ການ​ແກ້​ໄຂ​ທາງ​ດ້ານ​ບໍລິຫານ ຫາກ​ມີ​ການ​ເອົາ​ປຽບ​ກັນ

ນອກຈາກ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ດ້ວຍ​ການ​ໄກ່​ເກ່ຍ​ແລ້ວ ແຕ່​ຫາກ​ຄູ່​ກໍລະນີ​ບໍ່​ສາມາດ​ຕົກລົງ​ປົງໃຈ​ກັນ​ໄດ້ ກໍ​ຈະ​ນຳໄປ​ສູ່​ການ​ແກ້​ໄຂ​ທາງ​ດ້ານ​ບໍລິຫານ. ສະນັ້ນ​ເມື່ອ​ມີ​ຂໍ້​ຂັດ​ແຍ່ງ​ເກີດ​ຂຶ້ນ​ລະຫວ່າງ  ຜູ້​ຊົມໃຊ້ ແລະ ຜູ້​ສະໜອງ ຄູ່​ກໍລະນີ ກໍ​ມີ​ສິດ​ສະເໜີ​ໃຫ້​ອົງ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປົກ​ປ້ອງ​ຜູ້​ຊົມໃຊ້ ຫຼື ຂະແໜງການ​ທີ່​ກ່ຽວຂ້ອງ​ພິຈາລະນາ ແກ້​ໄຂ​ທາງ​ດ້ານ​ບໍລິຫານ. ໃນ​ການ​ແກ້​ໄຂ​ທາງ​ດ້ານ​ບໍລິຫານ​ນັ້ນ ການ​ຍື່ນ​ຄຳ​ຮ້ອງ​ໃຫ້​ປະຕິບັດ​ດັ່ງນີ້: 1. ຜູ້​ຊົມໃຊ້​ສາມາດ​ຍື່ນ​ຄຳ​ຮ້ອງ ຕໍ່​ອົງ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປົກ​ປ້ອງ​ຜູ້​ຊົມໃຊ້​ຢູ່​ຂັ້ນ​ທ້ອງຖິ່ນ​ຂອງ​ຕົນ 2. ຜູ້​ຊົມໃຊ້​ມີໜ້າ​ທີ່​ສະໜອງ​ບັນດາ​ເອກະສານ, ຫຼັກ​ຖານ​ຕ່າງໆ​ດັ່ງນີ້:

– ຫຼັກ​ຖານ​ກ່ຽວ​ກັບ​ການ​ຊື້-ຂາຍ​ກັບ​ຜູ້​ສະໜອງ

– ຫຼັກ​ຖານ​ກ່ຽວ​ກັບ​ພຶດຕິ​ກຳ ການ​ລະເມີດ​ສັນຍາ​ຂອງ​ຜູ້​ສະໜອງ ຜູ້​ສະໜອງ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ກໍ​ມີ​ສິດ​ຍື່ນ​ຄຳ​ຮ້ອງ​ເຊັ່ນ​ດຽວ​ກັນ.

   ກຳນົດ​ເວລາ​ຂອງ​ການ​ແກ້​ໄຂ​ຄຳ​ຮ້ອງ​ຂອງ​ຜູ້​ຊົມໃຊ້​ໃຫ້​ປະຕິບັດ​ດັ່ງນີ້:

– ໃນ​ເວລາ 10 ວັນ​ລັດ​ຖະ​ການ ນັບ​ແຕ່​ວັນ​ທີ່​ໄດ້​ຮັບ​ຄຳ​ຮ້ອງ ຂອງ​ຜູ້​ຊົມໃຊ້​ເປັນຕົ້ນ​ໄປ ອົງ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປົກ​ປ້ອງ​ຜູ້​ຊົມໃຊ້ ຕ້ອງ​ເຊີນ​ຜູ້​ສະໜອງ​ມາ​ອະທິບາຍ ຊີ້​ແຈງ ກ່ຽວ​ກັບ​ຄຳ​ຮ້ອງ​ຂອງ​ຜູ້​ຊົມໃຊ້

– ຜູ້​ສະໜອງ​ຕ້ອງ​ໃຫ້ການ​ຊີ້​ແຈງ ບໍ່​ໃຫ້​ກາຍ 7 ວັນ​ນັບ​ແຕ່​ວັນ​ໄດ້​ຮັບ​ການ​ເຊີນ​ຈາກ​ອົງ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປົກ​ປ້ອງ​ຜູ້​ຊົມໃຊ້​ເປັນຕົ້ນ​ໄປ

