ຫຼາຍປີຕິດຕໍ່ກັນ ບ້ານຕາດທອງບໍ່ພົບກໍລະນີຕິດເຊື້ອພະຍາດໄຂ້ຍຸງລາຍ
ບ້ານຕາດທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ກາຍເປັນບ້ານຕົວແບບໃນການປ້ອງກັນພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ໂດຍອຳນາດການປົກຄອງຊີ້ນຳໃຫ້ອາສາສະໝັກບ້ານ (ອສບ) ຕັ້ງໜ້າລົງກວດໜອນນ້ຳເປັນປະຈຳທຸກໆວັນເສົາ ພ້ອມທັງໄດ້ເອົາການລ້ຽງປາຫາງນົກຍຸງເຂົ້າໃນກົດລະບຽບຂອງບ້ານ ໃຫ້ທຸກຄອບຄົວລ້ຽງປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ. ທ່ານ ນາງ ບຸນມີ ຍົດລືໄຊ ເລຂາພັກບ້ານ…
ອົງການປົກຄອງ ນວ ພິຈາລະນາຫຼາຍບັນຫາສຳຄັນ
ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 32 ໄດ້ຮັບຟັງ ປຶກສາຫາລື ແລກປ່ຽນບົດຮຽນ ແລະ ປະກອບຄຳຄິດເຫັນຫຼາຍບັນຫາສຳຄັນ ເຊັ່ນ: ພິຈາລະນາ ແລະ ໃຫ້ທິດຊີ້ນຳກ່ຽວກັບສະພາບພົ້ນເດັ່ນປະຈຳເດືອນພຶດສະພາ ແລະ ແຜນວຽກຈຸດສຸມປະຈຳເດືອນມິຖຸນາ 2020…
ລາຍຮັບຂອງ 4 ແຂວງ ແລະ 4 ເມືອງໃນຂອງນະຄອນຫຼວງວຽງຈັນ ຫຼຸດລົງ 32,85%
ກອງປະຊຸມຕິດຕາມ ກວດກາການຈັດຕັ້ງປະຕິບັດແຜນວຽກຈຸດສຸມ 4 ແຂວງ ແລະ 4 ເມືອງ ຄັ້ງທີ 2 ຂອງຂະແໜງ ສ່ວຍສາອາກອນ ຈັດຂຶ້ນວັນທີ 25 ພຶດສະພາ 2020 ທີ່ກົມສ່ວຍສາອາກອນ…
ໂຮງພິມ ນວ ສຸມໃສ່ປັບປຸງພາຫະນະການຜະລິດ ເພື່ອຫັນໄປສູ່ຄວາມທັນສະໄໝ
ທ່ານ ຄຳສີ ຈັນທະວີທອງ ຜູ້ອຳນວຍການລັດວິສາຫະກິດໂຮງພິມນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດວັນທີ 25 ພຶດສະພາ 2020 ວ່າ: ລັດວິສາຫະກິດໂຮງພິມ ນວ ສ້າງຕັ້ງປີ 1975 ເບື້ອງຕົ້ນໄດ້ດຳເນີນທຸລະກິດແບບບໍລິຫານເກື້ອກູນ ພາຫະນະການຜະລິດກໍຫຼ້າສະໄໝ…
ສະພາບທຸລະກິດທ່ອງທ່ຽວ ແລະ ການບິນຂອງເອີຣົບ ອາດມີການປ່ຽນແປງ ຫຼັງໂຄວິດ-19
