ຍີ່ປຸ່ນຊ່ວຍເຫຼືອພາຫະນະນໍາສົ່ງຄົນເຈັບໃຫ້ແກ່ລາວ ເພື່ອຕອບໂຕ້ການລະບາດພະຍາດໂຄວິດ-19

    ວັນທີ 5 ສິງຫາ 2021 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບລົດອໍາບູລັງ ໂດຍການຊ່ວຍ ເຫຼືອຈາກຍີ່ປຸ່ນ ກ່າວມອບຂອງທ່ານ Takewaka Keizo ເອກອັກຄະລາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນປະຈໍາລາວ ແລະ ກ່າວຮັບໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີຫົວໜ້າຫ້ອງການ ແລະ ຫົວໜ້າກົມອ້ອມຂ້າງກະຊວງສາທາລະນະສຸກເຂົ້າຮ່ວມ.

    ການຊ່ວຍເຫຼືອລົດອໍາບູລັງ ຫຼື ພາຫະນະນໍາສົ່ງຄົນເຈັບຈາກລັດຖະບານຍີ່ປຸ່ນໃຫ້ແກ່ກະຊວງສາທາລະນະສຸກ ກໍຄືຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈໍານວນ 7 ຄັນ ລວມເປັນມູນຄ່າ 31 ລ້ານ 5 ແສນເຢັນ (ຕີເປັນເງິນໂດລາ ແມ່ນ 3 ແສນໂດລາ) ເຊິ່ງພາຫະນະຈໍານວນນີ້ ກະຊວງສາທາລະນະສຸກຈະໄດ້ຮີບດ່ວນແຈກຢາຍໃຫ້ບັນດາແຂວງທີ່ມີຄວາມຕ້ອງການຢ່າງຮີບດ່ວນ ເພື່ອໃຫ້ທັນຕໍ່ສະພາບການທີ່ພະຍາດໂຄວິດ-19 ກໍາລັງລະບາດ ໂດຍສະເພາະແມ່ນບັນດາແຂວງພາກໃຕ້ທີ່ມີຜູ້ຕິດເຊື້ອ ເຊິ່ງມີຄວາມຈໍາເປັນທີ່ສຸດໃນໄລຍະເວລານີ້ ທີ່ຈະໄດ້ນໍາສົ່ງຄົນເຈັບຕິດເຊື້ອໄປສະຖານກັກກັນ ແລະ ປິ່ນປົວຕ່າງໆຕາມຄວາມເໝາະສົມ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!