ເວົ້າເຖິງການພະນັນແລ້ວ ເປັນເລື່ອງໜຶ່ງທີ່ເວົ້າກັນຍາກທີ່ສຸດໃນສັງຄົມ ເພາະມັນມີທັງປິດລັບ ແລະ ເປີດເຜີຍ ຜູ້ຫຼີ້ນການພະນັນສ່ວນໃຫຍ່ກໍແມ່ນຄົນຈົນ (ທີ່ເຮັດຄືມີ) ທີ່ໄຝ່ຝັນຫາຄວາມຜາສຸກ ລາບລວຍໂດຍບໍ່ຜ່ານການອອກແຮງງານ ປະເພດການພະນັນໃນປັດຈຸບັນມີຫຼາຍ ແຕ່ໃນນັ້ນກໍຍັງມີ ຫວຍເທິງດິນ ແລະ ໃຕ້ດິນ ໄກ່ຕີ ລົງແທງບານເອີຣົບ ເຊິ່ງພະນັນຂັນຕໍ່ກັນຈົນໝົດຕົວກໍມີ ຫຼີນໄພ້ ແລະອື່ນໆໂດຍຜ່ານກີລາກໍມີ.
ໃນທາງສາສະໜາ ຖືວ່າເປັນອະບາຍຍະມຸກ ເປັນກິເຫຼດທີ່ຊົ່ວຮ້າຍທີ່ສຸດ ເປັນເສັ້ນທາງນຳໄປສູ່ການເສື່ອມເສຍ ແລະ ກ້າວໄປເຖິງເຮັດໃຫ້ເກີດຄວາມທຸກຈົນ ຂາຍຊັບສິນເຮືອນຊານ ສໍ້ລາດບັງຫຼວງ ເພື່ອໃຫ້ໄດ້ເງິນມາຫຼີ້ນ ມາກິນ ມາທ່ຽວ ຖ້າໃນທາງໂລກແລ້ວ ການພະນັນແມ່ນຜິດກົດໝາຍອາຍາ ຜູ້ຫຼີ້ນ ຜູ້ເປັນເຈົ້າມື ລ້ວນແຕ່ມີຄວາມຜິດທາງອາຍາທັງນັ້ນ ດັ່ງນັ້ນ ຖ້າມີການປະຕິບັດເອົາເຂົ້າລະບຽບຈິງຈັງ ໃນຕົວເມືອງ ຊົນນະບົດກໍຍັງມີ ຖ້າຜີບ້ານບໍ່ພ້ອມຜີປ່າ ມັນກໍຈະມີກັນຕໍ່ໆໄປ.
ມາເວົ້າກັນຈະແຈ້ງເລື່ອງແທງຫວຍ (ເລກທ້າຍ ເລກສັດສາວາສິ່ງຕ່າງໆ) ກໍເປັນການພະນັນ ຕິດຈົນເຂົ້າກະດູກດຳ ໄລຍະໜຶ່ງທາງການເຄີຍຫ້າມມາແລ້ວ ເພາະວ່າເລກອອກຖີ່ໂພດ ຄົນຊື້ນີ້ຕີມັນໝົດຕົວ ມີໜີ້ສິນກັນເປັນແຖວ ຜູ້ຂຽນຂໍແລກປ່ຽນນຳຫວຍຈະເປັນຂອງລັດຖະບານ ແລະຂອງປະເທດໃກ້ຄຽງ ທີ່ອອກປັດຈຸບັນເຕັມສັບປະດາ ຫຼື ອອກທຸກມື້ນີຕີມັນອັນຕະລາຍ ໂຕະຕັ້ງແຄມທາງ ປາກົດວ່າມີທຸກມື້ ບອກມີຂາຍ 2 3 4 5 ໂຕ ພ້ອມທັງສັດສາວາສິ່ງອື່ນໆ.
ຜູ້ຂຽນເອງກໍຢາກແລກປ່ຽນຕື່ມວ່າ ລາຍໄດ້ຈາກການຂາຍຫວຍ ເຮັດໃຫ້ ຈີດີພີ ເພິ່ມຂື້ນນ້ອຍຫຼາຍປານໃດ ? ທາງໄດ້ ແລະທາງເສຍ ຖ້າວິໄຈອັນໃດເປັນຜົນ ເປັນຈັນຍາບັນຂອງພົນລະເມືອງກໍແລ້ວແຕ່ ແຕ່ຖ້າວ່າຜົນເສຍຫຼາຍກວ່າຜົນໄດ້ ກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ສອດສ່ອງສໍລະຍານໃຊ້ມາດຕະການໃດໜຶ່ງລົງດາບໂລດ.
ສິ່ງສຳຄັນເງິນຊື້ຫວຍ ເງິນຫຼີ້ນໄພ້ ຫຼືການພະນັນຕ່າງໆ ຖ້ານຳໄປຝາກປະຢັດຢູ່ທະນາຄານກໍຈະດີບໍ່ໜ້ອຍ ເວລານັ່ງຫຼີ້ນການພະນັນ ຖ້ານຳໄປໃຊ້ເພິ່ມພູນຜະລິດຜົນ (ປູກລ້ຽງ) ກໍຈະໄດ້ຮັບຜົນຜະລິດໄດ້ຂາຍໄດ້ກິນ ເປັນການປະຢັດອີກທາງໜຶ່ງ ດັ່ງນັ້ນ ຂໍ້ຄິດອັນນ້ອຍໆນີ້ ບາງທີອາດຈະມີສ່ວນສົ່ງເສີມໃຫ້ຜູ້ຄົນຫຼຸດພົ້ນອອກຈາກຄວາມທຸກຈົນກໍເປັນໄດ້ ສ່ວນທາງທະນາຄານ ກໍມີສ່ວນສຳຄັນ ປຸກລະດົມເງິນຝາກປະຢັດ ແຕ່ໃນປັດຈຸບັນຄື ມິດຊ້ອຍມ້ອຍ ຈືດຈາງ ບໍ່ເວົ້າເຖິງເລີຍການຝາກປະຢັດ ທາງທີ່ດີຄວນເປັນເຈົ້າການດຶງຄົນອອກຈາກອະບາຍຍະມຸກໃຫ້ໄດ້ ແລະໃຫ້ເຫັນຄຸນປະໂຫຍດຂອງການປະຢັດເງິນເປັນສຳຄັນ.
ໂດຍ: ຊຽງກະເລນ