ຄົບ 6 ອາທິດ ເຊື້ອໂຄວິດບໍ່ຕິດເພີ່ມທີ່ລາວ ຈົ່ງພ້ອມກັນເຝົ້າລະວັງພະຍາດຕາມລະດູການ

    ວັນທີ 24 ພຶດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ: ການເຝົ້າລະວັງ ແລະ ວິເຄາະເຊື້ອພະຍາດດັ່ງກ່າວ ມາຮອດວັນທີ 23 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 293 ຄົນ ໃນນັ້ນ ມີກໍລະນີສົງໄສ 1 ຄົນ ແຮງງານລາວທີ່ກັບມາແຕ່ໄທ 175 ຄົນ ແຮງງານຈີນ 111 ຄົນ ຢູ່ແຂວງຫຼວງນ້ຳທາ ຄົນເຈັບທີ່ອອກໂຮງໝໍຄົບກຳນົດຕິດຕາມມາກວດຄືນ 6 ຄົນ ກໍລະນີສົງໄສ 1 ຄົນ ແມ່ນມາຈາກແຂວງສະຫວັນນະເຂດ ເຊິ່ງເປັນຄົນຫວຽດນາມທີ່ນອນປີ່ນປົວຢູ່ໂຮງໝໍແຂວງ ຜົນກວດກໍລະນີສົງໄສ ແຮງງານລາວ ແລະ ຈີນ ມື້ວັນທີ 23 ພຶດສະພາແມ່ນບໍ່ພົບເຊື້ອ ໝາຍຄວາມວ່າບໍ່ມີຜູ້ຕິດເຊື້ອໃໝ່ ແລະ ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 23 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 5.487 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (42 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). 

    ສໍາລັບການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດ ໂດຍສະເພາະແຮງງານລາວຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆຂອງແຂວງ ປັດຈຸບັນນີ້ ທົ່ວປະເທດມີສູນຈໍາກັດບໍລິເວນ ທັງໝົດ 95 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 3.519 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ຍີງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິ ຈະໄດ້ສືບຕໍ່ຕິດຕາມຕໍ່ໄປຈົນກ່ວາຈະກວດຫາເຊື້ອບໍ່ພົບ.

    ບັນຫາສຳຄັນ ຂໍໃຫ້ບັນດາທ່ານເຂົ້າໃຈວ່າ ການຜ່ອນຜັນມາດຕະການຕ່າງໆ ແມ່ນນະໂຍບາຍຂອງພັກ-ລັດຖະບານ ທີ່ເປັນຫ່ວງເປັນໄຍຕໍ່ຜົນກະທົບດ້ານຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ດ້ານເສດຖະກິດ-ສັງຄົມ ເຊິ່ງເປັນໂອກາດໃຫ້ພາກທຸລະກິດ ກໍຄືພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ກັບຄືນມາດຳເນີນກິດຈະການ ຫຼື ດຳເນີນຊີວິດເປັນປົກກະຕິເທື່ອລະກ້າວ ແຕ່ພ້ອມດຽວກັນນີ້ ກໍເປັນໂອກາດທີ່ຈະມີຄວາມສ່ຽງທີ່ຈະເກີດການລະບາດຮອບໃໝ່ ຖ້າຫາກວ່າພວກເຮົາບໍ່ປະຕິບັດວິທີການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ໂດຍສະເພາະຢູ່ສະຖານທີ່ໃຫ້ບໍລິການ ພາຫະນະໃຊ້ບໍລິການ ຜູ້ໃຫ້ບໍລິການ ແລະ ຜູ້ມາໃຊ້ບໍລິການ ເປັນຕົ້ນແມ່ນ: ການປະຕິບັດຫຼັກການອະນາໄມ ການທໍາຄວາມສະອາດ ຂ້າເຊື້ອພະຍາດຢູ່ສະຖານທີ່ບໍລິການ ການແທກອຸນຫະພູມຮ່າງກາຍ ການລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ໃຊ້ເຈວລ້າງມື ການປະຕິບັດໄລຍະຫ່າງທາງສັງຄົມ ບໍ່ໃຫ້ມີການແອອັດ ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນ ພວກເຮົາຈຶ່ງຈະສາມາດສະກັດກັ້ນການລະບາດຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່.

    ທ່ານ ລັດຕະນະໄຊ ເພັດສຸວັນ ໃຫ້ຮູ້ຕື່ມອີກວ່າ: ໂອກາດທີ່ມີການປ່ຽນແປງຂອງດິນຟ້າອາກາດກ້າວເຂົ້າສູ່ລະດູຝົນ ກະຊວງສາທາລະນະສຸກບໍ່ພຽງແຕ່ຄວບຄຸມການລະບາດຂອງພະຍາດ COVID-19 ຍັງໄດ້ເອົາໃຈໃສ່ປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດຕາມລະດູການເປັນຕົ້ນແມ່ນ: ຖອກທ້ອງ ໄຂ້ຫວັດ ໝາກແດງ ມາລາເຣຍ ແລະ ໄຂ້ຍຸງລາຍ ທັງໄດ້ເປີດຂະບວນການສັກຢາກັນພະຍາດທົ່ວປະເທດ  ສະເພາະໄຂ້ຍຸງລາຍປີ 2019 ຜ່ານມາມີຜູ້ຕິດເຊື້ອທັງໝົດ 39.091 ຄົນ ເສຍຊີວິດ  76 ຄົນ ປີ 2020 ມາຮອດວັນທີ 22 ພຶດສະພາ 2020 ມີຜູ້ຕິດເຊື້ອທັງໝົດ 1.337 ຄົນ ເສຍຊີວິດ 4 ຄົນ ຢູ່ນະຄອນຫຼວງວຽງຈັນ 2 ຄົນ ໄຊຍະບູລີ 1 ຄົນ ແລະ ແຂວງຄຳມ່ວນ 1 ຄົນ ຖືວ່າເປັນພະຍາດທີ່ມີຄວາມຮຸນແຮງເຊັ່ນກັນ ສະນັ້ນ ຈຶ່ງຂໍເຊີນຊວນພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງໄດ້ເປັນເຈົ້າການໃນການທຳລາຍແຫຼ່ງເພາະພັນຍຸງລາຍ ແລະ ນຳພາລູກຫຼານໄປສັກຢາກັນພະຍາດຕາມຕາຕະລາງສັກຢາ.

error: Content is protected !!