ຝຣັ່ງ ອະນຸມັດເງິນ 19,4 ຕື້ກີບ ສ້າງຄວາມເຂັ້ມແຂງໃຫ້ຫ້ອງວິເຄາະ ໃນອາຊີຕາເວັນອອກສຽງໃຕ້

ວັນ​ທີ 11 ພຶດ­ສະ­ພາ 2020 ອົງ­ການ​ຝຣັ່ງ​ເພື່ອ​ການ​ພັດ­ທະ­ນາ (AFD) ອະ­ນຸ­ມັດ​ເງິນ​ຊ່ວຍ­ເຫຼືອ​ເພີ່ມ​ຕື່ມ 2 ລ້ານ​ເອີ​ໂຣ ຫຼື​ປະ­ມານ 19,4 ຕື້​ກີບ ເພື່ອ​ນຳ​ໃຊ້​ໃນ​ໂຄງ­ການ ECOMORE II ທີ່​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂດຍ​ສະ​ຖາ​ບັນ ປັສ​ເຕີ ປະ­ຈຳ​ລາວ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່​ບັນ­ດາ​ປະ­ເທດ​ອ້ອມ​ຂ້າງ​ໃນ​ພາກ​ພື້ນ ມີ​ເປົ້າ​ໝາຍ​ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ລະ­ບົບ​ເຝົ້າ​ລະ­ວັງ ການ​ວິ­ເຄາະ ແລະ ການ​ຕອບ​ໂຕ້​ການ​ລະ­ບາດ​ຂອງ​ປະ­ເທດ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ເຊິ່ງ​ເງິນ​ຊ່ວຍ­ເຫຼືອ​ຄັ້ງ​ນີ້​ຈະ​ຊ່ວຍ​ໃນ​ການ​ເຊື່ອມ​ໂຍງ​ການ​ສະ­ໜັບ­ສະ­ໜູນ​ໂດຍ​ກົງ​ໃນ​ວຽກ​ງານ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ໃນ 5 ປະ­ເທດ​ຄູ່​ຮ່ວມ​ໃນ​ພາກ​ພື້ນ ຄື: ມຽນ​ມາ ກຳ​ປູ ເຈຍ ລາວ ຟີ​ລິບ​ປິນ ແລະ ຫວຽດ­ນາມ.

ທ່ານ ຢາ​ຊີດ ເປັນ​ຊາ​ອີດ ຜູ້­ອຳ­ນວຍ­ການ​ໃຫຍ່​ອົງ­ການ AFD ປະ­ຈຳ​ພາກ​ພື້ນ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ກ່າວ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ອົງ­ການ AFD ໄດ້​ເຄື່ອນ​ໄຫວ​ຕອບ​ໂຕ້​ສະ­ຖາ­ນະ​ການ​ສຸກ​ເສີນ​ດ້ານ​ສາ​ທາ ລະ­ນະ​ສຸກ​ຂອງ​ໂລກ ອີງ​ຕາມ​ຂໍ້​ລິ​ເລີ່ມ​ຮ່ວມ​ກັນ​ຕ້ານ​ພະ­ຍາດ COVID-19 ເພື່ອ​ສຸ­ຂະ­ພາບ​ຂອງ​ທຸກ​ຄົນ (COVID-19-HEALTH IN COMMON) ທີ່​ໄດ້​ປະ­ກາດ​ວັນ​ທີ 9 ເມ­ສາ 2020 ໄດ້​ມີ​ການ​ອະ­ນຸ­ມັດ​ເງິນ​ຊ່ວຍ­ເຫຼືອ​ເພີ່ມ​ຕື່ມ ວັນ​ທີ 28 ເມ­ສາ ຜ່ານ​ມາ ໃຫ້​ໂຄງ­ການ​ທີ່​ປະ­ສານ​ງານ​ໂດຍ​ສະ​ຖາ​ບັນ​ປັສ​ເຕີ ເພື່ອ​ສະ­ໜັບ­ສະ­ໜູນ​ຊ່ວຍ­ເຫຼືອ​ບັນ­ດາ​ຫ້ອງ​ວິ­ເຄາະ​ຂອງ​ປະ­ເທດ​ມຽນ​ມາ ກຳ­ປູ­ເຈຍ ລາວ ຟີ​ລິບ​ປິນ ແລະ ຫວຽດ ນາມ ແນ­ໃສ່​ສະ­ກັດ​ກັ້ນ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ເຊິ່ງ​ມີ​ຄວາມ​ຈຳ­ເປັນ​ທີ່​ຕ້ອງ​ໄດ້​ເຮັດ​ໃຫ້ ການ​ລະ­ບາດ​ຂອງ​ພະ­ຍາດ​ນີ້ ໃນ​ພາກ​ພື້ນ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້​ຊ້າ​ລົງ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ ອີງ­ໃສ່​ຄຳ​ແນະ ນຳ​ຂອງ​ອົງ­ການ​ອະ­ນາ­ໄມ​ໂລກ ດ້ວຍ​ການ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ຊ່ວຍ­ເຫຼືອ​ຜ່ານ​ຫ້ອງ​ວິ­ເຄາະ ນະ­ໂຍ­ບາຍ ແລະ ຍຸດ​ທະ​ສາດ​ຂອງ​ບັນ­ດາ​ປະ­ເທດ​ຄູ່​ຮ່ວມ ໃນ​ການ​ຄວບ​ຄຸມ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ໄວ​ຣັສ.

