ອີງຕາມບົດລາຍງານສະບັບຫຼ້າສຸດຂອງທະນາຄານໂລກ ວັນທີ 20 ພຶດສະພາ 2020 ວ່າ: ຄາດວ່າການຂະຫຍາຍຕົວທາງເສດຖະກິດຂອງລາວຈະຫຼຸດລົງ ໃນປີ 2020 ຍ້ອນຜົນກະທົບຂອງພະຍາດລະບາດ COVID-19 ໃນທົ່ວໂລກ ແລະ ຍ້ອນການໃຊ້ມາດຕະການຄວບຄຸມການແຜ່ລາມຂອງພະຍາດດັ່ງກ່າວ ເຊິ່ງການເຕີບໂຕຄາດວ່າຢູ່ໃນລະຫວ່າງ 1% ໃນກໍລະນີພື້ນຖານ ແລະ ອາດຫົດຕົວເຖິງ -1,8% ໃນກໍລະນີຕ່ຳ ການຫຼຸດລົງຂອງເສດຖະກິດແມ່ນສົ່ງຜົນກະທົບສະເພາະໃຫ້ກັບຂະແໜງບໍລິການ.
ຜົນກະທົບຂອງພະຍາດ COVID-19 ທີ່ມີການລະບາດທົ່ວໂລກ ຄາດວ່າຈະເຮັດໃຫ້ການຂາດດຸນງົບປະມານເພີ່ມຂຶ້ນປີ 2020 ໃນລະດັບລະຫວ່າງ 7,5-8,8% ຂອງ GDP ທີ່ເພີ່ມຈາກ 5,1% ປີ 2019 ຜົນທີ່ນຳມາ ກໍຄືລະດັບໜີ້ສິນຄາດວ່າຈະມີການເພີ່ມຂຶ້ນເປັນ 65-68% ຂອງ GDP ປີ 2020 ເຊິ່ງເພີ່ມຈາກ 59% ຂອງ GDP ປີ 2019 ຄັງສຳຮອງເງິນຕາຕ່າງປະເທດກໍຄາດວ່າຈະຫຼຸດລົງປີ 2020 ແລະ ກຸ້ມການນຳເຂົ້າໄດ້ໜ້ອຍກວ່າໜຶ່ງເດືອນ.
ທ່ານ ນາງ ມາຣຽມ ເຊີມານ ອຳນວຍການຫ້ອງການທະນາຄານໂລກປະຈຳປະເທດມຽນມາ ກຳປູເຈຍ ແລະ ລາວ ໄດ້ກ່າວວ່າ: ໃນໄລຍະເວລາອັນທ້າທາຍນີ້ ສິ່ງສຳຄັນແມ່ນການຫຼຸດຜ່ອນຜົນກະທົບດ້ານເສດຖະກິດຕໍ່ບັນດາຄົວເຮືອນ ແລະ ພາກທຸລະກິດ ຖ້າເບິ່ງໄປໃນອະນາຄົດ ການຫຼຸດຜ່ອນພາລະແບກຫາບອັນໜັກໜ່ວງຂອງໜີ້ຕ່າງປະເທດ ແລະ ການດຳເນີນການປະຕິຮູບເສດຖະກິດມະຫາພາກ ຈະຊ່ວຍປະເທດລາວສ້າງເສດຖະກິດທີ່ມີຄວາມເຂັ້ມແຂງ-ຮັບມືກັບການກະທົບຕ່າງໆໄດ້ຫຼາຍຂຶ້ນ.
ຜົນກະທົບຈາກ COVID-19 ຈະສົ່ງຜົນອັນສຳຄັນຕໍ່ກັບຕະຫຼາດແຮງງານ ແລະ ຄວາມທຸກຍາກ ການຕົກຕ່ຳລົງແບບກ້າວກະໂດດຂອງຜົນປະກອບການຂອງຂະແໜງເດີນທາງ-ຂົນສົ່ງ ການທ່ອງທ່ຽວ ແລະ ບໍລິການ-ການໂຮງແຮມ ເຊິ່ງກວມເອົາ 11% ຂອງການສ້າງວຽກເຮັດງານທຳທັງໝົດ ແລະ 22% ຂອງການສ້າງວຽກເຮັດງານທຳໃນເຂດຕົວເມືອງ ໄດ້ກໍ່ໃຫ້ເກີດມີການສູນເສຍວຽກເຮັດງານທຳຢ່າງກວ້າງຂວາງ ຄາດຄະເນວ່າປະມານ 96.000-214.000 ຄົນ ຈະກັບຄືນສູ່ຄວາມທຸກຍາກ ອັນເປັນຜົນມາຈາກພະຍາດລະບາດ ເຊິ່ງບັ່ນທອນຜົນສຳເລັດທີ່ເຄີຍຍາດມາໄດ້ໃນເມື່ອກ່ອນ.
ບົດລາຍງານດັ່ງກ່າວ ຍັງລວມເອົາພາກຫົວຂໍ້ສະເພາະກ່ຽວກັບການສ້າງລະບົບສາທາລະນະສຸກທີ່ເຂັ້ມແຂງ ສາມາດປັບຕົວໄດ້ ຫຼັກຖານໄດ້ສະແດງໃຫ້ເຫັນວ່າ ລາວຈຳເປັນຕ້ອງລົງທຶນໃນການສ້າງລະບົບສາທາລະນະສຸກທີ່ມີຄວາມເຂັ້ມແຂງ ສາມາດປັບຕົວໄດ້ ເພື່ອຕອບໂຕ້ເຫດສຸກເສີນທາງສາທາລະນະສຸກໄດ້ຢ່າງມີປະສິດທິຜົນ ໃນເວລາດຽວກັນ ສິ່ງທີ່ສຳຄັນແມ່ນໃຫ້ຮັບປະກັນ ວ່າມີຊັບພະຍາກອນຢ່າງພຽງພໍຮອງຮັບການສະໜອງບໍລິການສາທາລະນະສຸກ ທີ່ໄດ້ຄຸນນະພາບໃຫ້ພົນລະເມືອງທຸກຄົນ.
# ຂ່າວ & ພາບ: ສົມສະຫວັນ