ໃນວັນທີ 4 ສິງຫາ 2021 ທີ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ ທ່ານ ນາງ ຫຼຽນຄຳ ວິລະພັນ ຄະນະພັກ ປະທານຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທີມງານຜູ້ໃຫ້ບໍລິການດ້ານສຸຂະພາບ ຜູ້ຮັບຜິດຊອບວຽກງານການບໍລິການທີ່ເປັນມິດແກ່ເຍົາວະຊົນ ແລະ ໄວະໝຸ່ມ ຈາກພະແນກສາທາລະນະສຸກແຂວງ ໂຮງໝໍແຂວງ ແລະ ໂຮງໝໍຊຸມຊົນ 9 ເມືອງ ແລະ ໂຮງໝໍສົ່ງເສີມສຸຂະພາບນະຄອນປາກເຊ ແຂວງຈຳປາສັກ ຈຳນວນ 25 ທ່ານ ຍິງ 24 ທ່ານ ເພື່ອມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັບສູນສຸຂະພາບ ພັດທະນາແມ່ຍິງ ແລະ ໄວໜຸ່ມ ຂອງສະຫະພັນແມ່ຍິງ ນວ.
ການຢ້ຽມຢາມ ແມ່ນຈະດຳເນີນໄປເປັນໄລຍະເວລາ 3 ວັນ ເລີ່ມແຕ່ວັນທີ 4-6 ສິງຫາ 2021 ພາຍຫຼັງສຳເລັດການຢ້ຽມຢາມໃນຄັ້ງນີ້ ທີມງານຜູ້ໃຫ້ບໍລິການດ້ານສຸຂະພາບແຂວງຈຳປາສັກ ຈະໄດ້ນໍາໃຊ້ຄວາມຮູ້ໄປປັບປຸງເຂົ້າໃນສະຖານທີ່ການໃຫ້ບໍລິການຂອງຕົນ ເພື່ອຮັບປະກັນໃຫ້ເຍົາວະຊົນ ແລະ ໄວໜຸ່ມໄດ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານສຸຂະພາບຈະເລີນພັນ ແລະ ການບໍລິການທີ່ເໝາະສົມໃນສະຖານທີ່ໃກ້ບ້ານຂອງເຂົາເຈົ້າ.

ການເຄື່ອນໄຫວໃນຄັ້ງນີ້ ແມ່ນໄດ້ຮັບການອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອຈາກກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການກະຊວງສາທາລະນະສຸກ ແລະ ໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ UNFPA ປະຈຳລາວ.

ເພື່ອຮັກສາມາດຕະການການປ້ອງກັນພະຍາດໂຄວິດ-19 ທາງທີມງານ ໄດ້ແບ່ງຜູ້ມາຢ້ຽມຢາມອອກເປັນ 2 ທີມ ປ່ຽນກັນເຂົ້າມາແລກປ່ຽນບົດຮຽນ ໃຫ້ຮັກສາໄລຍະຫ່າງ ໃສ່ຜ້າປິດປາກ-ປິດດັງຕະຫຼອດເວລາທີ່ເຂົ້າຮ່ວມກິດຈະກຳ ແລະ ໃຫ້ໜັ່ນລ້າງມືເປັນປະຈຳ.
# ຂ່າວ & ພາບ: ບຸນມີ