ກອງປະຊຸມຕິດຕາມ ກວດກາການຈັດຕັ້ງປະຕິບັດແຜນວຽກຈຸດສຸມ 4 ແຂວງ ແລະ 4 ເມືອງ ຄັ້ງທີ 2 ຂອງຂະແໜງ ສ່ວຍສາອາກອນ ຈັດຂຶ້ນວັນທີ 25 ພຶດສະພາ 2020 ທີ່ກົມສ່ວຍສາອາກອນ ກະຊວງການເງິນ ໂດຍມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຫົວໜ້າກົມ ຮອງກົມ ຫົວໜ້າສ່ວຍສາອາກອນແຂວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄຳເຜັ່ນ ບຸບຜາວົງ ຮອງຫົວໜ້າກົມສ່ວຍສາອາກອນ ໄດ້ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນວຽກຈຸດສຸມຂອງສ່ວຍສາອາກອນປະຈຳແຂວງຫຼວງພະບາງ ສະຫວັນນະເຂດ ຈຳປາສັກ ນະຄອນຫຼວງວຽງຈັນ ແລະ 4 ເມືອງໃນວ່າ: ປີ 2020 ແຜນລາຍຮັບສວຍສາອາກອນ ມີ 13.950 ຕື້ກີບ ເທົ່າກັບ 7,8% ຂອງລວມຍອດຜະລິດຕະພັນພາຍໃນ ທຽບໃສ່ແຜນການປີ 2019 ເພີ່ມຂຶ້ນ 13,2% ຫຼື ເທົ່າກັບ 1.630 ຕື້ກີບ ໃນນີ້ສ່ວຍສາອາກອນ 8.509 ຕື້ກີບ ເພີ່ມຂຶ້ນ 997 ຕື້ກີບ ແລະ ທ້ອງຖິ່ນ 5.441 ຕື້ກີບ ເພີ່ມຂຶ້ນ 633 ຕື້ກີບ ຜ່ານການຈັດຕັ້ງປະຕິບັດມາຮອດວັນທີ 20 ພຶດສະພາ 2020 ປະຕິບັດໄດ້ 2.877,6 ຕື້ກີບ ເທົ່າກັບ 20,63% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 1.407,6 ຕື້ກີບ ຫຼື ຫຼຸດລົງ 32,85% ໃນນີ້ສູນກາງປະຕິບັດໄດ້ 1.577,7 ຕື້ກີບ ເທົ່າກັບ 18,54% ຫຼຸດລົງ 1.097,8 ຕື້ກີບ ຫຼື ຫຼຸດລົງ 37,3% ທ້ອງຖິ່ນປະຕິບັດໄດ້ 1.299,6 ຕື້ກີບ ເທົ່າກັບ 23,89% ຫຼຸດລົງ 309,8 ຕື້ກີບ ຫຼື ຫຼຸດລົງ 19,25% ສຳລັບແຂວງຈຳປາສັກປະຕິບັດໄດ້ 203,46 ຕື້ກີບ ສະຫວັນນະເຂດ 200,92 ຕື້ກີບ ຫຼວງພະບາງ 111,49 ຕື້ກີບ ນະຄອນຫຼວງວຽງຈັນ 335,47 ຕື້ກີບ ລວມ 851,34 ຕື້ກີບ ກວມເອົາ 29,58% ຂອງລາຍຮັບສ່ວຍສາອາກອນທັງໝົດທີ່ປະຕິບັດໄດ້.

ສະເພາະ 4 ເມືອງໃນ ຂອງນະຄອນຫຼວງວຽງຈັນ ປະຕິບັດໄດ້ 327,84 ຕື້ກີບ ໃນນີ້ເມືອງຈັນທະບູລີ 14,97 ຕື້ກີບ ສີສັດຕະນາກ 13,89 ຕື້ກີບ ໄຊເຊດຖາ 15,27 ຕື້ກີບ ສີໂຄດຕະບອງ 11,49 ຕື້ກີບ ລວມແລ້ວ ກວມເອົາ 16,9% ຂອງລາຍຮັບສ່ວຍສາອາກອນທັງໝົດຂອງນະຄອນຫຼວງວຽງຈັນ ແຫຼ່ງລາຍຮັບຈາກ 4 ແຂວງ 4 ເມືອງດັ່ງກ່າວ ເປັນແຫຼ່ງລາຍຮັບສ່ວຍສາອາກອນທີ່ສຳຄັນ ແລະ ມີບົດບາດສູງໃນການປະກອບສ່ວນເຮັດໃຫ້ລາຍຮັບງົບປະມານຂອງລັດຖະບານມີຈຳນວນຫຼາຍຂຶ້ນ ຄາດຄະເນປະຕິບັດຄາດໝາຍໝົດປີ 2020 ຂອງ 4 ແຂວງ ຈະປະຕິບັດໄດ້ 2.298,74 ຕື້ກີບ ເທົ່າກັບ 68,82% ຂອງແຜນການປີ.
ການນຳໃຊ້ລະບົບ TaxRIS ໃນທົ່ວປະເທດ ມີ 29 ຈຸດ ກົມສ່ວຍສາອາກອນ ນະຄອນຫຼວງ ກັບ 17 ແຂວງ 3 ນະຄອນ ແລະ 7 ເມືອງ ມີຖານລາຍຮັບ 43.906 ຫົວໜ່ວຍ ໃນນີ້ວິສາຫະກິດ 34.458 ຫົວໜ່ວຍ ອົງການຈັດຕັ້ງ 9.448 ຫົວໜ່ວຍ ສະເພາະກົມສ່ວຍສາອາກອນ ແລະ 4 ແຂວງ (ລວມທັງ 3 ນະຄອນ ແລະ 4 ເມືອງຂອງນະຄອນຫຼວງວຽງຈັນ) ມີ 37.773 ຫົວໜ່ວຍ ໃນນີ້ວິສາຫະກິດ 29.220 ຫົວໜ່ວຍ ອົງການຈັດຕັ້ງ 8.553 ຫົວໜ່ວຍ ໃນນີ້ຫົວໜ່ວຍມາແຈ້ງເສຍ 17.374 ຫົວໜ່ວຍ ບໍ່ມາແຈ້ງເສຍ 20.399 ຫົວໜ່ວຍ ນອກນີ້ຍັງມີຫົວໜ່ວຍແຈ້ງຜ່ານເວັບໄຊ 7.015 ຫົວໜ່ວຍ ແຈ້ງຜ່ານເຄົາເຕີ 30.758 ຫົວໜ່ວຍ ການມອບເງິນຜ່ານທະນາຄານ 85% ແຈ້ງຊຳລະຜ່ານຄັງເງິນ 15% ທຽບໃສ່ປີ 2019 ແຈ້ງຊຳລະຜ່ານທະນາຄານ 73% ແລະ ແຈ້ງຊຳລະຜ່ານຄັງເງິນ 27%.
# ຂ່າວ & ພາບ: ຂັນທະວີ