– ໃນ​ກຳນົດ​ເວລາ​ບໍ່​ເກີນ 30 ວັນ​ນັບ​ແຕ່​ວັນ​ໄດ້​ຮັບ​ຄຳ​ຊີ້​ແຈງ ຂອງ​ຜູ້​ສະໜອງ​ເປັນຕົ້ນ​ໄປ ອົງ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປົກ​ປ້ອງ​ຜູ້​ຊົມໃຊ້ ຕ້ອງ​ອອກ​ຂໍ້​ຕົກລົງ ເພື່ອ​ແກ້​ໄຂ​ຄຳ​ຮ້ອງ​ດັ່ງກ່າວ

– ໃນ​ກໍລະນີ ຫາກ​ມີ​ຄວາມ​ຈຳເປັນ​ອົງ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປົກ​ປ້ອງ​ຜູ້​ຊົມໃຊ້ ອາດ​ເຊີນ​ຄູ່​ກໍລະນີ​ມາ​ຊີ້​ແຈງ​ຕື່ມ ຫຼື ເຊີນ​ຂະແໜງການ ຫຼື ຊ່ຽວ​ຂານ​ທີ່​ກ່ຽວຂ້ອງ​ມາ​ຮ່ວມ​ຄົ້ນຄວ້າ​ແກ້​ໄຂ​ນຳ​ກັນ​ກໍ​ໄດ້. ເພື່ອ​ເຮັດ​ໃຫ້ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ລະຫວ່າງ​ຜູ້​ສະໜອງ ແລະ ຜູ້​ຊົມໃຊ້​ດຳເນີນ​ໄປ ຕາມ​ຂອບ​ເຂດ​ສິດ ແລະ ໜ້າທີ່​ຂອງ​ອົງ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປົກ​ປ້ອງ​ຜູ້​ຊົມໃຊ້​ນັ້ນ ກົດໝາຍ​ຈຶ່ງ​ໄດ້​ກຳນົດ​ໄວ້​ດັ່ງນີ້:

– ຂັ້ນ​ເມືອງ ມີ​ສິດ​ພິຈາລະນາ​ແກ້​ໄຂ​ຄຳ​ຮ້ອງ ກ່ຽວ​ກັບ​ສິນຄ້າ ແລະ ການ​ບໍລິການ​ທີ່​ມີ​ມູນ​ຄ່າ​ຕ່ຳ​ກວ່າ​ໜຶ່ງ​ຮ້ອຍ​ລ້ານ​ກີບ​ລົງ​ມາ

– ຂັ້ນ​ແຂວງ  ມີ​ສິດ​ພິຈາລະນາ​ແກ້​ໄຂ​ຄຳ​ຮ້ອງ ກ່ຽວ​ກັບ​ສິນຄ້າ ແລະ ການ​ບໍລິການ​ທີ່​ມີ​ມູນ​ຄ່າ​ແຕ່​ໜຶ່ງ​ຮ້ອຍ​ລ້ານ​ກີບ ຂຶ້ນ​ໄປ

   ສຳລັບ​ເນື້ອ​ໃນ​ຂໍ້​ຕົກລົງ ໃນ​ກໍລະນີ​ທີ່​ຜູ້​ສະໜອງ​ເປັນ​ຜູ້​ລະເມີດ ປະກອບ​ດ້ວຍ​ເນື້ອ​ໃນ​ຕົ້ນຕໍ​ດັ່ງນີ້:

1. ໃຫ້​ຜູ້​ສະໜອງ ປະຕິບັດ​ພັນທະ​ຂອງ​ຕົນ​ຕໍ້​ຜູ້​ຊົມໃຊ້​ຕາມ​ສັນຍາ

2. ໃຫ້​ຜູ້​ສະໜອງ​ທົດ​ແທນ​ຄ່າ​ເສຍ​ຫາຍ​ແກ່​ຜູ້​ຊົມໃຊ້

3. ໃຫ້​ຜູ້​ສະໜອງ ປົວແປງ​ຜົນ​ກະທົບ​ຕໍ່​ຜູ້​ຊົມໃຊ້​ເມື່ອ​ມີ​ການ​ລະເມີດ.

