ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດເມື່ອວັນທີ 01 ພຶດສະພາ ປີ 1928 ທີ່ບ້ານຫ້ວຍກະລືມ ເມືອງວຽງໄຊ ແຂວງຫົວພັນ, ເປັນບຸດຂອງ ທ່ານ ບຸນຊູ ແລະ ນາງ ປ້ານ. ສະຫາຍໄດ້ສ້າງຄອບຄົວກັບ ນາງ ຫຼ້າ ແກ້ວບຸນພັນ ມີລູກນຳກັນ 4 ຄົນ, ຍິງ 4 ຄົນ ປັດຈຸບັນຢູ່ບ້ານໜອງບອນ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ການເຄື່ອນໄຫວປະຕິວັດ ໂດຍຫຍໍ້ແຕ່ລະໄລຍະມີດັ່ງນີ້:
– ປີ 1947-1948 ເປັນນັກຮົບຢູ່ກອງ ໂຄສະນາປະກອບອາວຸດພາກເໜືອ (ໄຕຕ້ຽນ);
– ປີ 1948-1949 ເປັນພະນັກງານຂົນຂວາຍກໍ່ສ້າງພື້ນຖານລັບ ຢູ່ສັນກາງລຽບນ້ຳມ່າ ເພື່ອສ້າງຖານທີ່ໝັ້ນເຂົ້າພາກເໜືອຂອງລາວ;
– ປີ 1949-1952 ເປັນຫົວໜ້າການເມືອງກອງຮ້ອຍລາດຊະວົງ;
– ປີ 1952-1954 ເປັນຫົວໜ້າການທະຫານກອງຮ້ອຍລາດຊະວົງ ທັງເປັນຮອງກອງພັນ ປະສົມລາວ-ຫວຽດນາມ ຂຶ້ນປົດປ່ອຍເມືອງຮ້ຽມ, ປາກລາວ, ບ້ານແຊ້, ບ້ານຊ້ອນເປີດກວ້າງເຂດທີ່ໝັ້ນຢູ່ພາກເໜືອຂອງລາວ;
– ປີ 1954-1955 ເປັນກຳມະການຢຸດຍິງຂັ້ນສູນກາງກັບຝຣັ່ງ ທີ່ຄັງໄຂ ແຂວງຊຽງຂວາງ;
– ວັນທີ 22/03/1955 ເຊິ່ງເປັນວັນສ້າງຕັ້ງພັກ ແລະ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ I ຂອງພັກ ສະຫາຍໄດ້ຮັບການເລືອກຕັ້ງເປັນກຳມະການສູນກາງພັກ ປະຊາຊົນລາວຊຸດທຳອິດ, ໃນປີດຽວກັນນັ້ນ ຖືກເລືອກຕັ້ງເຂົ້າເປັນກຳມະການຄະນະພັກທະຫານ, ທັງຖືກແຕ່ງຕັ້ງເປັນຮອງເສນາທິການກອງທັບປົດປ່ອຍປະຊາຊົນລາວ;
– ປີ 1956-1960 ຖືກແຕ່ງຕັ້ງເປັນເລຂາຄະນະພັກ, ເປັນຜູ້ບັນຊາການທະຫານເຂດເຕົ້າໂຮມຊຳເໜືອ, ເປັນຜູ້ຊີ້ນຳການເລືອກຕັ້ງຜູ້ແທນລາດສະດອນຂອງຝາຍປະຕິວັດ ແລະ ເປັນຜູ້ບັນຊາການປົດປ່ອຍແຂວງຫົວພັນ ເທື່ອທີ 2;
– ປີ 1960-1976 ຖືກແຕ່ງຕັ້ງເປັນຫົວໜ້າເສນາທິການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ;
– ປີ 1972 ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ຖືກເລືອກຕັ້ງເປັນກຳມະການສູນກາງພັກ ສະໄໝທີ II;
– ປີ 1976-1980 ເປັນຫົວໜ້າເສນາທິການສູງສຸດກອງທັບປົດປ່ອຍປະຊາຊົນລາວ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ເລຂາຄະນະພັກກຳແພງນະຄອນຫຼວງວຽງຈັນ, ລັດຖະມົນຕີກະຊວງພາຍໃນ (ກະຊວງປ້ອງກັນຄວາມສະຫງົບ ປັດຈຸບັນ);
– ປີ 1982 ໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ຖືກເລືອກຕັ້ງເປັນກຳມະການສູນກາງພັກ, ເປັນເລຂາທິການສູນກາງພັກ, ຫົວໜ້າເສນາທິການສູງສຸດກອງທັບປົດປ່ອຍປະຊາຊົນລາວ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ເລຂາຄະນະພັກ ກຳແພງນະຄອນຫຼວງວຽງຈັນ;
– ປີ 1982 ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳກະກຽມກອງປະຊຸມໃຫຍ່ຊາວໜຸ່ມ ປປລາວ ຄັ້ງທີ I;
– ປີ 1983 ສູນກາງພັກ-ລັດຖະບານ ໄດ້ຕົກລົງປະດັບຊັ້ນພົນເອກໃຫ້ແກ່ສະຫາຍ;
– ປີ 1983-1984 ໄປຮຽນທິດສະດີການເມືອງຊັ້ນສູງທີ່ຮ່າໂນ້ຍ ສສ ຫວຽດນາມ;
– ປີ 1985 ຖືກແຕ່ງຕັ້ງເປັນເລຂາຄະນະພັກ, ປະທານຄະນະປົກຄອງກຳແພງນະຄອນຫຼວງວຽງຈັນ;
