ທ່ານ ແກ້ວພະແສງ ສີປະເສີດ ຮອງປະທານສະໂມສອນ ຜູ້ຈັດການທີມເຄພີເອັສ ເອັຟຊີ ໃຫ້ສຳ ພາດເມື່ອບໍ່ດົນມານີ້ ວ່າ: ຄວາມພ້ອມຂອງທີມ ເຄພີເອັສ ໃນປີນີ້ ແມ່ນດີກວ່າປີທີ່ຜ່ານມາ ສ່ວນນັກເຕະກໍໄດ້ມີການຄັດເລືອກແລ້ວກ່ອນທີ່ພະຍາດ COVID-19 ຈະເກີດການແຜ່ລະບາດ ໃນນີ້ໄດ້ຄັດເອົານັກເຕະຢູ່ນະຄອນຫຼວງ ແລະ ນັກເຕະຕ່າງແຂວງ 100 ກວ່າຄົນເຂົ້າມາຮ່ວມ ແລະ ສາມາດຄັດເລືອກໄດ້ 25 ຄົນ ເພື່ອເຂົ້າໄປແຂ່ງຂັນໃນ ລາວລີກ 2 ໂດຍໃຫ້ໂອກາດນັກເຕະ ຮຸ່ນອາຍຸ 15 ປີ ແລະ ຮຸ່ນອາຍຸ 18 ປີ ຂຶ້ນມາທົດແທນ.

ເປົ້າໝາຍໃນການເຂົ້າຮ່ວມ ແມ່ນຢາກຂຶ້ນ ລາວລີກ 1 ແລະ ຕ້ອງການຢາກຕິດ 1 ໃນ 3 ຂອງລີກ 2 ສຳລັບຄູເຝິກແມ່ນໄດ້ເຈລະຈາກັບເປົ້າໝາຍໄວ້ແລ້ວ ເຊິ່ງໄລຍະພະຍາດ COVID-19 ລະ ບາດ ກໍໄດ້ໃຫ້ນັກກີລາເຝິກຊ້ອມຢູ່ເຮືອນ ແລະ ແຕ່ລະທິດພວກເຮົາຈະມີການສອນອອກກຳລັງກາຍໃຫ້ແຕ່ລະຄົນເປັນທັງວີດີໂດອອນລາຍ ວີດີໂອ ຄໍລ 3 ຄັ້ງຕໍ່ອາທິດ ເພື່ອກຽມຄວາມພ້ອມ ພາຍຫຼັງບໍ່ມີການລະບາດຂອງພະຍາດ COVID-19 ຈຶ່ງຈະມາຊ້ອມຄົບທີມ.
ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປີ 2020 ມີ 12 ທີມ ເຂົ້າຮ່ວມ ຄື: ເຄວສ ຢູໄນເຕັດ ທຣີນີຕີ ເອັຟຊີ ແຄນລາວ ຢູໄນເຕັດ ເອັສອີຊີ ຢູໄນເຕັດ ເຄພີເອັສ ເອັຟຊີ ລາວທ໋ອບ ເອັຟຊີ ນະຄອນຫຼວງ ເອັຟຊີ ບີແຄນ ຢູໄນເຕັດ ເຮັສບີທີ 941 ເອັຟຊີ ກອງທັບ ເອັຟຊີ ວຽງຈັນ ຢູໄນເຕັດ ແລະ ປະສານໃຈ ເອັຟຊີ ເຊິ່ງໄດ້ເລື່ອນມື້ເປີດການແຂ່ງຂັນ ອອກໄປຈົນກວ່າສະພາບການລະບາດຂອງພະຍາດ COVID-19 ຈະຢຸດຕິ.