ເຄພີເອັສ ຫວັງຕິດ 1 ໃນ 3 ລາວລີກ 2 ປະຈຳປີ 2020
ທ່ານ ແກ້ວພະແສງ ສີປະເສີດ ຮອງປະທານສະໂມສອນ ຜູ້ຈັດການທີມເຄພີເອັສ ເອັຟຊີ ໃຫ້ສຳ ພາດເມື່ອບໍ່ດົນມານີ້ ວ່າ: ຄວາມພ້ອມຂອງທີມ ເຄພີເອັສ ໃນປີນີ້ ແມ່ນດີກວ່າປີທີ່ຜ່ານມາ ສ່ວນນັກເຕະກໍໄດ້ມີການຄັດເລືອກແລ້ວກ່ອນທີ່ພະຍາດ COVID-19…
ການພະນັນ
ເວົ້າເຖິງການພະນັນແລ້ວ ເປັນເລື່ອງໜຶ່ງທີ່ເວົ້າກັນຍາກທີ່ສຸດໃນສັງຄົມ ເພາະມັນມີທັງປິດລັບ ແລະ ເປີດເຜີຍ ຜູ້ຫຼີ້ນການພະນັນສ່ວນໃຫຍ່ກໍແມ່ນຄົນຈົນ (ທີ່ເຮັດຄືມີ) ທີ່ໄຝ່ຝັນຫາຄວາມຜາສຸກ ລາບລວຍໂດຍບໍ່ຜ່ານການອອກແຮງງານ ປະເພດການພະນັນໃນປັດຈຸບັນມີຫຼາຍ ແຕ່ໃນນັ້ນກໍຍັງມີ ຫວຍເທິງດິນ ແລະ ໃຕ້ດິນ ໄກ່ຕີ ລົງແທງບານເອີຣົບ…
ການແກ້ໄຂທາງດ້ານບໍລິຫານ ຫາກມີການເອົາປຽບກັນ
ນອກຈາກການແກ້ໄຂຂໍ້ຂັດແຍ່ງດ້ວຍການໄກ່ເກ່ຍແລ້ວ ແຕ່ຫາກຄູ່ກໍລະນີບໍ່ສາມາດຕົກລົງປົງໃຈກັນໄດ້ ກໍຈະນຳໄປສູ່ການແກ້ໄຂທາງດ້ານບໍລິຫານ. ສະນັ້ນເມື່ອມີຂໍ້ຂັດແຍ່ງເກີດຂຶ້ນລະຫວ່າງ ຜູ້ຊົມໃຊ້ ແລະ ຜູ້ສະໜອງ ຄູ່ກໍລະນີ ກໍມີສິດສະເໜີໃຫ້ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ຫຼື ຂະແໜງການທີ່ກ່ຽວຂ້ອງພິຈາລະນາ ແກ້ໄຂທາງດ້ານບໍລິຫານ. ໃນການແກ້ໄຂທາງດ້ານບໍລິຫານນັ້ນ ການຍື່ນຄຳຮ້ອງໃຫ້ປະຕິບັດດັ່ງນີ້: 1. ຜູ້ຊົມໃຊ້ສາມາດຍື່ນຄຳຮ້ອງ…
ຊີວະປະຫວັດຫຍໍ້ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດເມື່ອວັນທີ 01 ພຶດສະພາ ປີ 1928 ທີ່ບ້ານຫ້ວຍກະລືມ ເມືອງວຽງໄຊ ແຂວງຫົວພັນ, ເປັນບຸດຂອງ ທ່ານ ບຸນຊູ ແລະ…
ຝຣັ່ງ ອະນຸມັດເງິນ 19,4 ຕື້ກີບ ສ້າງຄວາມເຂັ້ມແຂງໃຫ້ຫ້ອງວິເຄາະ ໃນອາຊີຕາເວັນອອກສຽງໃຕ້
ວັນທີ 11 ພຶດສະພາ 2020 ອົງການຝຣັ່ງເພື່ອການພັດທະນາ (AFD) ອະນຸມັດເງິນຊ່ວຍເຫຼືອເພີ່ມຕື່ມ 2 ລ້ານເອີໂຣ ຫຼືປະມານ 19,4 ຕື້ກີບ ເພື່ອນຳໃຊ້ໃນໂຄງການ ECOMORE II ທີ່ໄດ້ຮັບການຈັດຕັ້ງປະຕິບັດໂດຍສະຖາບັນ…
ປົກປັກຮັກສາສະຖານບູຮານໃຫ້ມີຄວາມສວຍງາມ ກຽມພ້ອມເປີດບໍລິການຄືນໃໝ່
