ສື່ມວນຊົນຮ່ວມແຮງປຸກລະດົມບໍລິຈາກເລືອດ ຕັ້ງເປົ້າສູ່ 120.000 ຖົງ ໃນປີ 2030

    ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມປຶກສາຫາລືກັບສື່ມວນຊົນ ເພື່ອຊອກຫາແນວທາງສື່ສານທີ່ມີປະສິດທິຜົນ ໃນການສ້າງຄວາມຮັບຮູ້ ແລະ ກະຕຸ້ນປະຊາຊົນໃຫ້ຮ່ວມບໍລິຈາກເລືອດໂດຍສະໝັກໃຈຢ່າງຕໍ່ເນື່ອງ ພ້ອມວາງຄາດໝາຍເພີ່ມປະລິມານການຮັບບໍລິຈາກເລືອດໃຫ້ໄດ້ 120.000 ຖົງ ໃນປີ 2030.

   ໃນວັນທີ 15 ຕຸລາ 2026 ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຢູ່ສະຖາບັນເລືອດແຫ່ງຊາດ ໂດຍເປັນປະທານຂອງທ່ານ ດຣ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ ມີບັນດາຜູ້ຕາງໜ້າສື່ມວນຊົນຈາກກົມໂຄສະນາອົບຮົມສູນກາງພັກ ພາກສ່ວນໂຄສະນາອົບຮົມນະຄອນຫຼວງວຽງຈັນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ດຣ ຈັນທະລາ ສຸກສາຄອນ ກ່າວວ່າ: ກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອເປັນເວທີປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນລະຫວ່າງໜ່ວຍງານທີ່ກ່ຽວຂ້ອງກັບສື່ມວນຊົນ ເພື່ອກຳນົດແນວທາງ ແລະ ຮູບແບບການສື່ສານທີ່ເໝາະສົມ ໃນການເຜີຍແຜ່ຄວາມຮູ້ກ່ຽວກັບຄວາມສຳຄັນ ປະໂຫຍດ ແລະ ຄວາມປອດໄພຂອງການບໍລິຈາກເລືອດ ຜ່ານຊ່ອງທາງສື່ທີ່ຫຼາກຫຼາຍ ທັງໜັງສືພິມ ໂທລະພາບ ວິທະຍຸ ແລະ ສື່ອອນລາຍ.

    ທ່ານເນັ້ນຕື່ມວ່າ: ສື່ມວນຊົນມີບົດບາດສໍາຄັນໃນການນໍາສົ່ງຂໍ້ມູນຂ່າວສານທີ່ຖືກຕ້ອງ ເຂົ້າເຖິງປະຊາຊົນຢ່າງກວ້າງຂວາງ ຊ່ວຍປັບປ່ຽນຄວາມຮັບຮູ້ ແລະ ສ້າງຈິດສຳນຶກໃຫ້ປະຊາຊົນເຫັນເຖິງຄຸນຄ່າຂອງການບໍລິຈາກເລືອດ ເພາະການໃຫ້ເລືອດພຽງໜຶ່ງຄັ້ງອາດຊ່ວຍຕໍ່ຊີວິດຜູ້ປ່ວຍທີ່ກຳລັງຕ້ອງການເລືອດເພື່ອການປິ່ນປົວ ພ້ອມນີ້ ການປະສານສົມທົບຢ່າງໃກ້ຊິດລະຫວ່າງໜ່ວຍງານຮັບຜິດຊອບ ແລະ ສື່ມວນຊົນ ແມ່ນປັດໄຈສຳຄັນໃນການສົ່ງເສີມໃຫ້ປະຊາຊົນເຂົ້າຮ່ວມບໍລິຈາກເລືອດໂດຍສະໝັກໃຈຢ່າງສະໝ່ຳສະເໝີ ເພື່ອສ້າງແຫຼ່ງເລືອດສຳຮອງທີ່ມີປະລິມານພຽງພໍ ມີຄຸນນະພາບ ແລະ ປອດໄພ ສາມາດຕອບສະໜອງໃຫ້ແກ່ຜູ້ປ່ວຍທີ່ຈຳເປັນໄດ້ຢ່າງທັນເວລາ.

    ສໍາລັບທິດທາງ ແລະ ແຜນການພັດທະນາວຽກງານເລືອດໃນໄລຍະປີ 2026-2030 ແມ່ນສືບຕໍ່ສູ້ຊົນໃຫ້ບັນລຸຄາດໝາຍການຮັບບໍລິຈາກເລືອດທີ່ສະພາແຫ່ງຊາດຮັບຮອງ ໂດຍກຳນົດຄາດໝາຍເພີ່ມຂຶ້ນຕາມລຳດັບ ປີ 2026 ຈຳນວນ 85.000 ຖົງ 2027 ຈຳນວນ 93.000 ຖົງ 2028 ຈຳນວນ 101.000 ຖົງ2029 ຈຳນວນ 110.000 ຖົງ ແລະ ປີ 2030 ຈຳນວນ 120.000 ຖົງ.

    ຄຽງຄູ່ກັບການບັນລຸຄາດໝາຍດັ່ງກ່າວ ແຜນການຍັງມຸ່ງເນັ້ນການຮັບປະກັນໃຫ້ມີເລືອດພຽງພໍ ປອດໄພ ແລະ ສາມາດສະໜອງໄດ້ທັນຕໍ່ຄວາມຕ້ອງການ ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທຸກດ້ານ ຂະຫຍາຍເຄືອຂ່າຍການບໍລິການລົງສູ່ຂັ້ນເມືອງ ລວມທັງການພັດທະນາໜ່ວຍເກັບຮັກສາເລືອດ ປັບປຸງນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ ສົ່ງເສີມການຈັດສັນງົບປະມານສຳລັບວຽກງານປຸກລະດົມບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ ພ້ອມທັງເສີມສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງ ແລະ ພັດທະນາຊັບພະຍາກອນບຸກຄະລາກອນ.     ການຮ່ວມມືລະຫວ່າງສະຖາບັນເລືອດແຫ່ງຊາດ ພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນ ຈຶ່ງເປັນກົນໄກສຳຄັນໃນການຂັບເຄື່ອນວຽກງານປຸກລະດົມບໍລິຈາກເລືອດ ສ້າງຄ່ານິຍົມການໃຫ້ເລືອດໂດຍສະໝັກໃຈໃຫ້ແຜ່ຫຼາຍໃນສັງຄົມ ແລະ ມຸ່ງສູ່ເປົ້າໝາຍການມີເລືອດທີ່ພຽງພໍ ແລະ ປອດໄພ ເພື່ອຊ່ວຍຊີວິດຜູ້ປ່ວຍຢ່າງທົ່ວເຖິງ.

error: Content is protected !!