ເບິ່ງບ້ານເຂົາເອົາບົດຮຽນ 26/05/2020

ພົບ​ກັນ​ວັນ​ນີ້ ຂໍ​ພາ​ທ່ານ​ຜູ້​ອ່ານ​ໄປ​ຮູ້​ກັບ​ມາດ​ຕະ­ການ​ຕ້ານ​ພະ­ຍາດ​ໂຄ​ວິດ-19 ຢູ່​ຫວຽດ­ນາມ ແລະ ເລື່ອງ​ການ​ບໍ­ລິ­ຈາກ​ອະ​ໄວ​ຍະ​ວະ​ດ້ວຍ​ຄວາມ​ສະ­ໝັກ​ໃຈ​ຢູ່ ສປ ຈີນ.

ທີ່ ຫວຽດ­ນາມ: ເພື່ອ​ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ-19 ທາງ​ການ​ຫວຽດ­ນາມ ໄດ້​ປະ­ຕິ­ບັດ​ມາດ​ຕະ­ການ​ຫ້າມ​ຄົນ​ຕ່າງ­ປະ­ເທດ​ເດີນ­ທາງ​ເຂົ້າ​ຫວຽດ­ນາມ ນັບ​ແຕ່​ເວ­ລາ 00:00 ໂມງ ຂອງ​ວັນ​ທີ 22 ເດືອນ​ມີ­ນາ 2020 ເປັນ­ຕົ້ນ​ມາ.

ນັບ​ແຕ່​ວັນ​ທີ 18 ມີ­ນາ​ເປັນ­ຕົ້ນ​ມາ ຄົນ​ຫວຽດ­ນາມ ແລະ ຊາວ​ຕ່າງ­ປະ­ເທດ​ທີ່​ເດີນ­ທາງ​ເຂົ້າ​ປະ­ເທດ ຕ້ອງ​ກັກ​ບໍ­ລິ­ເວນ​ຕົນ​ເອງ​ເປັນ​ເວ­ລາ 14 ວັນ ເພື່ອ​ຕິດ­ຕາມ​ເຊື້ອ​ພະ­ຍາດ ທັງ​ນີ້ ກໍ​ເພາະ­ວ່າ​ກໍ­ລະ­ນີ​ຕິດ­ເຊື້ອ​ໂຄ​ວິດ-19 ທີ່​ນັບ​ມື້​ເພີ່ມ​ຂຶ້ນ​ນັ້ນ ສ່ວນ​ຫຼວງ­ຫຼາຍ​ແມ່ນ​ແຜ່​ມາ​ຈາກ​ນັກ​ທ່ອງ​ທ່ຽວ​ທີ່​ເປັນ​ຄົນ​ຫວຽດ­ນາມ ແລະ ຊາວ​ຕ່າງ­ປະ­ເທດ​ທີ່​ກັບ​ຈາກ​ບັນ­ດາ​ປະ­ເທດ​ໃນ​ເອີ​ຣົບ ໂດຍ​ສະ­ເພາະ​ແມ່ນ​ປະ­ເທດ​ອັງ­ກິດ ເຊິ່ງ​ຖືກ​ອົງ­ການ​ອະ­ນາ­ໄມ​ໂລກ​ປະ­ກາດ​ວ່າ​ເປັນ​ຈຸດ​ແຜ່​ລະ­ບາດ​ໃໝ່​ຂອງ​ເຊື້ອ​ພະ­ຍາດ​ນີ້.

ເອ­ກະ­ສານ​ແຈ້ງ​ການ​ຂອງ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ຫວຽດ­ນາມ ກ່ຽວ​ກັບ​ບັນ­ຫາ​ນີ້​ໄດ້​ເວົ້າ​ວ່າ: ສຳ­ລັບ​ຊາວ​ຕ່າງ­ປະ­ເທດ​ທີ່​ເດີນ­ທາງ​ເຂົ້າ​ຫວຽດ­ນາມ ເພື່ອ​ຈຸດ­ປະ­ສົງ​ທາງ​ການ​ທູດ ແລະ ທາງ​ການ ກໍ​ຄື​ເພື່ອ​ເຂົ້າ​ຮ່ວມ​ເຫດ­ການ​ທາງ​ການ​ທູດ​ທີ່​ສຳ­ຄັນ ລວມ​ທັງ​ບັນ­ດາ​ຊ່ຽວ­ຊານ ບັນ­ດາ​ຜູ້​ຈັດ­ການ​ເຄືອ​ຄ່າຍ​ທຸ­ລະ​ກິດ ຫຼື ແຮງ​ງານ​ທີ່​ມີ​ຄວາມ​ຊຳ­ນານ​ງານ​ສູງ​ນັ້ນ ທາງ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ກະ­ຊວງ​ປ້ອງ​ກັນ​ປະ­ເທດ ຈະ​ໄດ້​ປະ­ສານ​ງານ​ກັບ​ກະ­ຊວງ​ການ​ຕ່າງ­ປະ­ເທດ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ອື່ນໆ ເພື່ອ​ພິ­ຈາ­ລະ­ນາ​ອອກ​ວີ​ຊ່າ​ໃຫ້​ຖ້າ​ມີ​ຄວາມ​ຈຳ­ເປັນ.