ເມື່ອວັນທີ 11 ພຶດສະພາທີ່ຜ່ານມາ ລັດຖະບານອັງກິດ ໄດ້ຢືນຢັນເລື່ອງແຜນທີ່ຈະກຳນົດໃຫ້ຜູ້ເດີນທາງເຂົ້າປະເທດທຸກຄົນ ຊຶ່ງລວມເຖິງນັກທ່ອງທ່ຽວທີ່ເດີນທາງກັບປະເທດ ຫຼື ຜູ້ເດີນທາງເຂົ້າໄປເຮັດທຸລະກິດໃນອັງກິດ ຕ້ອງກັກຕົວເອງເປັນເວລາ 14 ວັນ. ໂດຍຕັ້ງແຕ່ເດືອນໜ້າເປັນຕົ້ນໄປ ທຸກຄົນຊຶ່ງເດີນທາງໄປຍັງອັງກິດຈະຕ້ອງແຈ້ງທີ່ຢູ່ສຳລັບການກັກຕົວເອງຕໍ່ເຈົ້າໜ້າທີ່ ແລະ ອາດຖືກປັບໃໝສູງເຖິງ 11…
WHO ເຜີຍຄວາມຄືບໜ້າໃນການວິໄຈຢາບັນເທົາ ໂຄວິດ-19
ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານນາງ ມາກາເຣັດ ແຮຣິສ ໂຄສົກ ອົງການອະນາໄມໂລກ (WHO) ລາຍງານຄວາມຄືບໜ້າ ໃນການວິໄຈທົດສອບປະສິດທິພາບຂອງຕົວຢາຫຼາຍຊະນິດ ໃນການຕ້ານໂຄໂຣນ່າສາຍພັນໃໝ່ 2019 ໂດຍລະບຸວ່າ ຢາບາງຊະນິດມີປະສິດທິພາບໃນການບັນເທົາຄວາມຮຸນແຮງ ແລະ ຫຍໍ້ໄລຍະການປິ່ນປົວອາການຕິດເຊື້ອໂຄວິດ-19 ແຕ່ຍັງຄົງບໍ່ພົບຢາທີ່ສາມາດທຳລາຍເຊື້ອໄວຣັສໄດ້.…
ສະນຸກເກີ ລະດັບມືອາຊີບ ຈະກັບມາແຂ່ງຂັນໃນວັນທີ 1 ມິຖຸນານີ້
ການແຂ່ງຂັນສະນຸກເກີ ລະດັບມືອາຊີບ ຈະກັບມາແຂ່ງຂັນອີກຄັ້ງ ໃນວັນທີ 1 ມິຖຸນານີ້ ລາຍ ການ ແຊັມປ້ຽນຊິບລີກ ໃນລະຫວ່າງວັນທີ 1-11 ມິຖຸນາ 2020 ທີ່ສະໜາມ ມໍຣນິ້ງຊາຍ…
ເບິ່ງບ້ານເຂົາເອົາບົດຮຽນ 26/05/2020
ພົບກັນວັນນີ້ ຂໍພາທ່ານຜູ້ອ່ານໄປຮູ້ກັບມາດຕະການຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ ແລະ ເລື່ອງການບໍລິຈາກອະໄວຍະວະດ້ວຍຄວາມສະໝັກໃຈຢູ່ ສປ ຈີນ. ທີ່ ຫວຽດນາມ: ເພື່ອສະກັດກັ້ນການແຜ່ລະບາດຂອງໂຄວິດ-19 ທາງການຫວຽດນາມ ໄດ້ປະຕິບັດມາດຕະການຫ້າມຄົນຕ່າງປະເທດເດີນທາງເຂົ້າຫວຽດນາມ ນັບແຕ່ເວລາ 00:00 ໂມງ ຂອງວັນທີ…
ລາລີກາ ແອັດສະປາຍ ຈະເລີ່ມແຂ່ງຂັນ 8 ມິຖຸນາ ນີ້
ທ່ານ ເປໂດຣ ຊານເຊສ ນາຍົກລັດຖະມົນຕີແອັດສະປາຍ ໄດ້ຖະແຫຼງວັນທີ 23 ພຶດສະພາ 2020 ວ່າ: ແອັດສະປາຍ ໄດ້ເຮັດໃນສິ່ງທີ່ຄວນເຮັດແລ້ວ ບານເຕະລາລີກາ ແອັດສະປາຍ ສາມາດກັບມາແຂ່ງຂັນອີກຄັ້ງໃນວັນທີ 8…