ພິທີມອບ-ຮັບວັກຊິນ AstraZeneca ຈໍານວນ 415.000 ໂດສ ຈາກລັດຖະບານ ແລະ ປະຊາຊົນ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ໃຫ້ແກ່ ສປປ ລາວ ຈັດຂຶ້ນວັນທີ 5 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ເປັນກຽດກ່າວມອບໂດຍທ່ານ ຈອນ ເພຍຊັນ ເອກອັກຄະລັດຖະທູດແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ແລະ ກ່າວຮັບໂດຍທ່ານ ກິ ແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ທ່ານ ກ້າວ ຈຸນ ຮັກສາການຜູ້ຕາງໜ້າຈາກອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ລັດຖະບານລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອວັກຊິນ AstraZeneca ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການສືບຕໍ່ຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ເພື່ອຊ່ວຍລັດຖະບານ ແລະ ປະຊາຊົນລາວ ໃນການສະກັດກັ້ນ ແລະ ຄວມຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ເຊິ່ງໃນໄລຍະຜ່ານມາ ປະເທດອັງກິດກໍໄດ້ໃຫ້ການຊ່ວຍເຫຼືອໂດຍກົງ ທາງດ້ານອຸປະກອນການແພດຈຳນວນໜຶ່ງ ແລະ ວັກຊິນ AstraZeneca ຜ່ານໂຄງການໂຄແວັກສ໌ໃນຮອບທີໜຶ່ງ ທີ່ໄດ້ສົ່ງມາເຖິງ ສປປ ລາວ ໃນເດືອນມີນາປີນີ້ ການຮ່ວມມື ແລະ ຊ່ວຍເຫຼືອດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນທີ່ດີລະຫວ່າງສອງປະເທດ ລາວ ແລະ ອັງກິດ.
# ຂ່າວ & ພາບ : ຊິລິການດາ