7 ຫ້ອງ​ວິ­ເຄາະ​ຂອງ​ບັນ­ດາ​ປະ­ເທດ​ທີ່​ກ່າວ​ມາ​ຂ້າງ​ເທິງ ຈະ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ໂດຍ​ກົງ​ໃນ​ການ​ຕອບ​ໂຕ້​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ເຊັ່ນ: ເພີ່ມ​ຄວາມ​ສາ­ມາດ​ດ້ານ​ອຸ­ປະ­ກອນ ຊື້​ເຄື່ອງ​ກວດ​ວິ­ເຄາະ ເຄື່ອງ​ປ້ອງ​ກັນ​ສຳ­ລັບ​ພະ­ນັກ­ງານ​ວິ­ຊາ​ການ ການ​ເສີມ​ສ້າງ​ຊັບ­ພະ­ຍາ­ກອນ​ມະ­ນຸດ ເຝິກ­ອົບ­ຮົມ ແລະ ຖ່າຍ​ທອດ​ຄວາມ​ຮູ້-ຄວາມ​ສາ­ມາດ ພັດ­ທະ­ນາ​ຍຸດ​ທະ​ສາດ​ການ​ວິ­ເຄາະ​ເຊື້ອ​ພະ­ຍາດ ປະ­ກອບ​ກັບ​ການ​ວິ­ເຄາະ​ໂມ​ເລ​ກຸນ​ທີ່​ໃຊ້​ໃນ​ປັດ­ຈຸ­ບັນ ສະ­ໜັບ­ສະ­ໜູນ​ວຽກ​ງານ​ປະ­ມວນ​ຂໍ້​ມູນ ໂດຍ​ການ​ຮ່ວມ​ມື​ກັບ​ສະ​ຖາ​ບັນ​ຄົ້ນ­ຄວ້າ​ເພື່ອ​ການ​ພັດ­ທະ­ນາ ເພື່ອ​ຕິດ­ຕາມ​ເຝົ້າ​ລະ­ວັງ​ການ​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ ສຳ­ລັບ ສປປ ລາວ ສະ​ຖາ​ບັນ​ປັສ​ເຕີ​ລາວ ຈະ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ຕາມ​ການ​ສະ­ເໜີ​ຂອງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຂອງ​ລາວ ເພື່ອ​ຕອບ​ໂຕ້​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19.

# ພາບ & ຂ່າວ: ເພັດ​ສະ­ໝອນ

error: Content is protected !!