41 ວັນ ການຕິດເຊື້ອໂຄວິດ-19 ຢູ່ລາວຍັງເປັນສູນ

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການຕິດຕາມ ເຝົ້າລະວັງພະຍາດ COVID-19 ຢູ່ ສປປ ລາວ ເມື່ອວັນທີ 23 ພຶດສະພາ 2020 ຜ່ານມາ ຢູ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ COVID-19 ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17:00 ໂມງ ຂອງວັນທີ 22 ພຶດສະພາ 2020 ຈໍານວນຜູ້ເດີນທາງເຂົ້າມາປະເທດລາວມີທັງໝົດ 1.968 ຄົນ ໃນນັ້ນ ຜ່ານຈຸດດ່ານລາວ-ໄທ ທັງໝົດ 1.281 ຄົນ ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທ 28 ຄົນ ເຊິ່ງຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ຄົນເຈັບກັບຈາກການປິ່ນປົວ 4 ຄົນ ເຊິ່ງຜ່ານດ່ານຂົວມິດຕະພາບ 1 ແລະ ຜ່ານດ່ານສາກົນ ປາກຊັນ ແຂວງບໍລິຄຳໄຊ ເຫຼືອນັ້ນແມ່ນຄົນຂັບລົດສົົ່ງສິນຄ້າ ເຊິ່ງຈຸດຜ່ານດ່ານລາວ-ຈີນ 5 ຄົນ ໃນນັ້ນມີນັກສຶກສາລາວຈາກແຂວງຢຸນນານ 1 ຄົນ ເຊິ່ງຜ່ານດານບໍ່ເຕັນແຂວງຫຼວງນໍ້າທ່າ ແມ່ນຄົນຂັບລົດສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 682 ຄົນ ໃນນັ້ນ ມີ ຄົນຫວຽດນາມ 1 ຄົນ ເຂົ້າມາວຽກທາງລັດຖະການ ເຊິ່ງໄດ້ເຂົ້າມາຜ່ານທາງດ່ານນໍ້າພາວ ແຂວງບໍລິຄໍາໄຊ ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

    ການເຝົ້າລະວັງ ແລະ ວິເຄາະໃນວັນທີ 22 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 150 ຄົນ ໃນນັ້ນ ມີກໍລະນີສົງໄສ 4 ຄົນ ແຮງງານລາວທີ່ກັບມາແຕ່ໄທ 114 ຄົນ ແຮງງານຈີນ 32 ຄົນ ແລະ ກໍລະນີສົງໄສ 4 ຄົນ ທັງໝົດແມ່ນມາຈາກນະຄອນຫຼວງວຽງຈັນ ສຳລັບແຮງງານລາວທີ່ກັບມາຈາກປະເທດໄທ 114 ຄົນ ໃນນັ້ນມີແຂວງຈໍາປາສັກ 55 ຄົນ ສະຫວັນນະເຂດ 48 ຄົນ ສາລະວັນ 8 ຄົນ ຄໍາມ່ວນ 3 ຄົນ ເຊິ່ງຜົນການກວດກໍລະນີສົງໄສ ແຮງງານລາວ ແລະ ຈີນ ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 22 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.

    ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ ຮອດ ວັນທີ 22 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 5.194 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (41 ວັນແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່) ປັດຈຸບັນນີ້ ທົ່ວປະເທດມີສູນຈໍາກັດບໍລິເວນທັງໝົດ 93 ສູນ ແລະ ມີຜູ້ຈຳກັດບໍລິເວນຢູ່ສູນ 3.224 ຄົນ ສໍາລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ຍິງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິ ແລະ ຈະໄດ້ສືບຕໍ່ຕິດຕາມຕໍ່ໄປຈົນກ່ວາຈະກວດຫາເຊື້ອບໍ່ພົບ ຢ່າງໃດກໍຕາມເຖິງວ່າ ສປປ ລາວ ບໍ່ພົບເຊື້ອເປັນເວ¬ລາ 41 ວັນແລ້ວກໍຕາມ ແຕ່ກໍຂໍຮຽກຮ້ອງໃຫ້ທຸກຄົນເອົາໃຈໃສ່ສືບຕໍ່ປະຕິບັດຈົນກວ່າຈະມີແຈ້ງການປ່ຽນແປງ ຫຼັງວັນທີ 1 ມິຖຸນາ 2020 ແລະ ຂໍໃຫ້ບັນດາທ່ານເຂົ້າໃຈວ່າ ການຜ່ອນຜັນມາດຕະການຕ່າງໆ ແມ່ນນະໂຍບາຍຂອງພັກລັດຖະບານທີ່ເປັນຫ່ວງເປັນໄຍຕໍ່ຜົນກະທົບດ້ານຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ດ້ານເສດຖະກິດ-ສັງຄົມ ເປັນໂອກາດໃຫ້ພາກທຸລະກິດ ກໍຄືພໍ່ແມ່ປະຊາຊົນບັນດາເຜົ່າໄດ້ກັບຄືນມາດຳເນີນກິດຈະການ ຫຼື ດຳເນີນຊີວິດເປັນປົກກະຕິເທື່ອລະກ້າວ ແຕ່ພ້ອມດຽວກັນນີ້ ກໍເປັນໂອກາດທີ່ຈະມີຄວາມສ່ຽງທີ່ຈະເກີດການລະບາດຮອບໃໝ່ ຖ້າຫາກວ່າພວກເຮົາບໍ່ປະຕິບັດວິທີການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ໂດຍສະເພາະຢູ່ສະຖານທີ່ໃຫ້ບໍລິການ ພາຫະນະໃຊ້ບໍລິການ ຜູ້ໃຫ້ບໍລິການ ແລະ ຜູ້ມາໃຊ້ບໍລິການ ເປັນຕົ້ນ ການປະຕິບັດຫຼັກການອະນາໄມ ການທຳຄວາມສະອາດຂ້າເຊື້ອພະຍາດຢູ່ສະຖານທີ່ບໍລິການ ການແທກອຸນຫະພູມຮ່າງກາຍ ການລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ໃຊ້ເຈວລ້າງມື ການປະຕິບັດໄລຍະຫ່າງທາງສັງຄົມ ບໍ່ໃຫ້ມີການແອອັດ ການໃສ່ຜ້າປິດປາກດັງ ແລະ ອື່ນໆ ທັງໝົດນີ້ໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນ ພວກເຮົາຈຶ່ງຈະສາມາດສະກັດກັ້ນ ການລະບາດຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່.

error: Content is protected !!