ທ່ານ ເປໂດຣ ຊານເຊສ ນາຍົກລັດຖະມົນຕີແອັດສະປາຍ ໄດ້ຖະແຫຼງວັນທີ 23 ພຶດສະພາ 2020 ວ່າ: ແອັດສະປາຍ ໄດ້ເຮັດໃນສິ່ງທີ່ຄວນເຮັດແລ້ວ ບານເຕະລາລີກາ ແອັດສະປາຍ ສາມາດກັບມາແຂ່ງຂັນອີກຄັ້ງໃນວັນທີ 8 ມິຖຸນາທີ່ຈະມາເຖິງ ຫຼັງຈາກທີ່ໄດ້ປຶກສາກັບສະພາກີລາລະດັບສູງ.

ກ່ອນໜ້ານີ້ ລັດຖະບານອະນຸຍາດ ແລະ ສາມາດເຝິກຊ້ອມເປັນກຸ່ມ ແຕ່ວັນທີ 18 ພຶດສະພາເປັນຕົ້ນມາ ແຕ່ກຸ່ມໜຶ່ງບໍ່ໃຫ້ກາຍ 10 ຄົນຕາມມາດຕະການ ຫຼັງຈາກສະພາບການລະບາດຂອງພະ ຍາດ COVID-19 ຢູ່ ແອັດສະປາຍ ດີຂຶ້ນ.
ການແຂ່ງຂັນບານເຕະລາລີກາ ແອັດສະປາຍ ລະດູການນີ້ ໄດ້ເລື່ອນມາແຕ່ເດືອນມີນາ ເປັນຕົ້ນມາ ເຊິ່ງຍັງເຫຼືອການແຂ່ງຂັນ 11 ນັດ ໃນນີ້ທີມນຳຕາຕະລາງຄະແນນ ແມ່ນແຊັມເກົ່າ ບາຣເຊໂລນາ ມີ 58 ຄະແນນ ນຳອັນດັບສອງ ຣຽວ ມາດຣິດ 2 ຄະແນນ.