ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ລາຍງານກ່ຽວກັບຮ່າງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຮ່າງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕໍ່ກອງປະຊຸມສະໄໝວິສາມັນສະພາແຫ່ງຊາດ ຊຸດທີ IX ວັນທີ 5 ສິງຫາ 2021ວ່າ: ວາລະແຫ່ງຊາດ ມີຈຸດປະສົງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດຂອງປະເທດໃຫ້ຜ່ອນຄາຍລົງຢ່າງຈະແຈ້ງ ດ້ວຍການປັບປຸງນະໂຍບາຍ ກໍຄືກົນໄກການຄຸ້ມຄອງໃນບາງດ້ານທີ່ມີລັກສະນະບຸກທະລຸ ແນໃສ່ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ-ການເງິນ ແລະ ຄວາມສະຫງົບຂອງສັງຄົມເປັນກ້າວໆ ໂດຍມີກໍານົດເວລາຈັດຕັ້ງປະຕິບັດ 2 ປີເຄິ່ງ ນັບແຕ່ກາງປີ 2021 ຫາ 2023 ຫຼັງຈາກນັ້ນ ຈະໄດ້ປະເມີນຄືນ ຜົນການຈັດຕັ້ງປະຕິບັດຕົວຈິງ ບົນພື້ນຖານເພື່ອກໍານົດທິດທາງໃນຕໍ່ໜ້າຕາມເຫັນສົມຄວນ ກ່ຽວກັບຫຼັກການລວມໃນການປະຕິບັດ ຕ້ອງຢຶດໝັ້ນຕາມຫຼັກການນໍາພາຂອງພັກ ແລະ ການຄຸ້ມຄອງດ້ວຍລະບຽບກົດໝາຍແລ້ວ ຍັງຕ້ອງເນັ້ນໜັກຕື່ມ ຕໍ່ຫຼັກການສະເພາະເຊັ່ນ: ເດັດຂາດ ໂປ່ງໃສ ແລະ ມືອາຊີບ.

ວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສັງລວມແລ້ວ ມີ ສົ່ງເສີມການຜະລິດທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ ສ້າງຄວາມເຂັ້ມແຂງທາງດ້ານການເກັບລາຍຮັບງົບປະມານ ສົ່ງເສີມການປະຢັດ ຕ້ານການຟຸມເຟືອຍ ແລະ ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ ແລະ ແກ້ໄຂໜີ້ສິນພາຍໃນ-ຕ່າງປະເທດ ສ້າງສະຖຽນລະພາບທາງດ້ານການເງິນ ແລະ ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍໃຫ້ຄ່ອງຕົວກວ່າເກົ່າ.

ວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແມ່ນສ້າງຄວາມຮັບຮູ້ເຂົ້າໃຈຜົນຮ້າຍຂອງຢາເສບຕິດໃຫ້ແກ່ສັງຄົມ ສ້າງປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດຂອງອົງການປົກປ້ອງກົດໝາຍ ອົງການຕຸລາການ ແລະ ພາກສ່ວນກ່ຽວຂ້ອງ ຍົກສູງປະສິດທິພາບດ້ານການຄຸ້ມຄອງ ແລະ ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ ປັບປຸງຂີດຄວາມສາມາດໃນການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ໃນຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີວຽກງານການຮ່ວມມືສາກົນ.
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດໄດ້ບັນລຸຈຸດປະສົງ ແລະ ຄາດໝາຍທີ່ໄດ້ກໍານົດໄວ້ ລັດຖະບານເຫັນວ່າມີຄວາມສໍາຄັນ ແລະ ຈໍາເປັນ ທີ່ທຸກພາກສ່ວນໃນສັງຄົມຕ້ອງໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ມີຄວາມເສຍສະຫຼະ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດບັນດາແຜນວຽກຈຸດສຸມຢ່າງຈິງຈັງ ເພື່ອຜົນປະໂຫຍດລວມຂອງຊາດ ແລະ ຂອງປະຊາຊົນ.
# ຂ່າວ & ພາບ : ຂັນທະວີ