ປົກປັກຮັກສາສະຖານບູຮານໃຫ້ມີຄວາມສວຍງາມ ກຽມພ້ອມເປີດບໍລິການຄືນໃໝ່

ການ​ແຜ່​ລະ­ບາດ​ເຊື້ອ​ພະ­ຍາດ COVID-19 ເຮັດ​ໃຫ້​ຫຼາຍ​ປະ­ເທດ ລວມ​ທັງ ສປປ ລາວ ໄດ້​ຮັບ​ຜົນ​ກະ­ທົບ​ໃນ​ຫຼາຍ​ຂະ­ແໜງ ການ ສະ­ເພາະ​ຂະ­ແໜງ​ການ­ທ່ອງ­ທ່ຽວ ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ລາວ​ນັບ​ມື້​ຫຼຸດ​ລົງ ແລະ ບໍ່​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ເລີຍ ເນື່ອງ​ຈາກ​ຫຼາຍ​ປະ­ເທດ​ກໍ​ມີ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ເຊັ່ນ​ກັນ ເຮັດ​ໃຫ້​ລັດ­ຖະ­ບານ​ໄດ້​ປິດ​ທຸກ​ເສັ້ນ­ທາງ​ການ​ສັນ­ຈອນ​ໄປ-ມາ ເພື່ອ​ຄວບ​ຄຸມ​ການ​ແຜ່​ລະ­ບາດ​ພະ­ຍາດ​ດັ່ງ­ກ່າວ.

ທ່ານ ພູ​ວຽງ ໂພ­ທິ​ສານ ຜູ້­ອຳ­ນວຍ­ການ​ກອງ​ວິ­ຊາ​ການ​ພິ​ພິ​ທະ​ພັນ​ສະ­ຖານ​ບູ­ຮານ ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ວັນ​ທີ 8 ພຶດ­ສະ­ພາ 2020 ວ່າ: ນັບ​ແຕ່​ເດືອນ​ມັງ­ກອນ-ກຸມ­ພາ 2020 ສະ­ພາບ​ການ​ບໍ​ລິ​ການ­ທ່ອງ­ທ່ຽວ​ຢູ່ ສປປ ລາວ ໂດຍ​ສະ­ເພາະ​ພິ​ພິ​ທະ​ພັນ​ພະ​ທາດ­ຫຼວງ​ວຽງ​ຈັນ ຫໍ­ພະ­ແກ້ວ ແລະ ພິ​ພິ​ທະ​ພັນ​ວັດ​ສີ­ສະ​ເກດ ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ກຳ­ລັງ​ເຂົ້າ​ມາ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ນັບ​ແຕ່​ວັນ​ທີ 1 ມີ­ນາ​ເປັນ­ຕົ້ນ​ມາ ພະ­ຍາດ COVID-19 ໄດ້​ມີ​ການ​ແຜ່​ລະ­ບາດ ແລະ ແຜ່​ລາມ​ໄປ​ຍັງ​ປະ­ເທດ​ຕ່າງໆ​ທົ່ວ​ໂລກ ໂດຍ​ສະ­ເພາະ​ປະ­ເທດ​ເຮົາ​ກໍ​ພົບ​ເຊື້ອ​ຜູ້​ເປັນ​ພະ­ຍາດ​ດັ່ງ­ກ່າວ ພັກ-ລັດ­ຖະ­ບານ​ຈຶ່ງ​ໄດ້​ປິດ​ທຸກ​ເສັ້ນ­ທາງ​ຂອງ​ການ​ສັນ­ຈອນ ເປັນ­ຕົ້ນ​ທາງ­ບົກ ແລະ ທາງ​ອາ­ກາດ ພ້ອມ​ທັງ​ອອກ​ມາດ​ຕະ­ການ​ເຝົ້າ​ລະ­ວັງ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ພະ­ຍາດ COVID-19 ຢ່າງ​ເຂັ້ມ​ງວດ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ກໍ​ຄື​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ໃຫ້​ທິດ​ຊີ້​ນຳ ພ້ອມ​ອອກ​ແຈ້ງ​ການ​ໃຫ້​ປິດ​ການ​ບໍ­ລິ­ການ​ແຫຼ່ງ​ທ່ອງ​ທ່ຽວ​ສະ­ຖານ​ບູ­ຮານ ແຕ່​ວັນ​ທີ 1 ເມ­ສາ ເປັນ­ຕົ້ນ​ມາ (ພິ​ພິ​ທະ​ພັນ​ພະ​ທາດ­ຫຼວງ​ວຽງ​ຈັນ ຫໍ­ພະ­ແກ້ວ ແລະ ພິ​ພິ​ທະ​ພັນ​ວັດ​ສີ­ສະ​ເກດ) ເຖິງ​ວ່າ​ຈະ​ປິດ ພວກ​ເຮົາ​ກໍ​ໄດ້​ມີ​ການ​ແບ່ງ​ພະ­ນັກ­ງານ​ປະ­ຈຳ­ການ​ເປັນ​ປົກ­ກະ­ຕິ​ທຸກ​ວັນ ບໍ່​ຍົກ­ເວັ້ນ​ວັນ​ເສົາ-ອາ­ທິດ ເພື່ອ​ບູ­ລະ­ນະ ປົກ​ປັກ​ຮັກ­ສາ​ສະ­ຖານ­ທີ່​ດັ່ງ­ກ່າວ​ໃຫ້​ມີ​ຄວາມ​ສວຍ​ງາມ ແລະ ຄົງ​ຢູ່​ໃນ​ສະ­ພາບ​ເດີມ.

