ການແຂ່ງຂັນສະນຸກເກີ ລະດັບມືອາຊີບ ຈະກັບມາແຂ່ງຂັນອີກຄັ້ງ ໃນວັນທີ 1 ມິຖຸນານີ້ ລາຍ ການ ແຊັມປ້ຽນຊິບລີກ ໃນລະຫວ່າງວັນທີ 1-11 ມິຖຸນາ 2020 ທີ່ສະໜາມ ມໍຣນິ້ງຊາຍ ອາຣີນາ ຕັ້ງຢູ່ເມືອງເລັສເຕີ ປະເທດອັງກິດ ໂດຍປິດປະຕູບໍ່ໃຫ້ມີຜູ້ຊົມ ເພື່ອຫຼີກລ່ຽງການຕິດເຊື້ອ ໂຄວິດ-19 ເຊິ່ງແຊັມຈະໄດ້ຮັບເງິນລາງວັນ 20.000 ປອນ ຫຼື 200 ລ້ານກວ່າກີບ.

ລາຍງານແຈ້ງໃຫ້ຮູ້ວ່າ: ລາຍການນີ້ ຈະມີນັກສະນຸກເກີເຂົ້າຮ່ວມ 64 ຄົນ ລວມທັງ ຈັດທຣຳ ມື 1 ຂອງໂລກຊາວອັງກິດ ໂດຍນັກກີລາ ຜູ້ຕັດສິນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງທຸກຄົນ ຕ້ອງຜ່ານການກວດເຊື້ອ ໂຄວິດ-19 ກ່ອນຮ່ວມງານ ແລະ ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ໂດຍສະເພາະການຮັກສາໄລຍະຫ່າງ.
ສຳລັບລາຍການນີ້ ບໍ່ໄດ້ຈັດເຂົ້າໃນປະຕິທິນຂອງການແຂ່ງຂັນສະນຸກເກີໂລກ ຝ່າຍຈັດແຕ່ຢາກໃຫ້ການແຂ່ງຂັນກັບມາຄືນມາ ຫຼັງຈາກພັກຍາວປະມານ 2 ເດືອນ ຍ້ອນການແຜ່ລະບາດຂອງພະຍາດ ໂຄວິດ-19 ການແຂ່ງຂັນດັ່ງກ່າວ ເປັນການທົບສອບອຸ່ນເຄື່ອງຂອງນັກສະນຸກເກີແຕ່ລະຄົນ ເພື່ອກະກຽມໃສ່ສອງລາຍການໃຫຍ່ທ້າຍປີນີ້ ຄື: Tour Championship ທີ່ເມືອງ ແລນດຸດໂນ ປະເທດເວວ ໃນກາງເດືອນກໍລະກົດ ແລະ ຊີງແຊັມໂລກ ທີ່ເຊັຟຟິວ ປະເທດອັງກິດ ໃນທ້າຍເດືອນກໍລະກົດຫາກາງເດືອນສິງຫາ 2020.