– ປີ 1986 ໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກຖືກເລືອກຕັ້ງເປັນກຳມະການສູນກາງພັກ ທັງຖືກເລືອກຕັ້ງເປັນກຳມະການກົມການເມືອງ ແລະ ເລຂາທິການສູນກາງພັກ, ສືບຕໍ່ເປັນເລຂາຄະນະພັກ, ປະທານຄະນະປົກຄອງກຳແພງນະຄອນວຽງຈັນ;
– ປີ 1987-1988 ເປັນຫົວໜ້າຄະນະເຈລະຈາຢຸດຍິງກັບປະເທດໄທ;
– ປີ 1991 ໃນກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ຖືກເລືອກຕັ້ງເປັນກຳມະການສູນກາງພັກ, ຖືກແຕ່ງຕັ້ງເປັນລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້;
– ປີ 1996 ໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກຖືກເລືອກຕັ້ງເປັນກຳມະການສູນກາງພັກ ທັງຖືກເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ;
– ປີ 1996-1998 ຖືກເລືອກຕັ້ງເປັນຮອງປະທານປະເທດ;
– ປີ 1998-2001 ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ;
– ປີ 2002, 2006 ໃນກອງປະຊຸມໃຫຍ່ ຄັ້ງທີ VII, VIII ຂອງພັກ ຖືກເລືອກຕັ້ງເປັນກຳມະການສູນກາງພັກ, ທັງຖືກເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ແລະ ຖືກເລືອກຕັ້ງເປັນປະທານສູນກາງແນວລາວສ້າງຊາດ;
– ປີ 2011 ອີງໃສ່ອາຍຸກະສຽນ, ສຸຂະພາບ ແລະ ຄວາມມຸ່ງມາດປາດຖະໜາຂອງສະຫາຍເອງ, ສະຫາຍຈຶ່ງໄດ້ຮັບການເຫັນດີໃຫ້ພັກຜ່ອນ ຕາມນະໂຍບາຍຂອງພັກ ແລະ ລັດ ພາຍຫຼັງໄດ້ຮັບນະໂຍບາຍໃຫ້ພັກການ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຍັງໄດ້ປະກອບສ່ວນລົງຊີ້ນຳ, ຕິດຕາມ, ຊຸກຍູ້ການປະຕິບັດວຽກງານຢູ່ ບັນດາຂະແໜງການ ແລະ ທ້ອງຖິນຕາມເງື່ອນ ແລະ ສຸຂະພາບຕົວຈິງ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນຜູ້ນຳອາວຸໂສສຳຄັນຮຸ່ນທຳອິດຂອງພັກ, ລັດເຮົາທີ່ໄດ້ເອົາຊີວິດຂອງຕົນຕິດພັນກັບການຕໍ່ສູ້ກູ້ຊາດ ຕ້ານຈັດກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ຂອງປະຊາຊົນລາວບັນດາເຜົ່າ ຕະຫຼວດໄລຍະ 30 ກວ່າປີ. ສະຫາຍແມ່ນນັກຮົບປະຕິວັດຜູ້ກ້າແກ່ນ, ມີນ້ຳໃຈເສຍສະຫຼະອັນສູງສົ່ງ, ເປັນໜຶ່ງໃນບັນດານາຍທະຫານນຳພາ-ບັນຊາທີ່ດີເດັ່ນ ເປັນທີ່ເຄົາລົບຮັກຂອງຂອງກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນພະນັກງານການນຳທີ່ມີແບບແຜນນຳພາທີ່ດີ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຢຶດໝັ້ນໃນອຸດົມການປະຕິວັດອັນສູງສົ່ງ ໃນພາລະກິດປະຕິວັດປົດປອຍຊາດ, ປົກປັກຮັກສາ ແລະ ສ້າງສາລະບອບໃໝ່.

ດ້ວຍຜົນງານ ແລະ ຄຸນງາມຄວາມດີທີ່ສະແດງອອກເຖິງຄຸນສົມບັດສິນທຳປະຕິວັດອັນຜ່ອງໃສ ແລະ ຄວາມຮັກແພງເຊື້ອຊາດ ສະຫາຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບຮັກຈາກສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືປະເທດເພື່ອນມິດຢ່າງກວ້າງຂວາງ, ເພື່ອເປັນການສັນລະເສີນກຽດຕິຄຸນຂອງສະຫາຍ, ພັກ ແລະ ລັດເຮົາ ໄດ້ມອບຫຼຽນໄຊຂັ້ນສູງປະເພດຕ່າງໆໃຫ້ແກ່ສະຫາຍ ໃນນັ້ນມີ:
– ຫຼຽນຄຳແຫ່ງຊາດ ສປປ ລາວ 1 ໜ່ວຍ
– ຫຼຽນຄຳແຫ່ງຊາດ ສສ ຫວຽດນາມ 1 ໜ່ວຍ
– ຫຼຽນໄຊອິດສະຫຼະ ຊັ້ນ I 4 ໜ່ວຍ
– ຫຼຽນໄຊອິດສະຫຼະ ຊັ້ນ II 2 ໜ່ວຍ

ນອກຈາກນັ້ນຍັງໄດ້ຮັບຫຼຽນໄຊ, ຫຼຽນກາ, ຫຼຽນລະນຶກ ແລະ ຫຼຽນມິດຕະພາບ ທີ່ສຳຄັນເປັນຈຳນວນຫຼວງຫຼາຍ ຈາກພາຍໃນ ແລະ ຕ່າງປະເທດ.