ບ້ານຕາດທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ກາຍເປັນບ້ານຕົວແບບໃນການປ້ອງກັນພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ໂດຍອຳນາດການປົກຄອງຊີ້ນຳໃຫ້ອາສາສະໝັກບ້ານ (ອສບ) ຕັ້ງໜ້າລົງກວດໜອນນ້ຳເປັນປະຈຳທຸກໆວັນເສົາ ພ້ອມທັງໄດ້ເອົາການລ້ຽງປາຫາງນົກຍຸງເຂົ້າໃນກົດລະບຽບຂອງບ້ານ ໃຫ້ທຸກຄອບຄົວລ້ຽງປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ.

ທ່ານ ນາງ ບຸນມີ ຍົດລືໄຊ ເລຂາພັກບ້ານ ນາຍບ້ານຕາດທອງ ໄດ້ໃຫ້ສຳພາດວັນທີ 26 ພຶດສະພາ 2020 ວ່າ: ບ້ານຕາດທອງເປັນບ້ານໜຶ່ງນອນຢູ່ໃນ 7 ໝູ່ບ້ານຂອງບ້ານໃໝ່ ມີພົນລະເມືອງ 4.265 ຄົນ ຍິງ 2.169 ຄົນ ແບ່ງອອກເປັນ 67 ໜ່ວຍ 887 ຄອບຄົວ 900 ຫຼັງຄາເຮືອນ ນັບແຕ່ປີ 2009 ມາເຖິງປັດຈຸບັນ ບ້ານຕາດທອງແມ່ນບໍ່ພົບຄົນເຈັບຕິດເຊື້ອພະຍາດໄຂ້ຍຸງລາຍ ນັ້ນຍ້ອນໄດ້ຮັບການຊີ້ນຳຈາກຂັ້ນເທິງ ກໍຄືຫ້ອງການສາທາລະນະສຸກເມືອງສີໂຄດຕະບອງ ໃຫ້ອຳນາດການປົກຄອງການເອົາໃຈໃສ່ໃນການປ້ອງກັນພະຍາດໄຂ້ຍຸງລາຍ ເນື່ອງຈາກໄລຍະຜ່ານມາ ບ້ານຂອງພວກເຮົາໄດ້ພົບການແຜ່ລະບາດຂອງພະຍາດນີ້ ເພື່ອປ້ອງກັນບໍ່ໃຫ້ພະຍາດໄຂ້ຍຸງລາຍກັບມາແຜ່ລະບາດພາຍໃນບ້ານອີກ ທາງອຳນາດການປົກຄອງຈຶ່ງໄດ້ແຕ່ງຕັ້ງຄະນະກຳມາທິການຂັ້ນ ຫຼື ອສບ ບ້ານຂຶ້ນມາຮອດປັດຈຸບັນໄດ້ມີ ອສບ ທັງໝົດ 24 ຄົນ ເຊິ່ງໄດ້ຈັດແບ່ງຄວາມຮັບຜິດຊອບໃຫ້ ອສບ ຄົນໜຶ່ງຮັບຜິດຊອບ 3-4 ໜ່ວຍຫຼັງຄາເຮືອນ ໂດຍໃນທຸກໆວັນເສົາ ອສບ ແມ່ນໄດ້ສືບຕໍ່ລົງກວດກາໜອນນ້ຳຍຸງລາຍ ພ້ອມກັບໄດ້ນຳເອົາປາຫາງນົກຍຸງຈາກທະນາຄານປາຫາງນົກຍຸງທີ່ມີຢູ່ພາຍໃນວັດຂອງບ້ານ ນຳໄປແຈກຢາຍໃຫ້ປະຊາຊົນລ້ຽງໃນແຕ່ລະຄອບຄົວ ຄຽງຄູ່ກັນນັ້ນ ອສບ ກໍໄດ້ແນະນຳໃຫ້ທຸກຄອບຄົວເຂົ້າໃຈວິທີທຳລາຍແຫຼ່ງເພາະພັນໜອນນ້ຳ ດ້ວຍການແນະນຳວິທີຜັດຖູອະນາໄມທີ່ຖືກຕ້ອງ ແລະ ຖ້າພົບເຫັນໜອນນ້ຳໃນຄອບຄົວໃດໜຶ່ງແລ້ວ ກໍຈະປະຕິບັດຕາມລະບຽບທີ່ກຳນົດໄວ້ ເຊັ່ນ: ພົບເຫັນໜອນນ້ຳຄັ້ງທີ 1 ແມ່ນຈະສຶກສາອົບຮົມ ພົບເຫັນຄັ້ງທີ 2 ແມ່ນຈະສຶກສາອົບຮົມ ພ້ອມກັບຂຽນບົດບັນທຶກ ແລະ ຖ້າພົບເຫັນຄັ້ງທີ 3 ແມ່ນຈະປັບໃໝ 50 ພັນກີບ.

ຜ່ານການຈັດຕັ້ງປະຕິບັດຜ່ານມາ ປະຊາຊົນແມ່ນໃຫ້ຄວາມຮ່ວມມື ພ້ອມກັນທຳລາຍແຫຼ່ງເພາະພັນ ແລະ ໄດ້ລ້ຽງປາຫາງນົກຍຸງໃນທຸກຄອບຄົວ ຈຶ່ງເຮັດໃຫ້ປະຊາຊົນບ້ານຕາດທອງຂອງພວກເຮົາບໍ່ຕິດເຊື້ອພະຍາດໄຂ້ຍຸງລາຍໃນຫຼາຍປີຕິດຕໍ່ກັນ ແລະ ສິ່ງພົ້ນເດັ່ນ ແລະ ພາກພູມໃຈອີກອັນໜຶ່ງຄື ບ້ານຕາດທອງຂອງພວກເຮົາໄດ້ກາຍເປັນບ້ານຕົວແບບລ້ຽງປາຫາງນົກຍຸງປ້ອງກັນພະຍາດໄຂ້ຍຸງລາຍ ສົ່ງຜົນໃຫ້ຫຼາຍແຂວງ ຫຼາຍເມືອງ ລວມທັງ ຕ່າງປະເທດໃຫ້ຄວາມສົນໃຈ ແລ້ວເດີນທາງມາຖອດຖອນບົດຮຽນໃນການລ້ຽງປາຫາງນົກຍຸງທີ່ສາມາດປ້ອງກັນພະຍາດໄຂ້ຍຸງລາຍນຳບ້ານຂອງພວກເຮົາ.

# ຂ່າວ & ພາບ: ເພັດສະໝອນ