ສິດ-ໜ້າທີ່ຂອງຕຳຫຼວດຈະລາຈອນ-ຕຳຫຼວດທາງຫຼວງ

ໃນ​ໄລ­ຍະ​ຜ່ານ​ມາ ກໍ​ມີ​ຫຼາຍໆ​ຫາງ​ສຽງ​ຈາກ​ສັງ­ຄົມ ຕໍ່​ກັບ​ການ​ປະ­ຕິ­ບັດ​ງານ​ຂອງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ​ໄປ​ຕ່າງໆ​ນາໆ ດັ່ງ­ນັ້ນ ຄໍ​ລຳ​ຈະ­ລາ­ຈອນ​ມື້­ນີ້ ຂໍ​ນຳ​ສະ­ເໜີ ສິດ-ໜ້າ­ທີ່​ຂອງ​ຕຳ­ຫຼວດ​ຈະ­ລາ­ຈອນ ແລະ ຕຳ­ຫຼວດ​ທາງ​ຫຼວງ ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ວ່າ​ດ້ວຍ​ຈະ­ລາ­ຈອນ​ທາງ­ບົກ ມາ​ໃຫ້​ບັນ­ດາ​ເພື່ອນ​ຜູ້​ອ່ານ​ໄດ້​ຮັບ​ຊາບ ແລະ ເຂົ້າ­ໃຈ​ຢ່າງ​ຈະ­ແຈ້ງ​ນຳ​ກັນ.

ໃນ​ມາດ­ຕາ 28 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຈະ­ລາ­ຈອນ​ທາງ­ບົກ ທີ່​ກຳ­ນົດ​ເຖິງ​ສິດ-ໜ້າ­ທີ່​ຂອງ​ຕຳ­ຫຼວດ​ຈະ­ລາ­ຈອນ ແລະ ຕຳ­ຫຼວດ​ທາງ​ຫຼວງ ໄດ້​ລະ­ບຸ​ລະ­ອຽດ​ດັ່ງ­ນີ້:

1. ອຳ­ນວຍ​ຄວາມ​ສະ­ດວກ ຄວບ​ຄຸມ​ການ​ຈະ­ລາ­ຈອນ ແລະ ການ​ເຄົາ­ລົບ​ລະ­ບຽບ​ກົດ­ໝາຍ​ການ​ຈະ­ລາ­ຈອນ​ທາງ­ບົກ ແລະ ລະ­ບຽບ​ກົດ­ໝາຍ​ອື່ນໆ​ທີ່​ກ່ຽວ­ຂ້ອງ.

2. ກວດ­ກາ​ສະ­ພາບ​ຜູ້​ຂັບ​ຂີ່ ເອ­ກະ­ສານ​ຂອງ​ຜູ້​ຂັບ​ຂີ່ ແລະ ເອ­ກະ­ສານ​ຂອງ​ຍານ­ພາ­ຫະ­ນະ ກວດ­ກາ​ທາດ​ເຫຼົ້າ​ໃນ​ລົມ​ຫາຍ­ໃຈ​ຂອງ​ຜູ້​ຂັບ​ຂີ່ ແລະ ຄວາມ​ໄວ​ຂອງ​ຍານ­ພາ­ຫະ­ນະ​ທຸກ​ຊະ­ນິດ.

3. ສຶກ​ສາ​ອົບ­ຮົມ ປັບ​ໃໝ ແລະ ດຳ­ເນີນ​ຄະ­ດີ​ຕໍ່​ຜູ້​ລະ­ເມີດ​ລະ­ບຽບ​ກົດ­ໝາຍ.

4. ກັກ​ຕົວ​ຜູ້​ລະ­ເມີດ ພ້ອມ​ຍານ­ພາ­ຫະ­ນະ​ທີ່​ກໍ່­ໃຫ້­ເກີດ​ອຸ­ບັດ­ເຫດ ແລ້ວ​ພາ­ໃຫ້​ຄົນ​ເສຍ​ຊີ­ວິດ ບາດ­ເຈັບ​ສາ­ຫັດ ຫຼື ເກີດ​ອຸ­ບັດ­ເຫດ​ແລ້ວ​ຕົນ​ເອງ​ຫຼົບ­ໜີ.

5. ກັກ​ຍານ­ພາ­ຫະ­ນະ​ທີ່​ບໍ່​ມີ​ປະ­ກັນ​ໄພ ໃນ​ກໍ­ລະ­ນີ​ທີ່​ເກີດ​ອຸ­ບັດ­ເຫດ​ທີ່​ພາ­ໃຫ້​ມີ​ຄົນ​ເຈັບ ແລະ ຄູ່​ກໍ­ລະ­ນີ​ທີ່​ບໍ່​ສາ­ມາດ​ຕົກ­ລົງ​ກັນ​ໄດ້ ກ່ຽວ​ກັບ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ຄວາມ​ເສຍ​ຫາຍ.

