ປັບປຸງຮູບແບບການສຶກສາໃຫ້ສອດຄ່ອງ ຫຼຸດຜ່ອນຄວາມແຕກໂຕນທາງດ້ານການຮຽນ

ການ​ສຶກ​ສາ​ເປັນ​ວຽກ​ງານ​ໜຶ່ງ​ທີ່​ຄວາມ​ສຳ­ຄັນ ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ໃຫ້​ມີ​ຄວາມ​ຮູ້ ຄວາມ​ສາ­ມາດ ສະ­ນັ້ນ ພັກ-ລັດ ກໍ​ຄື​ຂະ­ແໜງ­ການ​ກ່ຽວ­ຂ້ອງ ໄດ້​ສຸມ​ໃສ່​ປັບ­ປຸງ​ວຽກ​ງານ​ດັ່ງ­ກ່າວ ໃຫ້​ສອດ­ຄ່ອງ​ກັບ​ການ​ພັດ­ທະ­ນາ​ແຕ່​ລະ​ໄລ­ຍະ​ເຊັ່ນ ປັບ­ປຸງ​ຄວາມ​ຮູ້​ທາງ​ດ້ານ​ເນື້ອ​ໃນ​ຂອງ​ບົດ​ສອນ ແລະ ທັກ​ສະ​ທາງ​ດ້ານ​ການ​ນິ­ເທດ​ຂອງ​ຄູ​ສອນ​ຊັ້ນ​ປະ­ຖົມ​ສຶກ​ສາ ໂດຍ​ໃຫ້​ບູ​ລິ​ມະ​ສິດ​ໃນ​ການ​ຈັດ​ສັນ​ງົບ­ປະ­ມານ​ໃສ່​ຂະ­ແໜງ­ການ​ຍ່ອຍ​ປະ­ຖົມ​ສຶກ​ສາ ປັບ­ປຸງ​ຜົນ​ການ​ຮຽນ​ຂອງ​ນັກ­ຮຽນ ໂດຍ​ສະ­ເພາະ ທັກ​ສະ­ການ​ອ່ານ​ອອກ​ຂຽນ​ໄດ້ ແລະ ການ​ຄິດ­ໄລ່​ພື້ນ­ຖານ​ຢູ່​ຊັ້ນ​ປະ­ຖົມ​ສຶກ​ສາ ເຮັດ​ໃຫ້​ຜູ້​ທີ່​ຈະ​ຮຽນ​ຕໍ່​ລະ­ດັບ​ມັດ­ທະ­ຍົມ​ມີ​ຄວາມ​ຮູ້ ແລະ ທັກ​ສະ​ທີ່​ເໝາະ​ສົມ ກຳ­ນົດ​ວິ­ທີ​ການ​ທີ່​ເປັນ​ໄປ​ໄດ້​ດ້ານ​ການ​ເງິນ ໃຫ້​ສອດ­ຄ່ອງ​ກັບ​ຕົວ​ຈິງ​ໃນ​ການ​ຂະ­ຫຍາຍ​ການ​ສຶກ​ສາ​ຊັ້ນ​ມັດ­ທະ­ຍົມ​ຕອນ​ຕົ້ນ ໃນ​ເຂດ​ຫ່າງ​ໄກ​ສອກ­ຫຼີກ ຫຼຸດ­ຜ່ອນ​ຄວາມ​ແຕກ​ໂຕນ​ທາງ​ດ້ານ​ຜົນ​ການ​ຮຽນ​ຂອງ​ນັກ­ຮຽນ ໂດຍ​ຜ່ານ​ການ​ຄຸ້ມ​ຄອງ​ຊັບ­ພະ­ຍາ­ກອນ​ຢ່າງ​ມີ​ປະ­ສິດ­ທິ­ພາບ ໂດຍ​ສະ­ເພາະ 40 ເມືອງ​ເປົ້າ​ໝາຍ ສ້າງ​ຄວາມ​ກົມ­ກຽວ​ຄືນ­ໃໝ່​ລະ­ຫວ່າງ​ທັກ​ສະ ແລະ ຄວາມ​ສາ­ມາດ​ຂອງ​ພະ­ນັກ­ງານ ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ ແລະ ກີ­ລາ​ພາຍ​ໃນ​ກະ­ຊວງ ເພື່ອ​ໃຫ້​ໄດ້​ຕາມ​ຄວາມ​ຕ້ອງ­ການ​ຂອງ​ວຽກ​ງານ​ໃນ​ປັດ­ຈຸ­ບັນ ແລະ ອະ­ນາ­ຄົດ​ເອົາ­ໃຈ­ໃສ່.

ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ຂະ­ແໜງ­ການ​ສຶກ​ສາ​ຂັ້ນ​ແຂວງ ແລະ ຂັ້ນ​ເມືອງ ກຸ່ມ​ໂຮງ­ຮຽນ ແລະ ໂຮງ­ຮຽນ​ເພື່ອ​ເສີມ​ຂະ­ຫຍາຍ​ປະ­ສິດ­ທິ­ພາບ​ປະ​ສິດ­ທິ​ຜົນ ຄວາມ​ຮັບ­ຜິດ­ຊອບ​ໂດຍ​ໃຫ້​ມີ​ຄວາມ​ສອດ­ຄ່ອງ​ລະ­ຫວ່າງ​ໜ້າ­ທີ່ ແລະ ພາ­ລະ​ບົດ­ບາດ ຄວາມ​ຮັບ­ຜິດ­ຊອບ ສ້າງ​ຄວາມ​ຊັດ​ເຈນ​ໃຫ້​ແກ່​ໜ້າ​ວຽກ​ໃນ​ຕຳ­ແໜ່ງ​ງານ ສ້າງ​ລະ­ບົບ​ໃນ​ການ​ສະ­ໜອງ ຈັດ​ສັນ​ຊັບ­ຊ້ອນ​ຊັບ­ພະ­ຍາ­ກອນ​ມະ­ນຸດ ແລະ ການ​ເງິນ​ອີງ​ຕາມ​ຄວາມ​ຕ້ອງ­ການ​ຕົວ​ຈິງ ສະ­ໜອງ​ການ​ສຶກ​ສາ​ຫຼັງ​ຂັ້ນ​ພື້ນ­ຖານ​ທີ່​ດີ​ເພື່ອ​ປະ­ກອບ­ສ່ວນ ສະ­ໜັບ­ສະ­ໜູນ​ບັນ­ດາ​ບູ​ລິ​ມະ​ສິດ​ຂອງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ​ຄັ້ງ​ທີ 9 ເສີມ​ຂະ­ຫຍາຍ​ກີ­ລາ​ກາ​ຍະ​ກຳ​ຂອງ​ລາວ​ກ້າວ​ສູ່​ມາດ­ຕະ­ຖານ​ພາກ​ພື້ນ ແລະ ສາ­ກົນ ເຮັດ​ໃຫ້​ຂະ­ແໜງ­ການ​ສຶກ​ສາ ແລະ ກີ­ລາ​ມີ​ໂຄງ​ສ້າງ ມີ​ການ​ຄຸ້ມ​ຄອງ ແລະ ການ​ຈັດ​ສັນ​ຊັບ­ພະ­ຍາ­ກອນ​ຢ່າງ​ເໝາະ​ສົມ ເພື່ອ​ສ້າງ​ໂອ­ກາດ​ໃຫ້​ພົນ­ລະ­ເມືອງ​ລາວ​ທຸກ​ຄົນ ໄດ້​ເຂົ້າ​ເຖິງ​ການ​ສຶກ​ສາ​ທີ່​ມີ​ຄຸ­ນະ­ພາບ​ຢ່າງ​ເທົ່າ​ທຽມ​ກັນ ປະ­ກອບ­ສ່ວນ​ໃຫ້​ບັນ­ລຸ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ສຳ­ລັບ​ວຽກ​ງານ​ການ​ສຶກ​ສາ (SDG-4).

