ໂທດ​ຂອງ​ການ​ເປັນ​ໄມ້​ມື

      ຄົນ​ຕ່າງປະເທດ ຄົນ​ຕ່າງ​ດ້າວ ຫຼື ຄົນ​ບໍ່​ມີ​ສັນຊາດ​ຜູ້​ໃດ ຫາກ​ໄດ້​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ ຂໍ້​ມູນ ວັດຖຸ ດຳເນີນ​ງານ ຫຼື ເອກະສານ​ທາງ​ຄອມ​ພິວ​ເຕີ ຫຼື ເອກະສານ​ກ່ຽວ​ກັບ​ຄວາມ​ລັບ​ຂອງ​ລັດ ຫຼື ຄວາມ​ລັບ​ທາງ​ລັດ​ຖະ​ການ ເພື່ອ​ກໍ່​ຄວາມ​ເສຍ​ຫາຍ ຫຼື ມ້າງເພ ສາທາລະນະ​ລັດ ປະຊາທິປະໄຕ  ປະຊາຊົນ​ລາວ ຈະ​ຖືກ​ລົງໂທດ​ຕັດ​ອິດສະຫຼະພາບ​ແຕ່​ສິບ​ປີ ຫາ ຊາວ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່  5.000.000 ກີບ​ຫາ    300.000.000 ກີບ ອາດ​ຈະ​ຖືກ​ຮິບ​ຊັບ ຖືກ​ຈຳກັດ​ທີ່ຢູ່ ຫຼື ຖືກ​ເນລະເທດ ຫຼື ຖືກ​ຕັດ​ອິດສະຫຼະພາບ​ຕະຫຼອດ​ຊີວິດ ແລະ  ຈະ​ຖືກ​ປັບ​ໃໝ​ແຕ່ 30.000.000 ກີບ​ຫາ 400.000.000 ກີບ ຫຼື ປະຫານ​ຊີວິດ.

      ບຸກຄົນ​ໃດ ຫາກ​ໄດ້​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ ຂໍ້​ມູນ ວັດຖຸ ການ​ດຳເນີນ​ງານ ຫຼື ເອກະສານ​ທາງ​ຄອມ​ພິວ​ເຕີ ຫຼື ເອກະສານ​ກ່ຽວ​ກັບ​ຄວາມ​ລັບ​ຂອງ​ລັດ ຫຼື ຄວາມ​ລັບ​ທາງ​ລັດ​ຖະ​ການ ສົ່ງ​ໃຫ້​ພວກ​ທໍລະ​ຍົດ ຫຼື ກະບົດ​ຕໍ່​ຊາດ ເພື່ອ​ມ້າງເພ ​ສປປ ລາວ ຈະ​ຖືກ​ລົງໂທດ​ຕັດ​ອິດສະຫຼະພາບ​ແຕ່ ຫ້າ​ປີ ຫາ ສິບ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 5.000.000 ກີບ​ຫາ 200.000.000   ກີບ ອາດ​ຈະ​ຖືກ​ຮິບ​ຊັບ ແລະ ອາດ​ຈະ​ຖືກ​ຈຳກັດ​ທີ່ຢູ່.

      ພົນລະເມືອງ​ລາວ​ຜູ້​ໃດ ຫາກ​ໄດ້​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ ຂໍ້​ມູນ ວັດຖຸ ການ​ດຳເນີນ​ງານ ຫຼື ເອກະສານ​ທາງ​ຄອມ​ພິວ​ເຕີ ຫຼື ເອກະສານ​ກ່ຽວ​ກັບ​ຄວາມ​ລັບ​ຂອງ​ລັດ ຫຼື ຄວາມ​ລັບ​ທາງ​ລັດ​ຖະ​ການ ສົ່ງ​ໃຫ້​ຄົນ​ຕ່າງປະເທດ ຫຼື ອົງ​ການຈັດຕັ້ງ​ຕ່າງປະເທດ ເພື່ອ​ໃຊ້​ເປັນ​ຂໍ້​ມູນ​ກໍ່​ຄວາມ​ເສຍ​ຫາຍ ຫຼື ມ້າງເພ ​ສປປ ລາວ ຈະ​ຖື​ວ່າ​ໄດ້​ກະທຳ​ຜິດ​ໃນ​ສະຖານ​ທໍລະ​ຍົດ​ຕໍ່​ຊາດ ແລະ ຈະ​ຖືກ​ລົງໂທດ​ຕາ​ມາດຕາ 110 ຂອງ​ປະມວນ​ກົດໝາຍ​ອາຍາ.

      ການ​ກະກຽມ​ໃຫ້​ແກ່​ການ​ກະທຳ​ຜິດ (ໄດ້​ມີ​ການ​ວາງ​ແຜນການ ຫ້າງ​ຫາ​ອຸປະກອນ ໄດ້​ເກັບ​ກຳ​ເອກະສານ​ທີ່​ເປັນຄວາມ​ລັບ​ຂອງ​ລັດ) ຄວາມ​ພະຍາຍາມ​ກໍ່​ການ​ກະທຳ​ຜິດ (ໄດ້​ມີ​ການເຄື່ອນໄຫວ ໄດ້​ມີ​ການ​ລົງມື​ກະທຳ​ຜິດ​ສ່ວນ​ໃດ​ສ່ວນ​ໜຶ່ງ​ແລ້ວ ແຕ່​ຫາກ​ມີ​ເຫດການ​ອື່ນ​ມາ​ຂັດຂວາງ​ອາດ​ຈະ​ເນື່ອງ​ຈາກ​ສະພາບ​ອຸປະກອນ​ບໍ່​ອຳນວຍ ມີ​ຄົນ​ມາ​ພົບ​ເຫັນ ຫຼື ມີ​ຄົນ​ມາ​ສະກັດ​ກັ້ນ​ເຮັດ​ໃຫ້ການ​ເກັບ​ກຳ​ຂ່າວ ການ​ສົ່ງ​ຂໍ້​ມູນ​ຂ່າວສານ ການ​ດຳເນີນ​ງານ​ຂອງ​ຜູ້ກ່ຽວ​ຢຸດ​ສະ​ຫງັກ​ລົງ) ຊຶ່ງ​ການ​ກະທຳ​ເຊັ່ນ​ນີ້​ກໍ​ຈະ​ຖືກ​ລົງໂທດ​ເຊັ່ນ​ດຽວ​ກັນ.

error: Content is protected !!