ໂຮງໝໍເມືອງໂພນທອງ ສຳເລັດການຜ່າຕັດເກີດລູກຄົນເຈັບໂຄວິດ-19

    ໃນວັນທີ 4 ສິງຫາ 2021 ສູນປີ່ນປົວກໍລະນີຕິດເຊື້ອໂຄວິດ-19 ໂຮງໝໍເມືອງໂພນທອງ ແຂວງຈຳປາສັກ ໄດ້ສຳເລັດການຜ່າຕັດເກີດລູກ (Cesarean section) ຄົນເຈັບ COVID positive ຍ້ອນທ່າ ຜິດປົກກະຕິ ເດັກເກີດເພດຊາຍ 3300 ກຣາມ ປອດໄພທັງແມ່ ແລະ ເດັກ.

    ທີມທ່ານໝໍຜ່າຕັດ ນໍາໂດຍ ດຣ ຄຳຮູ້ ຄຳຜາສຸກ ດຣ ສອນພະຈັນ ຊ່ຽວຊານປະສູດ-ພະຍາດຍິງ ດຣ ກູເຫວດ ວົງເພີງເເພງ ແພດຊ່ຽວຊານພາຍນອກ ດຣ ຄຳຜົງ ແພດຊ່ຽວຊານວາງຢາສະຫຼົບ ພປຕ ພູສີນ ສີປະກາຍຄຳ ພບ ສຸກສະຫວັນ ສີລິວັນ ພບ ວາດສະໜາ ປັດຊາວົງ ພບ ອານຸລັກ ໄຊຍະສິດ ຂໍຊົມເຊີຍຜົນສຳເລັດໃນການປະຕິບັດໜ້າທີ່ຂອງທຸກໆທ່ານ.

    ສຳລັບແມ່ຍິງຖືພາທັງໝົດຢູ່ສູນໂພນທອງ ມີ 25 ກໍລະນີ ແມ່ຍິງຖືພາທີ່ຕິດເຊື້ອໂຄວິດມີ 20 ກໍລະນີ ໄດ້ເກີດທໍາມະຊາດແລ້ວ 4 ກໍລະນີ ແລະ ໄດ້ຜ່າຕັດເກີດລູກ 1 ກໍລະນີ ແມ່ຍິງຖືພາ ເປັນແຮງງານກັກໂຕທີ່ບໍ່ທັນຕິດເຊື້ອ ທີ່ແມ່ນກຸ່ມສ່ຽງ ມີ 5 ກໍລະນີ ໄດ້ເກີດລູກທຳມະຊາດ 1 ກໍລະນີ ໄດ້ຜ່າຕັດເກີດລູກ 1 ກໍລະນີ ເດັກຫຼັງເກີດທຸກຄົນ ແມ່ນໄດ້ໃຫ້ຢູ່ນໍາແມ່ ແລະ ແນະນໍາໃຫ້ກິນນົມແມ່ ເດັກເກິດມາຈະໄດ້ເກັບໂຕຢ່າງພາຍໃນ 24 ຊມ ແລະ ມື້ທີ 14 ໃນໄລຍະຕິດຕາມຜ່ານມາ ຍັງບໍ່ພົບວ່າມີເດັກຕິດເຊື້ອຈາກແມ່.

     ສຳລັບຂໍ້ມູນດັ່ງກ່າວ ນຳມາຈາກເພຈໂຮງໝໍແຂວງຈຳປາສັກ

# ຂ່າວ & ພາບ :  ເພັດສະໝອນ

error: Content is protected !!