ພາຍ­ຫຼັງ​ທີ່​ມີ​ການ​ປັບ­ປຸງ​ບັນ­ດາ​ຂະ­ແໜງ­ການ​ຕ່າງໆ​ແລ້ວ ຈະ​ເຮັດ​ໃຫ້​ພົນ­ລະ­ເມືອງ​ລາວ​ທຸກ​ຄົນ​ມີ​ການ​ສຶກ​ສາ ມີ​ຄວາມ​ຮູ້​ດ້ານ​ວິ­ຊາ​ການ ແລະ ມີ​ທັກ​ສະ​ທີ່​ເໝາະ​ເພື່ອ​ພັດ­ທະ­ນາ​ຄວາມ​ສາ­ມາດ​ຂອງ​ຕົນ ໃນ​ດ້ານ​ການ​ປະ­ກອບ­ສ່ວນ ເດັກ­ນ້ອຍ​ໄວ​ໜຸ່ມ​ມີ​ທັກ​ສະ​ທີ່​ດີ​ດ້ານ​ການ​ສຶກ​ສາ ອັດ­ຕາ​ການ​ເຂົ້າ​ຮຽນ​ໃນ​ລະ­ດັບ​ມະ­ຫາ­ວິ­ທະ­ຍາ­ໄລ​ໃນ​ຂະ­ແໜງ­ການ​ທົ່ວ​ໄປ ແລະ ຂະ­ແໜງ​ວິ­ຊາ​ສະ­ເພາະ​ເພີ່ມ​ຂຶ້ນ ການ​ເຂົ້າ​ການ​ສຶກ​ສາ­ກ່ອນ​ໄວ​ຮຽນ​ເພີ່ມ​ຂຶ້ນ ອັດ­ຕາ​ການ​ເຂົ້າ​ຮຽນ​ໃໝ່ ແລະ ອັດ­ຕາ​ເລື່ອນ​ຂັ້ນ​ໃນ​ແຕ່​ລະ​ຊັ້ນ​ເພີ່ມ​ຂຶ້ນ ອັດ­ຕາ​ຈົບ​ຊັ້ນ​ໃນ​ແຕ່​ລະ​ຊັ້ນ​ໄດ້​ຮັບ​ການ​ປັບ­ປຸງ ຄວາມ​ແຕກ​ໂຕນ​ທາງ​ດ້ານ​ຜົນ​ການ​ຮຽນ​ລະ­ຫວ່າງ​ເຂດ​ທີ່​ດ້ອຍ​ໂອ­ກາດ​ດີ​ຂຶ້ນ ຫຼັກ­ສູດ​ສ້າງ​ຄູ​ຊັ້ນ​ອະ­ນຸ­ບານ ແລະ ຊັ້ນ​ປະ­ຖົມ​ໄດ້​ຮັບ​ການ​ທົບ​ທວນ­ຄືນ ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ຫຼັກ­ສູດ​ການ​ຮຽນ-ການ​ສອນ​ໃໝ່ ສ້າງ​ຫຼັກ­ສູດ​ເຝິກ­ອົບ­ຮົມ​ຄູ​ປະ­ຈຳ­ການ​ຊັ້ນ​ອະ­ນຸ­ບານ ປະ­ຖົມ ໄດ້​ຮັບ​ການ​ທົບ​ທວນ­ຄືນ​ໃຫ້​ສອດ­ຄ່ອງ​ກັບ​ການ​ຮຽນ-ການ​ສອນ​ໃໝ່ ພ້ອມ​ທັງ​ສະ­ໜອງ​ໃຫ້​ແກ່​ຄູ​ສອນ​ຊັ້ນ​ອະ­ນຸ­ບານ ແລະ ປະ­ຖົມ​ທົ່ວ​ປະ­ເທດ ຮັບ­ປະ­ກັນ​ຄວາມ​ຕໍ່​ເນື່ອງ​ລະ­ຫວ່າງ​ຫຼັກ­ສູດ​ຊັ້ນ​ປະ­ຖົມ​ສຶກ​ສາ ແລະ ມັດ­ທະ­ຍົມ ການ​ຈັດ​ສັນ​ຄູ​ໃຫ້​ສອດ­ຄ່ອງ​ກັບ​ຄວາມ​ຕ້ອງ­ການ​ຂອງ​ໂຮງ­ຮຽນ​ຫຼາຍ​ຂຶ້ນ ເພື່ອ​ຫຼຸດ­ຜ່ອນ​ຄວາມ​ແຕກ​ໂຕນ ແລະ ສາ­ມາດ​ເຊື່ອມ​ໂຍງ​ກັບ​ມາດ­ຕະ­ຖານ​ຄຸນ​ນະ​ພາບ​ຂັ້ນ​ພື້ນ­ຖານ ຄຸນ​ນະ​ພາບ​ຂອງ​ຄູ​ສອນ ໃນ​ສະ​ຖາ​ບັນ​ອາ­ຊີ­ວະ​ສຶກ​ສາ ແລະ ເຝິກ­ອົບ­ຮົມ​ວິ­ຊາ​ຊີບ​ໄດ້​ຮັບ​ການ​ປັບ­ປຸງ​ດີ​ຂຶ້ນ ແລະ ອື່ນໆ.

error: Content is protected !!