ທີ່ ສປ ຈີນ: ນັບ​ແຕ່​ປີ 2015 ເປັນ­ຕົ້ນ​ມາ ທາງ​ການ ສປ ຈີນ ໄດ້​ອອກ​ກົດ​ລະ­ບຽບ​ຫ້າມ​ເກັບ​ກູ້​ອະ​ໄວ​ຍະ​ວະ​ຈາກ​ນັກ­ໂທດ​ທີ່​ຖືກ​ປະ­ຫານ ເພື່ອ​ນຳ​ໃຊ້​ເຂົ້າ​ທາງ​ການ​ແພດ ແຕ່​ເວ­ລາ​ນັ້ນ​ເປັນ­ຕົ້ນ​ມາ ການ​ບໍ­ລິ­ຈາກ​ອະ​ໄວ​ຍະ​ວະ​ດ້ວຍ​ຄວາມ​ສະ­ໝັກ​ໃຈ ໄດ້​ກາຍ­ເປັນ​ການ​ບໍ­ລິ­ຈາກ​ທີ່​ຖືກ​ກົດ­ໝາຍ​ຢ່າງ​ດຽວ​ໃນ​ປະ­ເທດ.

ວິ­ທີ​ບໍ­ລິ­ຈາກ​ນັ້ນ​ສອດ­ຄ່ອງ​ກັບ​ຫຼັກ­ການ​ສາ­ກົນ ຄື: ບົນ​ພື້ນ­ຖານ​ຄວາມ​ສະ­ໝັກ​ໃຈ ມີ​ການ​ກວດ­ກາ​ດ້ານ​ຈັນ­ຍາ­ທຳ ກ່ອນ​ນຳ​ເອົາ​ອະ​ໄວ​ຍະ​ວະ​ດັ່ງ­ກ່າວ​ໄປ​ປ່ຽນ​ຖ່າຍ ແລະ ການ­ແຈກ­ຢາຍ​ອະ​ໄວ​ຍະ​ວະ ເພື່ອ​ການ​ແພດ​ກໍ​ເປັນ​ໄປ​ຢ່າງ​ຍຸ­ຕິ​ທຳ.

ໃນ​ປີ 2016 ຈຳ­ນວນ​ຜູ້​ມອບ​ອະ​ໄວ​ຍະ​ວະ​ເພື່ອ​ການ​ແພດ​ໃນ​ຈີນ​ນັ້ນ​ພຸ່ງ​ຂຶ້ນ​ສູງ​ເຖິງ 4.080 ຄົນ ອະ​ໄວ​ຍະ​ວະ​ທີ່​ບໍ­ລິ­ຈາກ​ນັ້ນ​ມີ​ຈຳ­ນວນ 11.037 ຊະ­ນິດ ໃນ​ເວ­ລາ​ນັ້ນ​ມີ​ການ​ຄາດ​ຄະ­ເນ​ວ່າ ໃນ​ໝົດ​ປີ 2017 ຈະ​ມີ​ຜູ້​ບໍ­ລິ­ຈາກ​ອະ​ໄວ​ຍະ​ວະ​ສູງ​ກວ່າ 5.000 ຄົນ.

ຂັ້ນ​ຕອນ​ການ​ບໍ­ລິ­ຈາກ​ນັ້ນ ກໍ​ຄື ຜູ້​ບໍ­ລິ­ຈາກ​ດ້ວຍ​ຄວາມ​ສະ­ໝັກ​ໃຈ ຕ້ອງ​ລົງ­ທະ­ບຽນ​ຢັ້ງ­ຢືນ​ການ​ບໍ­ລິ­ຈາກ​ຂອງ​ຕົນ ຫຼັງ​ຈາກ​ຕົນ​ເສຍ​ຊີ­ວິດ​ລົງ​ຂ່າວ​ບອກ​ວ່າ: ເຖິງ​ຈະ​ມີ​ຈຳ­ນວນ​ຜູ້​ບໍ­ລິ­ຈາກ​ອະ​ໄວ​ຍະ​ວະ​ຫຼາຍ​ຂຶ້ນ​ໃນ​ຈີນ ແຕ່​ຈຳ­ນວນ​ກໍ​ຍັງ​ໜ້ອຍ​ກວ່າ​ຫຼາຍໆ​ປະ­ເທດ ເຊັ່ນ: ໃນ​ປະ­ເທດ​ແອດ​ສະ​ປາຍ (ສະ​ເປນ) ນັ້ນ ໃນ​ຈຳ­ນວນ​ພົນ­ລະ­ເມືອງ 1 ລ້ານ​ຄົນ​ໃດ ກໍ​ມີ​ຜູ້​ລົງ­ທະ­ບຽນ​ບໍ­ລິ­ຈາກ​ອະ​ໄວ​ຍະ​ວະ​ກວ່າ 34% ຢູ່​ສະ­ຫະ­ລັດ​ອາ​ເມ​ຣິ​ກາ​ແມ່ນ​ກວ່າ 25% ສ່ວນ​ຢູ່​ຈີນ​ນັ້ນ​ມີ​ພຽງ 3,8% ຕໍ່​ແຕ່​ລະ 1 ລ້ານ​ຄົນ ເພື່ອ​ເພີ່ມ​ຈຳ­ນວນ​ຜູ້​ບໍ­ລິ­ຈາກ​ອະ​ໄວ​ຍະ​ວະ​ຂອງ​ຕົນ​ດ້ວຍ​ຄວາມ​ສະ­ໝັກ​ໃຈ ທາງ​ການ​ຈີນ​ໄດ້​ສືບ­ຕໍ່​ປັບ­ປຸງ​ກົດ­ໝາຍ ແລະ ລະ­ບຽບ​ການ​ທີ່​ພົວ­ພັນ​ກັບ​ການ​ບໍ­ລິ­ຈາກ ກໍ​ຄື ການ​ປ່ຽນ​ຖ່າຍ​ອະ​ໄວ​ຍະ​ວະ​ມະ­ນຸດ​ຕື່ມ​ໃນ​ອະ­ນາ­ຄົດ (ແຫຼ່ງ​ຂ່າວ​ໜັງ­ສື­ພິມ​ວຽງ​ຈັນ​ທາມ ວັນ​ທີ 2 ທັນ­ວາ 2017).

error: Content is protected !!