   ຂໍ້​ຕົກລົງ​ແກ້​ໄຂ​ຄຳ​ຮ້ອງ​ຂອງ​ຜູ້​ຊົມໃຊ້ ໃນ​ກໍລະນີ​ທີ່​ຜູ້​ສະໜອງ​ບໍ່​ເປັນ​ຜູ້​ລະເມີດ ກໍ​ໃຫ້​ຍົກເລີກ  ຄຳ​ຮ້ອງ​ຂອງ​ຜູ້​ຊົມໃຊ້ ພ້ອມ​ຊີ້​ແຈງ​ເຫດຜົນ.

   ຂໍ້​ຕົກລົງ​ແກ້​ໄຂ​ຄຳ​ຮ້ອງ​ຂອງ​ຜູ້​ສະໜອງ ກໍ​ໃຫ້​ປະຕິບັດ​ຕາມ​ທີ່​ໄດ້​ສະເໜີ​ມາ​ຂ້າງ​ເທິງ​ນີ້ ເຊັ່ນ​ດຽວ​ກັນ. ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ​ຫາກ​ຂໍ້​ຂັດ​ແຍ່ງ​ທີ່​ເກີດ​ຂຶ້ນ​ບໍ່​ສາມາດ​ແກ້​ໄຂ​ດ້ວຍ​ການ​ໄກ່​ເກ່ຍ ຫຼື ທາງ​ບໍລິຫານ​ໄດ້ ຄູ່​ກໍລະນີ​ກໍ​ມີ​ສິດ​ສະເໜີ​ໃຫ້​ອົງການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ພິຈາລະນາ​ແກ້​ໄຂ ຕາມ​ລະບຽບ​ກົດໝາຍ. ນອກຈາກ​ນີ້ ຄູ່​ກໍລະນີ​ກໍ​ມີ​ສິດ ຮ້ອງ​ຟ້ອງ​ຕໍ່​ສານ​ປະຊາຊົນ ເພື່ອ​ພິຈາລະນາ​ຕັດສິນ​ຕາມ​ລະບຽບ​ກົດໝາຍ​ໄດ້. ຕົວຢ່າງ ທ້າວ ອົດ ໄດ້​ຊື້​ລົດຈັກ​ຢູ່ ຮ້ານ​ຂາຍ​ລົດ​ແຫ່ງ​ໜຶ່ງ​ຂອງ ທ້າວ ລ້ຽວ ຊຶ່ງ​ເຈົ້າ​ຂອງ​ຮ້ານ​ກໍ​ຮັບປະກັນ​ວ່າ ລົດຈັກ​ຄັນ​ດັ່ງກ່າວ​ເປັນ​ລົດ​ໃໝ່ ຂີ່​ດີ ເປັນ​ລົດ​ຍັງ​ແຮງ​ດີ ພໍ​ທ້າວ ອົດ​ເອົາ​ໄປ​ຂີ່​ນຳ​ບໍ່​ພໍ​ເທົ່າໃດ​ເດືອນ ລົດຈັກ​ກໍ​ຫັກ ແລະ ຂາດ​ເຄິ່ງ ທ້າວ ອົດ​ຈຶ່ງ​ກັບ​ໄປ​ຫາ ທ້າວ ລ້ຽວ​ເພື່ອ​ໃຫ້​ທ້າວ ລ້ຽວ​ສ້ອມແປງ ຫຼື ປ່ຽນ​ລົດຈັກ​ຄັນ​ໃໝ່​ໃຫ້ ບັນຫາ​ກໍ​ເກີດ​ຂຶ້ນ ດຳເນີນ​ການ​ປາ​ນິ​ປາ​ນອມ, ດຳເນີນ​ການ​ແກ້​ໄຂ​ດ້ວຍ​ການ​ໄກ່​ເກ່ຍ​ກໍ​ບໍ່​ຕົກລົງ​ປົງໃຈ​ກັນ​ໄດ້ ຈຶ່ງ​ໄດ້​ສະເໜີ​ໃຫ້​ໜ່ວຍ​ງານ​ພາກ​ລັດ ໂດຍ​ສະເພາະ ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ຂອງ​ຫ້ອງການ​ອຸດສາຫະກຳ ແລະ ການ​ຄ້າ​ເມືອງ​ເພື່ອ​ຊ່ວຍ​ແກ້​ໄຂ​ໃຫ້​ຕາມ​ກົດໝາຍ ແລະ ລະບຽບ​ການ​ເພື່ອ​ນຳ​ເອົາ​ຄວາມ​ຍຸຕິ​ທຳ​ມາ​ໃຫ້​ທັງ 2 ຝ່າຍ.

error: Content is protected !!