ຂ່າວສະເທືອນຂວັນໃນຍາມອາກາດຮ້ອນອົບເອົ້າຄືດຽວນີ້ ແມ່ນເລື່ອງໄຟໄໝ້ປ່າຍ້ອນພວກຈັງໄຮມືໄວຈູດປ່າຊະຊາຍ ຫຼື ເກີດຍ້ອນຄວາມປະໝາດຂອງຄົນເຮົາ ເຊັ່ນ: ຖິ້ມກິດກອກຢາທີ່ບໍ່ທັນມອດຊະຊາຍຕາມປ່າ ຕາມຂີ້ເຫຍື້ອ ຫຼື ຫຍ້າແຫ້ງ ແລະ ກໍມີພວກສຸມໄຟຊະຊາຍ ຫຼື ດັງໄຟເພື່ອປິ້ງ ຈີ່ ເວລາກິນເຂົ້າປ່າ ນອກຈາກວັດຖຸສິ່ງຂອງເສຍຖືກຫາຍຍ້ອນໄຟໄໝ້ແລ້ວ ຄວັນໄຟຍັງກໍ່ໃຫ້ເກີດມົນລະພິດ ແລະ ເປັນອັນຕະລາຍສຳລັບການຂົນສົ່ງ-ການໂດຍສານທາງອາກາດ ຫຼື ທາງໜ້າດິນ ຍ້ອນໝອກຄວັນປົກຄຸມ ບໍ່ສາມາດແນມເຫັນໄກໄດ້ ຂໍໃຫ້ລະວັງນຳກັນ ຢ່າຄັນມືຫຼິ້ນກັບໄຟໂລເລ.
