ພ້ອມກັນປະຕິບັດຫຼັກການ 5ປ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ

ນັບ​ແຕ່​ທ້າຍ​ເດືອນ​ທັນ­ວາ 2019 ເຖິງ​ປັດ­ຈຸ­ບັນ ຈຳ­ນວນ​ຄົນ​ເຈັບ​ສະ​ສົມ​ໄຂ້­ຍຸງ​ລາຍ (ໄຂ້­ເລືອດ­ອອກ) ແມ່ນ​ນັບ​ມື້​ເພີ່ມ​ຂຶ້ນ ໂດຍ​ສະ­ເພາະ​ໃນ​ໄລ­ຍະ​ກ້າວ​ເຂົ້າ​ສູ່​ລະ­ດູ­ຝົນ ຍິ່ງ​ມີ​ຄວາມ​ສ່ຽງ​ໃນ​ການ​ແຜ່​ລະ­ບາດ​ຂອງ​ໄຂ້­ຍຸງ​ລາຍ​ສູງ​ຂຶ້ນ ເພື່ອ​ສະ­ກັດ​ກັ້ນ​ພະ­ຍາດ​ດັ່ງ­ກ່າວ ແລະ ຫຼຸດ­ຜ່ອນ​ຈຳ­ນວນ​ຄົນ​ເຈັບ​ທີ່​ຈະ​ເກີດ​ຂຶ້ນ​ໃໝ່ ທຸກ​ຄົນ​ຄວນ​ຫັນ​ມາ​ເອົາ­ໃຈ­ໃສ່​ປ້ອງ​ກັນ ແລະ ສະ­ກັດ​ກັ້ນ​ແຕ່​ຫົວ­ທີ ໂດຍ​ການ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຕາມ​ຫຼັກ­ການ 5ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ​ຢ່າງ​ເຂັ້ມ​ງວດ.

ຂໍ້​ມູນ​ຂອງ​ສູນ​ຂ່າວ­ສານ​ການ​ແພດ​ສຸ​ຂະ​ສຶກ​ສາ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ແຈ້ງ​ໃຫ້​ຮູ້​ວັນ​ທີ 11 ພຶດ­ສະ­ພາ 2020 ວ່າ: ນັບ​ແຕ່​ວັນ​ທີ 28 ທັນ­ວາ 2019-11 ພຶດ­ສະ­ພາ 2020 ມີ​ຜູ້​ຕິດ­ເຊື້ອ​ໄຂ້­ຍຸງ​ລາຍ​ແລ້ວ 1.069 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ໃນ​ນີ້​ນະ­ຄອນ­ຫຼວງ​ວຽງ​ຈັນ ພົບ​ຜູ້​ຕິດ­ເຊື້ອ​ໄຂ້­ຍຸງ​ລາຍ 314 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ແຂວງ​ອັດ​ຕະ​ປື 165 ກໍ­ລະ­ນີ ວຽງ​ຈັນ 130 ກໍ­ລະ­ນີ ຄຳ​ມ່ວນ 81 ກໍ­ລະ­ນີ ບໍ​ລິ​ຄຳ​ໄຊ 77 ກໍ­ລະ­ນີ ສາ­ລະ​ວັນ 72 ກໍ­ລະ­ນີ ສະ­ຫວັນ​ນະ​ເຂດ 59 ກໍ­ລະ­ນີ ໄຊ​ຍະ​ບູ​ລີ 54 ກໍ­ລະ­ນີ ເຊ​ກອງ 42 ກໍ­ລະ­ນີ ຫຼວງ​ນ້ຳ​ທາ 28 ກໍ­ລະ­ນີ ອຸ­ດົມ​ໄຊ 22 ກໍ­ລະ­ນີ ຈຳ­ປາ​ສັກ ແລະ ໄຊ​ສົມ­ບູນ ແຂວງ​ລະ 7 ກໍ­ລະ­ນີ ຜົ້ງ​ສາ­ລີ 5 ກໍ­ລະ­ນີ ແລະ ຫຼວງ​ພະ​ບາງ 6 ກໍ­ລະ­ນີ ສ່ວນ​ແຂວງ​ຊຽງ​ຂວາງ ບໍ່​ແກ້ວ ແລະ ຫົວ­ພັນ ບໍ່​ມີ​ກໍ­ລະ­ນີ​ຜູ້​ຕິດ­ເຊື້ອ​ໄຂ້­ຍຸງ​ລາຍ.

ສຳ­ລັບ​ຫຼັກ­ການ 5ປ ທີ່​ທຸກ​ຄົນ ກໍ​ຄື​ທຸກ​ຄອບ­ຄົວ​ຕ້ອງ​ປະ­ຕິ­ບັດ​ໃຫ້​ໄດ້​ເປັນ​ປະ­ຈຳ ປະ­ກອບ​ມີ ປິດ​ຝາ​ພາ­ຊະ­ນະ​ເກັບ​ນ້ຳ​ໃນ​ເຮືອນ ແລະ ນອກ​ເຮືອນ ເພື່ອ​ບໍ່​ໃຫ້​ຍຸງ​ມາ​ໄຂ່​ໃສ່ ປ່ຽນ​ນ້ຳ​ໃນ​ພາ­ຊະ­ນະ ເຊັ່ນ: ເຕົ້າ​ດອກ​ໄມ້ ນ້ຳ​ຮອງ​ຕີນ​ຕູ້ ຖ້ານ​ຮອງ​ຈອກ​ນ້ຳ ປ່ອຍ​ປາ​ຫາງ​ນົກ​ຍຸງ​ເພື່ອ​ກິນ​ໜອນ​ນ້ຳ ປັບ­ປຸງ​ການ​ອະ­ນາ­ໄມ ສິ່ງ­ແວ­ດລ້ອມ​ອ້ອມ​ເຮືອນ​ບໍ່​ໃຫ້​ມີ​ກະ­ໂປະ ກະ​ປ໋ອງ ຢາງ​ຕີນ­ລົດ​ເກົ່າ​ທີ່​ມີ​ນ້ຳ​ຂັງ ປະ­ຕິ­ບັດ​ໃຫ້​ເປັນ​ນິ­ໄສ​ປະ­ຈຳ​ທຸກໆ​ອາ­ທິດ ຖ້າ​ເປັນ­ໄຂ້​ໃຫ້​ໄປ​ພົບ​ແພດ​ໝໍ​ດ່ວນ ຫາກ​ທຸກ​ຄົນ​ປະ­ຕິ­ບັດ​ໄດ້​ຕາມ 5ປ ຢ່າງ​ເຂັ້ມ​ງວດ ກໍ​ຈະ​ສາ­ມາດ​ຫຼຸດ­ຜ່ອນ ແລະ ປ້ອງ​ກັນ​ການ​ເຈັບ­ເປັນ​ຈາກ​ພະ­ຍາດ​ດັ່ງ­ກ່າວ​ໄດ້.

# ພາບ & ຂ່າວ: ເພັດ​ສະ­ໝອນ

error: Content is protected !!