ຜູ້ທີ່ເປັນພູມແພ້ ໃສ່ຄອນແທກເລນ ສ່ຽງຕິດໂຄວິດ-19 ຫາກບໍ່ລະວັງຄວາມສະອາດ

ແພດແນະນໍາຄົນໃສ່ຄອນແທກເລນ ເປັນກຸ່ມສ່ຽງຕິດເຊື້ອໄວຣັສ ຫາກນິ້ວມືທີ່ຕິດເຊື້ອໄວຣັສ ສໍາຜັດດວງຕາຕອນໃສ່ຄອນແທກເລນ.

ຜູ້ອໍານວຍການແພດ TRSC ສູນເລສິກນາໆຊາດຂອງໄທ ຕອບຂໍ້ສົງໄສເລື່ອງດວງຕາ ແລະ ໂຄວິດ-19 ວ່າ ປັດຈຸບັນ ຍັງບໍ່ມີລາຍງານວ່າມີການຕິດເຊື້ອດັ່ງກ່າວທາງດວງຕາ (ຈາກຂໍ້ມູນຂອງ Centre for Ocular Research & Education-CORE).

ຢ່າງໃດກໍຕາມ ມີຜູ້ທີ່ເປັນກຸ່ມສ່ຽງທີ່ອາດຕິດເຊື້ອດັ່ງກ່າວໄດ້ຄື:

– ຜູ້ທີ່ໃຊ້ນິ້ວມືສຳຜັດດວງຕາ ແລະ ໃບໜ້າເລື້ອຍໆ ເຊິ່ງກຸ່ມສ່ຽງຄືຜູ້ທີ່ໃສ່ຄອນແທກເລນ ເນື່ອງຈາກຈໍາເປັນຕ້ອງໃຊ້ມືສໍາຜັດດວງຕາ ແລະ ບໍລິເວນໃບໜ້າຫຼາຍກວ່າຄົນທົ່ວໄປ ເພາະຕ້ອງໃສ່ ແລະ ຖອດທຸກໆວັນ ດ້ວຍເຫດນີ້ອາດເຮັດໃຫ້ເຊື້ອໂຄວິດ-19 ຫຼື ເຊື້ອພະຍາດຊະນິດອື່ນໆທີ່ຕິດຢູ່ບໍລິເວນມືຂອງເຮົາ ສຳຜັດກັບດວງຕາ ດັງ ແລະ ປາກ ເຮັດໃຫ້ເຊື້ອເຂົ້າສູ່ຮ່າງກາຍໄດ້ ດັ່ງນັ້ນ ແນະນໍາໃສ່ແວ່ນສາຍຕາແທນການໃສ່ຄອນແທກເລນໃນໄລຍະນີ້.

– ຜູ້ທີ່ເປັນພະຍາດພູມແພ້ ເຊິ່ງຈະມີອາການຄັນຕາຈຶ່ງສີຕາເລື້ອຍໆ ເຮັດໃຫ້ເຊື້ອພະຍາດທີ່ຢູ່ບໍລິເວນມືສໍາຜັດກັບໃບໜ້າ ດວງຕາ ດັງ ແລະ ປາກ ເຊື້ອພະຍາດກໍຈະເຂົ້າສູ່ອະໄວຍະວະດັ່ງກ່າວໄດ້ເຊັ່ນກັນ ແນະນໍາໃຫ້ກິນຢາແກ້ແພ້ ຫຼື ໃຊ້ຢາຢອດຕາແກ້ແພ້ ບໍ່ຄວນສີຕາ.

ວິທີດູແລດວງຕາຄົນທົ່ວໄປໃຫ້ປອດໄພຈາກໂຄວິດ-19 ເມື່ອຈໍາເປັນຕ້ອງອອກຈາກເຮືອນ ຄວນໃສ່ແວ່ນຕາກັນແດດ ກັນລົມ ກັນລະອອງເກສອນ (ສໍາລັບຜູ້ທີ່ແພ້) ໂດຍລັກສະນະຂອງແວ່ນຕາ ຄວນປິດດ້ານຂ້າງຫຼາຍກວ່າແວ່ນຕາກັນແດດທົ່ວໄປ ອາດໃຊ້ແວ່ນແບບ Googles ແລະ ທີ່ສໍາຄັນຄວນງົດການໃຊ້ນິ້ວມືສໍາຜັດດວງຕາ ແລະ ໃບໜ້າລະຫວ່າງວັນໃຫ້ໄດ້ຫຼາຍທີ່ສຸດ ແລະ ລ້າງມືເລື້ອຍໆ ເພື່ອຫຼຸດຄວາມສ່ຽງຕິດເຊື້ອໄວຣັສຜ່ານການສໍາຜັດ.* ຊາວບ້ານ – ນໍາສະເໜີ

error: Content is protected !!