ປັດ­ຈຸ­ບັນ​ພັກ-ລັດ­ຖະ­ບານ ກໍ​ຄື​ຄະ­ນະ​ສະ­ເພາະ​ກິດ​ຄວບ​ຄຸມ­ພະ​ຍາດ COVID-19 ໄດ້​ມີ​ມາດ​ຕະ­ການ​ຜ່ອນ­ຜັນ​ບາງ​ຫົວ­ໜ່ວຍ​ທຸ­ລະ​ກິດ ແຕ່​ສະ­ຖານ­ທີ່​ທ່ອງ​ທ່ຽວ​ສະ­ຖານ​ບູ­ຮານ​ຍັງ​ບໍ່​ທັນ​ໄດ້​ເປີດ​ໃຫ້​ບໍ­ລິ­ການ​ເທື່ອ ແຕ່​ປະ­ຊາ­ຊົນ​ພາຍ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ມີ​ຈຸດ­ປະ­ສົງ​ຢາກ​ເຂົ້າ​ສັກ­ກະ​ລະ​ບູ­ຊາ ກໍ​ສາ­ມາດ​ເຂົ້າ​ໄປ​ບູ­ຊາ​ໄດ້ ແຕ່​ຕ້ອງ​ໄດ້​ປະ­ຕິ­ບັດ​ມາດ​ຕະ­ການ​ທີ່​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ.

ທ່ານ ພູ​ວຽງ ໂພ­ທິ​ສານ ກ່າວ​ຕື່ມ​ອີ​ກວ່າ: ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເຂົ້າ​ມາ​ທ່ຽວ​ຊົມ ສະ­ຖານ­ທີ່​ທ່ອງ​ທ່ຽວ​ບູ­ຮານ​ສະ­ຖານ​ຂອງ​ພວກ​ເຮົາ ພາຍ­ຫຼັງ​ທີ່​ສະ­ພາບ​ກັບ​ຄືນ​ສູ່​ປົກ­ກະ­ຕິ​ແລ້ວ ກໍ​ຈະ​ໄດ້​ເອົາ­ໃຈ­ໃສ່​ເຮັດ​ຄວາມ​ສະ­ອາດ ສືບ­ຕໍ່​ວຽກ​ງານ​ແຜນ​ວຽກ​ຈຸດ​ສຸມ​ທີ່​ຍັງ​ຄົງ​ຄ້າງ ແລະ ຂໍ​ທິດ​ຊີ້​ນຳ​ຈາກ​ຂັ້ນ​ເທິງ​ຕື່ມ​ອີກ.

# ພາບ & ຂ່າວ: ຂັນ​ທະ­ວີ

error: Content is protected !!