ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານນາງ ມາກາເຣັດ ແຮຣິສ ໂຄສົກ ອົງການອະນາໄມໂລກ (WHO) ລາຍງານຄວາມຄືບໜ້າ ໃນການວິໄຈທົດສອບປະສິດທິພາບຂອງຕົວຢາຫຼາຍຊະນິດ ໃນການຕ້ານໂຄໂຣນ່າສາຍພັນໃໝ່ 2019 ໂດຍລະບຸວ່າ ຢາບາງຊະນິດມີປະສິດທິພາບໃນການບັນເທົາຄວາມຮຸນແຮງ ແລະ ຫຍໍ້ໄລຍະການປິ່ນປົວອາການຕິດເຊື້ອໂຄວິດ-19 ແຕ່ຍັງຄົງບໍ່ພົບຢາທີ່ສາມາດທຳລາຍເຊື້ອໄວຣັສໄດ້.

ທັງນີ້ ລາຍງານດັ່ງກ່າວເປັນຜົນຈາກການສຶກສາທົດລອງໃນໂຄງການ “Solidarity Trial” ຊຶ່ງເປັນການຮ່ວມມືທາງການທົດສອບດ້ານຄລີນິກວິທະຍານານາຊາດ ນຳໂດຍອົງການອະນາໄມໂລກ ເພື່ອພັດທະນາວັກຊີນ ແລະ ສະແຫວງຫາຢາຕ້ານເຊື້ອໂຄໂຣນ່າໄວຣັສສາຍພັນໃໝ່.
ທ່ານນາງ ແຮຣິສ ລະບຸວ່າຍັງຄົງຈະຕ້ອງມີການວາງແຜນວິໄຈເພີ່ມເຕີມ ເຮົາມີຂໍ້ມູນທີ່ເປັນໄປໄດ້ໃນທາງບວກ ແຕ່ເຮົາຕ້ອງການຂໍ້ມູນເພີ່ມເຕີມ ເພື່ອໃຫ້ສາມາດໝັ້ນໃຈໄດ້ 100% ທີ່ຈະຢືນຢັນໄດ້ວ່າ ຢານັ້ນມີປະສິດທິພາບໃນການປິ່ນປົວຫຼາຍກວ່າ.
ດ້ານບໍລິສັດ Gilead Science Inc ເປິດເຜີຍວ່າ ຢາເຣມເດສຊິເວຍ (Remdesivir) ເປັນຢາທີ່ມີປະສິດທິພາບໃນການຊ່ວຍໃຫ້ຮ່າງກາຍຂອງຜູ້ຕິດເຊື້ອໂຄວິດ-19 ສາມາດຕ້ານທານ ແລະ ຟື້ນຕົວຈາກໄວຣັສໄດ້ດີຂຶ້ນ ສອດຄ່ອງກັບຂໍ້ມູນທາງຄລີນິກວິທະຍາທີ່ເປິດເຜີຍໃນເດືອນເມສາທີ່ຜ່ານມາ ລະບຸວ່າ ຢາເຣມເດສຊິເວຍ ມີຄວາມເປັນໄປໄດ້ສູງທີ່ສາມາດປິ່ນປົວໂຄວິດ-19 ໄດ້ຢ່າງມີປະສິດທິພາບ ໂດຍມີການທົດສອບໂດຍການໃຊ້ຢາດັ່ງກ່າວຮ່ວມກັບຢາຊະນິດອື່ນໆໃນການວິໄຈຫຼາຍຄັ້ງ.
ຂະນະທີ່ລາຍງານຜົນການທົດລອງໃນຮົງກົງ ມີການທົດລອງປິ່ນປົວຄົນເຈັບ 127 ຄົນ ໂດຍໃຊ້ຕົວຢາ 3 ຊະນິດຮ່ວມກັນ ໄດ້ແກ່ຢາຕ້ານໄວຣັສ HIV “ໂລປິນາເວຍ-ຣິໂທນາເວຍ” (lopina vir-ritonavir) ຢາຕ້ານໄວຣັສຕັບອັກເສບ “ໄຣບາວິຣິນ” (ribavirin) ແລະ ຢາປິ່ນປົວອາການເສັ້ນເລືອດຕີບ “ອິນເຕີຟີຣອນ ເບຕາ” (inter feron beta) ພົບວ່າສາມາດຊ່ວຍບັນເທົາອາການເຈັບເປັນໄດ້ເລັກໜ້ອຍເຖິງປານກາງ ແຕ່ເຮັດໃຫ້ປະລິມານຂອງໄວຣັສໃນຮ່າງກາຍຄົນເຈັບຫຼຸດລົງໄດ້ວ່ອງໄວ.
ສ່ວນຢາປິ່ນປົວພະຍາດມາລາເລຍ “ໄອດຣອກຊີຄລໍໂຣຄວິນ” (Hydroxychloroquine) ທີ່ກ່ອນໜ້ານີ້ປະທານາທິບໍດີ ໂດນັລ ທຣຳ ແຫ່ງ ສະຫະລັດອາເມຣິກາ ເຄີຍແນະນຳບຸຄະລາກອນທາງການແພດໃຊ້ໃນການປິ່ນປົວໂຣກໂຄວິດ-19 ນັ້ນ ຈາກຜົນການວິໄຈທີ່ເປີດເຜີຍໃນເດືອນນີ້ ຍັງບໍ່ສາມາດສະແດງໃຫ້ເຫັນປະສິດທິພາບໃນການປິ່ນປົວໂຣກໂຄວິດ-19 ໄດ້ຢ່າງຊັດເຈນ.
ທັງນີ້ ອົງການອະນາໄມໂລກເນັ້ນວ່າ ການພັດທະນາວັກຊີນຈະມີປະສິດທິພາບໃນການຢັບຢັ້ງການລະບາດຂອງໂຄວິດ-19 ຫຼາຍກວ່າການຄົ້ນພົບຕົວຢາ ຫຼື ວິທີການປິ່ນປົວໂຣກ ແຕ່ການພັດທະນາວັກຊີນນັ້ນ ຈະຍັງຄົງຕ້ອງໃຊ້ເວລາອີກຢ່າງໜ້ອຍ 12 ເດືອນ
ຊາວບ້ານ – ນຳສະເໜີ