ປັບປຸງຮູບແບບການສຶກສາໃຫ້ສອດຄ່ອງ ຫຼຸດຜ່ອນຄວາມແຕກໂຕນທາງດ້ານການຮຽນ
ການສຶກສາເປັນວຽກງານໜຶ່ງທີ່ຄວາມສຳຄັນ ໃນການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ ຄວາມສາມາດ ສະນັ້ນ ພັກ-ລັດ ກໍຄືຂະແໜງການກ່ຽວຂ້ອງ ໄດ້ສຸມໃສ່ປັບປຸງວຽກງານດັ່ງກ່າວ ໃຫ້ສອດຄ່ອງກັບການພັດທະນາແຕ່ລະໄລຍະເຊັ່ນ ປັບປຸງຄວາມຮູ້ທາງດ້ານເນື້ອໃນຂອງບົດສອນ ແລະ ທັກສະທາງດ້ານການນິເທດຂອງຄູສອນຊັ້ນປະຖົມສຶກສາ ໂດຍໃຫ້ບູລິມະສິດໃນການຈັດສັນງົບປະມານໃສ່ຂະແໜງການຍ່ອຍປະຖົມສຶກສາ ປັບປຸງຜົນການຮຽນຂອງນັກຮຽນ ໂດຍສະເພາະ ທັກສະການອ່ານອອກຂຽນໄດ້…
ສິດ-ໜ້າທີ່ຂອງຕຳຫຼວດຈະລາຈອນ-ຕຳຫຼວດທາງຫຼວງ
ໃນໄລຍະຜ່ານມາ ກໍມີຫຼາຍໆຫາງສຽງຈາກສັງຄົມ ຕໍ່ກັບການປະຕິບັດງານຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນໄປຕ່າງໆນາໆ ດັ່ງນັ້ນ ຄໍລຳຈະລາຈອນມື້ນີ້ ຂໍນຳສະເໜີ ສິດ-ໜ້າທີ່ຂອງຕຳຫຼວດຈະລາຈອນ ແລະ ຕຳຫຼວດທາງຫຼວງ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຈະລາຈອນທາງບົກ ມາໃຫ້ບັນດາເພື່ອນຜູ້ອ່ານໄດ້ຮັບຊາບ ແລະ ເຂົ້າໃຈຢ່າງຈະແຈ້ງນຳກັນ. ໃນມາດຕາ 28 ຂອງກົດໝາຍວ່າດ້ວຍການຈະລາຈອນທາງບົກ…
ຜູ້ທີ່ເປັນພູມແພ້ ໃສ່ຄອນແທກເລນ ສ່ຽງຕິດໂຄວິດ-19 ຫາກບໍ່ລະວັງຄວາມສະອາດ
ແພດແນະນໍາຄົນໃສ່ຄອນແທກເລນ ເປັນກຸ່ມສ່ຽງຕິດເຊື້ອໄວຣັສ ຫາກນິ້ວມືທີ່ຕິດເຊື້ອໄວຣັສ ສໍາຜັດດວງຕາຕອນໃສ່ຄອນແທກເລນ. ຜູ້ອໍານວຍການແພດ TRSC ສູນເລສິກນາໆຊາດຂອງໄທ ຕອບຂໍ້ສົງໄສເລື່ອງດວງຕາ ແລະ ໂຄວິດ-19 ວ່າ ປັດຈຸບັນ ຍັງບໍ່ມີລາຍງານວ່າມີການຕິດເຊື້ອດັ່ງກ່າວທາງດວງຕາ (ຈາກຂໍ້ມູນຂອງ Centre for…
ໂລເລກັບໄຟຈະເປັນໄພ
ຂ່າວສະເທືອນຂວັນໃນຍາມອາກາດຮ້ອນອົບເອົ້າຄືດຽວນີ້ ແມ່ນເລື່ອງໄຟໄໝ້ປ່າຍ້ອນພວກຈັງໄຮມືໄວຈູດປ່າຊະຊາຍ ຫຼື ເກີດຍ້ອນຄວາມປະໝາດຂອງຄົນເຮົາ ເຊັ່ນ: ຖິ້ມກິດກອກຢາທີ່ບໍ່ທັນມອດຊະຊາຍຕາມປ່າ ຕາມຂີ້ເຫຍື້ອ ຫຼື ຫຍ້າແຫ້ງ ແລະ ກໍມີພວກສຸມໄຟຊະຊາຍ ຫຼື ດັງໄຟເພື່ອປິ້ງ ຈີ່ ເວລາກິນເຂົ້າປ່າ…
ໂທດຂອງການເປັນໄມ້ມື
ຄົນຕ່າງປະເທດ ຄົນຕ່າງດ້າວ ຫຼື ຄົນບໍ່ມີສັນຊາດຜູ້ໃດ ຫາກໄດ້ເຄື່ອນໄຫວເກັບກຳຂ່າວ ຂໍ້ມູນ ວັດຖຸ ດຳເນີນງານ ຫຼື ເອກະສານທາງຄອມພິວເຕີ ຫຼື ເອກະສານກ່ຽວກັບຄວາມລັບຂອງລັດ ຫຼື ຄວາມລັບທາງລັດຖະການ ເພື່ອກໍ່ຄວາມເສຍຫາຍ…
ຄົບ 6 ອາທິດ ເຊື້ອໂຄວິດບໍ່ຕິດເພີ່ມທີ່ລາວ ຈົ່ງພ້ອມກັນເຝົ້າລະວັງພະຍາດຕາມລະດູການ
ວັນທີ 24 ພຶດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ: ການເຝົ້າລະວັງ ແລະ ວິເຄາະເຊື້ອພະຍາດດັ່ງກ່າວ ມາຮອດວັນທີ 23…
41 ວັນ ການຕິດເຊື້ອໂຄວິດ-19 ຢູ່ລາວຍັງເປັນສູນ
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການຕິດຕາມ ເຝົ້າລະວັງພະຍາດ COVID-19 ຢູ່ ສປປ ລາວ ເມື່ອວັນທີ 23 ພຶດສະພາ 2020 ຜ່ານມາ…
ໂຄວິດ ຈະສົ່ງຜົນກະທົບຕໍ່ຕະຫຼາດແຮງງານ ແລະ ຄວາມທຸກຍາກ
ອີງຕາມບົດລາຍງານສະບັບຫຼ້າສຸດຂອງທະນາຄານໂລກ ວັນທີ 20 ພຶດສະພາ 2020 ວ່າ: ຄາດວ່າການຂະຫຍາຍຕົວທາງເສດຖະກິດຂອງລາວຈະຫຼຸດລົງ ໃນປີ 2020 ຍ້ອນຜົນກະທົບຂອງພະຍາດລະບາດ COVID-19 ໃນທົ່ວໂລກ ແລະ ຍ້ອນການໃຊ້ມາດຕະການຄວບຄຸມການແຜ່ລາມຂອງພະຍາດດັ່ງກ່າວ ເຊິ່ງການເຕີບໂຕຄາດວ່າຢູ່ໃນລະຫວ່າງ 1% ໃນກໍລະນີພື້ນຖານ ແລະ ອາດຫົດຕົວເຖິງ -1,8%…
ຮ່ວມແຮງຮ່ວມໃຈ ປູກຕົ້ນໄມ້ໃຫ້ເປັນສີຂຽວທົ່ວນະຄອນຫຼວງວຽງຈັນ
ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວັນທີ 21 ພຶດສະພາ 2020 ວ່າ: ສຳລັບຂະບວນການປູກຕົ້ນໄມ້ປີນີ້ ຈະດຳເນີນຢູ່ 2 ຂັ້ນຕອນຄື…