄາໄກ່ພັນໄຂ່ ສົມທຽບເປັນເງີນບາດ ເພີ່ມຂື້ນ 7.69% ແຕ່ຖ້າທຽບໃສ່ອັດຕາແລກປ່ຽນໃນຕົ້ນປີ 2020 ກັບປັດຈຸບັນ ຖືວ່າເປີເຊັນຈະສູງກວ່ານີ້ອີກ ນ້ຳມັນເຊື້ອໄຟທີ່ມີການປັບຂຶ້ນລາຄາ ກໍເປັນປັດໄຈໜື່ງທີ່ສົ່ງຜົນກະທົບເຮັດໃຫ້ຕົ້ນທືນການຜະລິດສູງຂຶ້ນກວ່າໃນໄລຍະ 6 ເດືອນຜ່ານມາ ລາຄານ້ຳມັນເຊື້ອໄຟປັບ 12 ຄັ້ງ ລາຄາປັດຈຸບັນ ກາຊວນ 8.980 ກີບຕໍ່ລິດ ອັດຕາສ່ວນປັບຂຶ້ນຈາກຕົ້ນປີ ກາຊວນ 11,69% ເຊິ່ງມັນຕິດພັນກັບການຂົນສົ່ງວັດຖຸດີບປະເພດຫົວອາຫານ ແນວພັນໄກ່ ແລະ ຜະລິດຕະພັນຂອງຟາມເວລານຳໄປຈຳໜ່າຍ ນອກນັ້ນ ບັນດາຄ່າໃຊ້ຈ່າຍໃນການຂົນສົ່ງສີນຄ້າເວລານຳເຂົ້າຈາກຕ່າງປະເທດ ກໍເພີ່ມຂຶ້ນ ເນື່ອງຈາກສະພາບການລະບາດພະຍາດໂຄວິດ-19 ຕ້ອງມີການຄ່ຽນຖ່າຍສິນຄ້າຫຼາຍຕໍ່ ແລະ ຄ່າໄຟຟ້າທີ່ເພີ່ມຂຶ້ນ.
# ຂ່າວ & ພາບ : ຂັນທະວີ