ຮ່ວມແຮງຮ່ວມໃຈ ປູກຕົ້ນໄມ້ໃຫ້ເປັນສີຂຽວທົ່ວນະຄອນຫຼວງວຽງຈັນ

ທ່ານ ຫຼ້າ​ສາຍ ນວນ​ທາ​ສິງ ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໃຫ້​ສຳ­ພາດ​ວັນ​ທີ 21 ພຶດ­ສະ­ພາ 2020 ວ່າ: ສຳ­ລັບ​ຂະ​ບວນ​ການ​ປູກ​ຕົ້ນ­ໄມ້​ປີ​ນີ້ ຈະ​ດຳ­ເນີນ​ຢູ່ 2 ຂັ້ນ​ຕອນ​ຄື ປູກ​ຕາມ​ແຜນ­ການ​ສ້າງ​ນະ­ຄອນ​ສີ­ຂຽວ ແລະ ປູກ​ເພື່ອ​ສະ­ເຫຼີມ­ສະ­ຫຼອງ​ວັນ­ເດັກ­ນ້ອຍ​ສາ­ກົນ ທີ 1 ມິ­ຖຸ­ນາ ເຊິ່ງ​ຈະ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່​ຫຼາຍ​ຈຸດ​ໃນ 9 ຕົວ​ເມືອງ ໂດຍ​ສົມ­ທົບ​ກັບ​ຜູ້​ປະ­ກອບ​ການ ເຊິ່ງ​ຈະ​ເລີ່ມ​ປະ­ຕິ­ບັດ​ແຕ່​ທ້າຍ​ເດືອນ​ນີ້​ເປັນ­ຕົ້ນ​ໄປ.

ເບ້ຍ​ໄມ້​ທີ່​ຈະ​ນຳ​ມາ​ປູກ ປະ­ກອບ​ມີ ໄມ້​ອຸດ­ສາ­ຫະ­ກຳ ຕົ້ນ­ໄມ້​ປະ­ດັບ ຕົ້ນ­ໄມ້​ໃຫ້​ຄວາມ​ຮົ່ມ​ເຢັນ ເຊິ່ງ​ຈະ​ປູກ​ຕາມ​ເສັ້ນ­ທາງ​ຕ່າງໆ​ທີ່​ມີ​ຄວາມ​ຍາວ 8,5 ກິ­ໂລ­ແມັດ ມີ​ເບ້ຍ​ໄມ້ 5.390 ເບ້ຍ ສວນ​ສາ­ທາ­ລະ­ນະ​ສີ­ຂຽວ ເນື້ອ­ທີ່ 2,5 ເຮັກ­ຕາ ມີ​ເບ້ຍ​ໄມ້ 1.650 ເບ້ຍ ສຳ­ນັກ­ງານ ຫ້ອງ­ການ ໂຮງ­ແຮມ ໂຮງ­ຮຽນ ວັດ​ສີ­ຂຽວ 4 ເຮັກ­ຕາ ມີ​ເບ້ຍ​ໄມ້ 2.000 ເບ້ຍ ການ​ປົກ​ປັກ​ຮັກ­ສາ​ປ່າ​ທຳ​ມະ​ຊາດ ປ່າ​ສະ­ຫງວນ ປ່າ​ປ້ອງ​ກັນ ແລະ ການ​ປູກ​ໄມ້​ເປັນ​ສິນ­ຄ້າ ເນື້ອ­ທີ່ 148 ເຮັກ­ຕາ ມີ​ເບ້ຍ​ໄມ້ 14.000 ເບ້ຍ ການ​ພັດ­ທະ­ນາ​ໂຮງ​ຈັກ​ໂຮງ­ງານ​ສີ­ຂຽວ ເນື້ອ­ທີ່ 13 ເຮັກ­ຕາ ມີ​ເບ້ຍ​ໄມ້ 13.000 ເບ້ຍ ແລະ ປູກ​ໃນ​ພິ­ທີ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ ຢູ່​ໃນ 9 ຕົວ​ເມືອງ​ມີ​ເນື້ອ­ທີ່​ທັງ​ໝົດ 19 ເຮັກ­ຕາ ຕາມ​ເສັ້ນ­ທາງ 5,5 ກິ­ໂລ­ແມັດ ລວມ​ເບ້ຍ​ໄມ້​ທັງ​ໝົດ 13.000 ກວ່າ​ເບ້ຍ.

ພ້ອມ​ດຽວ​ກັນ​ນີ້ ກໍ​ໄດ້​ປຸກ­ລະ­ດົມ​ຜູ້​ປະ­ກອບ​ການ ໂດຍ​ສະ­ເພາະ​ແມ່ນ​ບັນ­ດາ​ໂຮງ­ງານ​ປຸງ​ແຕ່ງ​ໄມ້ ແລະ ຊາວ​ກະ­ສິ­ກອນ ປູກ​ຕົ້ນ­ໄມ້​ເພື່ອ​ເປັນ​ສິນ­ຄ້າ ເປັນ­ຕົ້ນ​ແມ່ນ ໄມ້​ຕິ້ວ ໄມ້­ປ່ອງ ໄມ້​ອຸດ­ສາ­ຫະ­ກຳ ເພື່ອ​ຮັບ​ໃຊ້​ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງ­ປະ­ເທດ ຕາມ​ທິດ​ທາງ​ຂອງ​ລັດ­ຖະ­ບານ​ໃຫ້​ໄດ້ 200 ເຮັກ­ຕາ.

# ຂ່າວ & ພາບ: ອົ່ນ ໄຟ​ສົນ​ທອງ

error: Content is protected !!