6. ຍົກ ລັອກ​ລໍ້ ຍານ­ພາ­ຫະ­ນະ​ທີ່​ຈອດ​ບໍ່​ຖືກ­ຕ້ອງ ແລະ ກີດ­ຂວາງ​ການ​ສັນ­ຈອນ.

7. ກວດ​ຄວັນ​ດຳ ຄວັນ​ຂາວ ສຽງ​ດັງ​ຂອງ​ຍານ­ພາ­ຫະ­ນະ.

8. ປົກ​ປັກ​ຮັກ­ສາ​ຍານ­ພາ­ຫະ­ນະ​ທີ່​ຖືກ​ກັກ ພ້ອມ​ດ້ວຍ​ອຸ­ປະ­ກອນ​ໃຫ້​ດີ.

9. ເກັບ​ກຳ​ຂໍ້​ມູນ ຕິດ­ຕາມ​ຜູ້​ລະ­ເມີດ​ກົດ​ຈະ­ລາ­ຈອນ​ຕາມ​ເສັ້ນ­ທາງ ແລະ ແຈ້ງ​ເຫດ­ການ​ໃຫ້​ເຈົ້າ​ໜ້າ­ທີ່​ໜ່ວຍ​ປະ­ຕິ­ບັດ​ການ.

10. ລົງ​ຊັນ­ນະ­ສູດ ບັນ­ທຶກ​ເຫດ­ການ ຖ່າຍ­ຮູບ ແລະ ແຕ້ມ​ແຜນ​ວາດ​ດຽວ​ໃຫ້​ລະ­ອຽດ ຊັດ​ເຈນ ຄົບ​ຖ້ວນ ກ່ຽວ​ກັບ​ສະ­ຖານ­ທີ່​ເກີດ​ເຫດ ລວມ​ທັງ​ສືບ­ສວນ-ສອບ​ສວນ​ຜູ້​ກ່ຽວ­ຂ້ອງ ແລະ ຍານ­ພາ­ຫະ­ນະ​ທີ່­ຢູ່​ໃນ​ເຫດ­ການ​ຢ່າງ​ທັນ​ການ.

11. ປະ­ຕິ­ບັດ​ສິດ-ໜ້າ­ທີ່​ອື່ນໆ​ຕາມ​ລະ­ບຽບ​ກົດ­ໝາຍ.

ສຳ­ລັບ​ຕຳ­ຫຼວດ​ທາງ​ຫຼວງ ຍັງ​ມີ​ສິດ ແລະ ໜ້າ­ທີ່​ໃຫ້​ຄວາມ​ຮ່ວມ​ມື ປະ­ສານ​ສົມ­ທົບ​ກັບ​ເຈົ້າ​ໜ້າ­ທີ່​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ໃນ​ການ​ກວດ­ກາ​ການ​ຂົນ­ສົ່ງ​ທາງ­ບົກ​ຕາມ​ເສັ້ນ­ທາງ​ຫຼວງ​ອີກ​ດ້ວຍ.

ທັງ​ໝົດ​ທີ່​ກ່າວ​ມາ​ນັ້ນ ກໍ​ເພື່ອ ໃຫ້​ບັນ­ດາ​ທ່ານ​ຜູ້​ອ່ານ​ໄດ້​ຮັບ​ຮູ້ ແລະ ເຂົ້າ­ໃຈ​ຢ່າງ​ຈະ­ແຈ້ງ ແລະ ກໍ​ພ້ອມ​ໃຫ້­ການ​ຮ່ວມ​ມື​ເພື່ອ​ເຮັດ​ໃຫ້ ການ​ປະ­ຕິ­ບັດ​ວຽກ​ງານ​ຂອງ​ເຂົາ ເຈົ້າ​ໜ້າ­ທີ່ ກໍ​ຄື ການ​ເປັນ​ເຈົ້າ​ການ ໃນ​ການ​ປະ­ຕິ­ບັດ​ຕາມ​ລະ­ບຽບ​ການ ສຳ­ລັບ​ຜູ້​ຂັບ​ຂີ່ ທີ່​ໄດ້​ລະ­ບຸ​ໄວ້​ໃນ ມາດ­ຕາ 12 ຂອງ​ກົດ­ໝາຍ​ສະ­ບັບ ດຽວ​ກັນ ຫຼື ເວົ້າ​ໄດ້​ວ່າ ຕ່າງ​ຝ່າຍ ຕ່າງ​ປະ­ຕິ­ບັດ​ໜ້າ­ທີ່ ພັນ­ທະ​ຂອງ​ຕົນ ດ້ວຍ​ຄວາມ​ເປັນ​ເຈົ້າ​ການ ເພື່ອ ເຮັດ​ໃຫ້­ການ​ສັນ­ຈອນ​ມີ​ຄວາມ​ເປັນ ລະ­ບຽບ​ຮຽບ​ຮ້ອຍ.

error: Content is protected !!