ວັນທີ 5 ສິງຫາ 2021 ທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມເປີດໂຄງການພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ເປັນປະທານຮ່ວມຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ປະທານຊີ້ນໍາໂຄງການພູມີທັດປ່າໄມ້ນະຄອນຫຼວງວຽງຈັນ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊະຊວງກະສິກໍາ ແລະ ປ່າໄມ້ ປະທານຄະນະຊີ້ນໍາໂຄງການຂັ້ນສູນກາງ ມີຫົວໜ້າກົມ ຮອງຫົວໜ້າກົມ ຫ້ອງການ ສະຖາບັນ ອ້ອມຂ້າງກະຊວງ ນອກນີ້ ຍັງມີທ່ານ Alexander Kremer ຜູ້ຈັດການທະນາຄານໂລກປະຈຳລາວ ເຈົ້າແຂວງ ຮອງເຈົ້າແຂວງຫົວພັນ ຊຽງຂວາງ ຫຼວງພະບາງ ວຽງຈັນ ໄຊສົມບູນ ບໍລິຄໍາໄຊ ຄໍາມ່ວນ ແລະ ແຂວງສະຫວັນນະເຂດ ເຂົ້າຮ່ວມແບບທາງໄກ.
ທ່ານ ພູຂົງ ບັນນະວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນ ຕິດພັນກັບວຽກງານຄຸ້ມຄອງປ່າໄມ້ ແລະ ວຽກພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນດາເນື້ອໃນຈິດໃຈ ຈຸດປະສົງ ອົງປະກອບ ພາກສ່ວນກ່ຽວຂ້ອງ ແລະ ໜ້າວຽກຫຼັກຂອງໂຄງການ ລວມທັງວຽກງານຄຸ້ມຄອງປ່າໄມ້ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ທີ່ໂຄງການຈະໄດ້ຈັດຕັ້ງປະຕິບັດຕົວຈິງແຕ່ປີ 2021-2027 ໃນເຂດພູມີທັດປ່າໄມ້ທີ່ເປັນເປົ້າໝາຍ.

ໂຄງການພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ເປັນໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກຈາກທະນາຄານໂລກ ກອງທຶນສິ່ງແວດລ້ອມໂລກ ກອງທຶນປະເທດການາດາ ພັດທະນາພະລັງງານສະອາດ ແລະ ສະພາບດີນຟ້າອາກາດສໍາລັບປ່າໄມ້ ໂດຍຈຸດປະສົງ ເພື່ອສົ່ງເສີມການຄຸ້ມຄອງປ່າໄມ້ໃຫ້ຍືນນານ ປັບປຸງລະບົບການຄຸ້ມຄອງປ່າສະຫງວນ ປ່າປ້ອງກັນ ປ່າຜະລິດ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ໃນເຂດພູມີທັດປ່າໄມ້ ກວມເອົາ 5 ພູມີທັດປ່າໄມ້ ປະກອບດ້ວຍ 8 ແຂວງ ແລະ ນະຄອນຫຼວງວຽງຈັນ 49 ເມືອງ 8 ເຂດປ່າສະຫງວນ 6 ເຂດປ່າປ້ອງກັນ ແລະ 13 ເຂດປ່າຜະລິດ ເຊິ່ງບັນດາແຂວງທີ່ຖືກຄັດເລືອກເຂົ້າໃນໂຄງການ ລວມມີ ແຂວງຫົວພັນ ຫຼວງພະບາງ ຊຽງຂວາງ ໄຊສົມບູນ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ວຽງຈັນ ແລະ ນະຄອນຫລວງວຽງຈັນ ກວມເອົາປະມານ 600 ບ້ານເປົ້າໝາຍ ສະເພາະນະຄອນຫຼວງວຽງຈັນ ກວມເອົາເມືອງໄຊທານີ ແລະ ເມືອງປາກງື່ມ.

# ຂ່າວ & ພາບ: ຂັນທະວີ