ການແຜ່ລະບາດເຊື້ອພະຍາດ COVID-19 ເຮັດໃຫ້ຫຼາຍປະເທດ ລວມທັງ ສປປ ລາວ ໄດ້ຮັບຜົນກະທົບໃນຫຼາຍຂະແໜງ ການ ສະເພາະຂະແໜງການທ່ອງທ່ຽວ ນັກທ່ອງທ່ຽວເຂົ້າມາລາວນັບມື້ຫຼຸດລົງ ແລະ ບໍ່ມີນັກທ່ອງທ່ຽວເຂົ້າມາເລີຍ ເນື່ອງຈາກຫຼາຍປະເທດກໍມີການແຜ່ລະບາດຂອງພະຍາດ COVID-19 ເຊັ່ນກັນ ເຮັດໃຫ້ລັດຖະບານໄດ້ປິດທຸກເສັ້ນທາງການສັນຈອນໄປ-ມາ…
ຄົບໜຶ່ງເດືອນພໍດີ ລາວບໍ່ມີກໍລະນີຕິດເຊື້ອໂຄວິດ-19 ເພີ່ມ
ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດ COVID-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການເຝົ້າລະວັງ ເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວັນທີ 12 ພຶດສະພາ 2020 ນີ້ວ່າ: ສະພາບການເຝົ້າລະວັງ…
ພ້ອມກັນປະຕິບັດຫຼັກການ 5ປ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ
ນັບແຕ່ທ້າຍເດືອນທັນວາ 2019 ເຖິງປັດຈຸບັນ ຈຳນວນຄົນເຈັບສະສົມໄຂ້ຍຸງລາຍ (ໄຂ້ເລືອດອອກ) ແມ່ນນັບມື້ເພີ່ມຂຶ້ນ ໂດຍສະເພາະໃນໄລຍະກ້າວເຂົ້າສູ່ລະດູຝົນ ຍິ່ງມີຄວາມສ່ຽງໃນການແຜ່ລະບາດຂອງໄຂ້ຍຸງລາຍສູງຂຶ້ນ ເພື່ອສະກັດກັ້ນພະຍາດດັ່ງກ່າວ ແລະ ຫຼຸດຜ່ອນຈຳນວນຄົນເຈັບທີ່ຈະເກີດຂຶ້ນໃໝ່ ທຸກຄົນຄວນຫັນມາເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນແຕ່ຫົວທີ ໂດຍການເອົາໃຈໃສ່ປະຕິບັດຕາມຫຼັກການ 5ປ…
ໂຄງການປັບປຸງເສັ້ນຈະລາຈອນຫຼ້າຊ້າ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ
ການລະບາດຂອງພະຍາດໂຄວິດ-19 (COVID-19) ໄດ້ສົ່ງຜົນກະທົບໄປທຸກຂົງເຂດວຽກງານ ໃນນີ້ສະເພາະໂຄງການປັບປຸງເສັ້ນຈະລາຈອນຫຼາຍຖະໜົນສາຍຫຼັກຢູ່ຕົວເມືອງນະຄອນຫຼວງວຽງຈັນ (ນວ) ເພື່ອຕ້ອນຮັບວັນສຳຄັນຕ່າງໆຂອງພັກ-ຂອງຊາດ ທັງເປັນການສ້າງຄວາມຮັບປະກັນໃຫ້ການສັນຈອນມີຄວາມປອດໄພ ທີ່ຈະສຳເລັດໃນກາງເດືອນພຶດສະພາ ໄດ້ເລື່ອນໃຫ້ສຳເລັດໃນທ້າຍເດືອນ. ທ່ານ ສີວອນ ຊັບທະວີ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ…