ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດ COVID-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການເຝົ້າລະວັງ ເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວັນທີ 12 ພຶດສະພາ 2020 ນີ້ວ່າ:

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງແລງຂອງວັນທີ 10 ພຶດສະພາ 2020 ມີຈຳນວນຜູ້ເດີນທາງເຂົ້າມາມີທັງໝົດ 1.789 ຄົນ ໃນນີ້ດ່ານລາວ-ໄທ ທັງໝົດ 1.009 ຄົນ ໃນນັ້ນມີແຮງງານລາວກັບມາຈາກປະເທດໄທ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 31 ຄົນ ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຈີນ ທັງໝົດ 10 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຫວຽດ 765 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 5 ຄົນ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້ ສຳລັບແຮງງານລາວ 31 ຄົນ ທີ່ເຂົ້າມາໃໝ່ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກນັ້ນ ແມ່ນມີຖິ່ນຖານມາຈາກ ແຂວງຈຳປາສັກ 27 ຄົນສະຫວັນນະເຂດ 3 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງຈົນກວ່າຈະຄົບກຳນົດ 14 ວັນ.

ການເຝົ້າລະວັງ ແລະ ວິເຄາະວັນທີ 11 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 327 ຄົນ ໃນນັ້ນມີກໍລະນີສົງໄສ 41 ຄົນ ຜູ້ຕິດເຊື້ອທີ່ເອົາກັບຄືນມານອນຕິດຕາມຢູ່ໂຮງໝໍ 1 ຄົນ (ຜູ້ນ້ຳເບີ 14) ແຮງງານລາວທີ່ກັບມາຈາກປະເທດໄທ 99 ຄົນ ແຮງງານໄທທີ່ເຂົ້າມາລາວ 169 ຄົນ ແລະ ແຮງງານຫວຽດທີ່ເຂົ້າມາລາວ 17 ຄົນ ກໍລະນີສົງໄສ 41 ຄົນ ແມ່ນມາຈາກນະຄອນຫຼວງວຽງຈັນ 38 ຄົນ ແຂວງວຽງຈັນ 2 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງຜົນກວດທັງໝົດຂອງແຮງງານລາວ ແຮງງານໄທ ແຮງງານຫວຽດ ທີ່ເຂົ້າມາ ແລະ ກໍລະນີສົງໄສຂອງມື້ວານນີ້ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 11 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່ ນັບແຕ່ເດືອນມັງກອນ ຮອດວັນທີ 11 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 3.874 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (30 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ພ້ອມດຽວກັນນັ້ນ ທ່ານ ຣັດຕະນະໄຊ ເພັດສຸວັນ ຍັງຊີ້ແຈງໃນການຖະແຫຼງກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ຈຳນວນທັງໝົດ 19 ຄົນນັ້ນ ເປັນຂໍ້ມູນຈິງ ເຊິ່ງທາງພາກລັດບໍ່ໄດ້ປິດບັງຂໍ້ມູນໃດໆທັງສິ້ນ ຕາມທີ່ເປັນຂ່າວລື.

# ພາບ & ຂ່າວ: ວຽງມາ